ສູນຢັ້ງຢືນມາດຕະຖານ ແລະ ກວດກາຄຸນນະພາບແຫ່ງຊາດ, ກົມມາດຕະຖານ ແລະ ວັດແທກ ລົງເຮັດວຽກທີໂຮງງານຊີມັງວັງວຽງຫລັງ2

0
190

ໃນວັນທີ 9 ສິງຫາ 2019 ສູນຢັ້ງຢືນມາດຕະຖານ ແລະ ກວດກາຄຸນນະພາບແຫ່ງຊາດ, ກົມມາດຕະຖານ ແລະ ວັດແທກ ໄດ້ສົມທົບກັບຄະນະກໍາມະການເຕັກນິກກວດວັດສະດຸກໍ່ສ້າງແຫ່ງຊາດ ແລະ ພະແນກວິທະຍາສາດ ແລະ ເຕັກໂນໂລຊີແຂວງວຽງຈັນ  ໃນການລົງເຮັດວຽກທີໂຮງງານຊີມັງວັງວຽງຫລັງ2 ອີງຕາມໃບຄໍາຮ້ອງສະເຫນີ ການນໍາໃຊ້ກາຫມາຍມາດຕະຖານ ແຫ່ງຊາດ ແລະ ໃບຄໍາຮ້ອງຂໍຂື້ນທະບຽນຜະລິດຕະພັນ ຂອງບໍລິສັດ  ຈຸດປະສົງ ເພື່ອປະຕິບັດຕາມຂັ້ນຕອນ, ລະບຽບການນໍາໃຊ້ກາຫມາຍມາດຕະຖານແຫ່ງຊາດໃຫ້ຖືກຕ້ອງ ແລະ ສອດຄ່ອງກັບລະບຽບການ ພ້ອມທັງເປັນການເກັບກໍາສະພາບການ ແລະ ປັບປຸງຄຸນນະພາບຜະລິດຕະພັນຊີມັງໃນການກໍ່ສ້າງໃຫ້ສອດຄ່ອງກັບສະພາບການນໍາໃຊ້ກາຫມາຍມາດຕະຖານແຫ່ງຊາດ ທີ່ບ້ານ ຂັນຫມາກ ເມືອງວັງວຽງ ແຂວງວຽງຈັນ.

 

 

 

 

LEAVE A REPLY

Please enter your comment!
Please enter your name here