ກອງປະຊຸມ ຄົ້ນຄວ້າ, ປຶກສາຫາລື ແລະ ເປັນເອກະພາບ ເພື່ອຮັບຮອງເອົາຮ່າງມາດຕະຖານນຂີ້ເຖົ່າລອຍ ໃນຂັ້ນຄະນະກຳມະການເຕັກນິກແຫ່ງຊາດ

0
117

ໃນວັນທີ 21 ມີນາ 2019 ພະແນກມາດຕະຖານ, ກົມມາດຕະຖານ ແລະ ວັດແທກ, ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ໄດ້ຈັດກອງປະຊຸມ ຄົ້ນຄວ້າ, ປຶກສາຫາລື ແລະ ເປັນເອກະພາບ ເພື່ອຮັບຮອງເອົາຮ່າງມາດຕະຖານນຂີ້ເຖົ່າລອຍ ໃນຂັ້ນຄະນະກຳມະການເຕັກນິກແຫ່ງຊາດ, ຢູ່ທີ່ ຫ້ອງປະຊຸມຊັ້ນ 2 ຂອງກະຊວງວິທະຍາສາດ ແລະ ເຕັກໂນໂລຊີ.

ໃຫ້ກຽດເປັນປະທານດຳເນີນກອງປະຊຸມ, ໂດຍທ່ານ ວຽງວິຊາ ສີວິໄຊ ຮອງຫົວໜ້າໜ່ວຍງານຄະນະກຳມະການເຕັກນິກແຫ່ງຊາດ ດ້ານຜະລິດຕະພັນວັດສະດຸການກໍ່ສ້າງ, ໂດຍມີບັນດາຄະນະກຳມະການເຕັກນິກແຫ່ງຊາດ, ຜູ້ຕາງໜ້າຈາກພາກສ່ວນຕ່າງໆເຊັ່ນ: ມະຫາວິທະຍາໄລແຫ່ງຊາດ, ບັນດາກະຊວງ, ຂະແໜງການທີ່ກ່ຽວຂ້ອງ ແລະ ບັນດາບໍລິສັດ ພ້ອມດ້ວຍພະນັກງານ ແລະ ກອງເລຂາ ເຂົ້າຮ່ວມ ຈຳນວນ 35 ທ່ານ.

ຈຸດປະສົງຂອງການປະຊຸມ ຄັ້ງນີ້ ກອງເລຂາຄະນະກຳມະການເຕັກນິກແຫ່ງຊາດ ໄດ້ລາຍງານສະພາບລວມກ່ຽວກັບຈຸດປະສົງ ແລະ ຂັ້ນຕອນການຮ່າງມາດຕະຖານດັ່ງກ່າວ, ໄດ້ຍົກໃຫ້ເຫັນບົດບາດຄວາມສຳຄັນຂອງວຽກງານມາດຕະຖານ ແລະ ວັດແທກ ຕໍ່ການພັດທະນາເສດຖະກິດ-ສັງຄົມ, ສປປ ລາວ ພວກເຮົາເຫັນໄດ້ວ່າ ເກີດມີການໄຫຼວຽນຂອງສິນຄ້າ ແລະ ການບໍລິການລະຫວ່າງປະເທດສະມາຊິກດ້ວຍກັນຢ່າງເສລີ ທັງລະດັບພາກພື້ນກໍ່ຄືສາກົນ ລວມທັງ ສປປ ລາວ ເຮົາເອງ. ສະນັ້ນ, ພະແນກມາດຕະຖານ, ກົມມາດຕະຖານ ແລະ ວັດແທກ, ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ໃນນາມກອງເລຂາ  ຈຶ່ງໄດ້ຮ່າງມາດຕະຖານຂີ້ເຖົ່າລອຍສະບັບນີ້ຂື້ນມາເພື່ອ ຮັບປະກັນຄວາມປອດໄພຕໍ່ຜູ້ຊົມໃຊ້ ແລະ ຄຸ້ມຄອງຄຸນນະພາບຂອງຜະລິດຕະພັນດັ່ງກ່າວ ໃຫ້ສອດຄ່ອງກັບມາຕະຖານແຫ່ງຊາດ, ພາກພື້ນ ແລະ ສາກົນ, ກອງປະຊຸມ ຄົ້ນຄວ້າ, ປຶກສາຫາລື ແລະ ເປັນເອກະພາບ ເພື່ອຮັບຮອງເອົາ ຮ່າງມາດຕະຖານຂີ້ເຖົ່າລອຍ ໃນຂັ້ນຄະນະກຳມະການເຕັກນິກແຫ່ງຊາດ ໃນຄັ້ງນີ້ ດ້ວຍຄວາມຮັບຜິດຊອບຢ່າງສູງກໍ່ໄດ້ພ້ອມກັນສຸມໃສ່ປະກອບຄຳຄິດເຫັນເພື່ອເຮັດໃຫ້ຮ່າງມາດຕະຖານ ສະບັບນີ້ໃຫ້ສົມບູນ ກອງປະຊຸມແມ່ນໄດ້ຮັບຜົນສຳເລດຕາມຄາດໝາຍ.

LEAVE A REPLY

Please enter your comment!
Please enter your name here