ສູນກວດກາມາດຕະຖານ ແລະ ຢັ້ງຢືນຄຸນນະພາບແຫ່ງຊາດ ລົງກວດຜະລິດຕະພັນຊີມັງຂອງໂຮງງານ ສີມັງລາວສະຫັວນນະເຂດຄືນ ເພື່ອຕໍ່ອາຍຸການນຳໃຊ້ກາໝາຍມາດຕະຖານແຫ່ງຊາດ

0
78

ເພື່ອປະຕິບັດຕາມລະບຽບຫຼັກການໃນການອອກອະນຸຍາດນຳໃຊ້ກາໝາຍມາດຕະຖານແຫ່ງຊາດໃຫ້ກັບຜະລິດຕະພັນສິນຄ້າ ໂດຍອີງຕາມວາລະການຄົບກຳໜົດໃນການຂໍນຳໃຊ້ກາໝາຍມາດຕະຖານແຫ່ງຊາດ ຂອງໂຮງງານດັ່ງກ່າວ ເປັນປະເພດຜະລິດຕະພັນຊີມັງ ດັ່ງນັ້ນ ທາງສູນຢັ້ງຢືນມາດຕະຖານ ແລະ ກວດກາຄຸນນະພາບ ແຫ່ງຊາດຂອງ ກົມມາດຕະຖານ ແລະ ວັດແທກ ທີ່ຂື້ນກັບ ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ໃນນາມຜູ້ຄຸ້ມຄອງທາງດ້ານວຽກງານດັ່ງກ່າວ ຈື່ງໄດ້ສົມທົບກັບຄະນະກຳມະການເຕັກນິກແຫ່ງຊາດດ້ານວັດສະດຸກໍ່ສ້າງ ແລະ ພະແນກວິທະຍາສາດ ແລະ ເຕັກໂນໂລຊີຂອງແຂວງສະຫວັນນະເຂດ ໃນການລົງຕິດຕາມກວດກາດ້ານຄຸນນະພາບຜະລິດຕະພັນຊີມັງຂອງໂຮງງານດັ່ງກ່າວນີ້ຄືນ ເພື່ອກວດກາດ້ານເອກະສານ, ກວດກາຕິດຕາມເບີ່ງຂະບວນການຜະລິດຕົວຈີງ ໂດຍສະເພາະໄດ້ທຳການສຸ່ມເກັບຕົວຢ່າງຂອງຜະລິດຕະພັນທີ່ຂໍອະນຸຍາດເຊີ່ງມີຜະລິດຕະພັນຊີມັງ 2 ປະເພດຄື: ຊີມັງປອດແລນ PI 52,5 ແລະ ຊີມັງປະສົມ PC 32,5. ເພື່ອນຳມາທົດສອບຕາມຂັ້ນຕອນເພື່ອສົມທຽບໃສ່ມາດຕະຖານແຫ່ງຊາດ ເມື່ອເຫັນວ່າຢູ່ໃນເກນມາດຕະຖານແຫ່ງຊາດຈື່ງຈະໄດ້ມີການຕໍ່ອາຍຸໃບອະນຸຍາດການນໍາໃຊ້ກາໝາຍມາດຕະຖານແຫ່ງຊາດໃຫ້ກັບໂຮງງານດັ່ງກ່າວຕໍ່ໄປ.

ໃນການຈັດຕັ້ງປະຕິບັດວຽກງານດັ່ງກ່າວແມ່ນໄດ້ດຳເນີນການແຕ່ວັນທີ 29-30 ສິງຫາ 2019 ທີ່ຜ່ານມາ ເຊີ່ງນຳພາໂດຍ ທ່ານ ສູນທອນ ຈັນທະເດດ ຮອງຫົວໜ້າສູນຢັ້ງຢືນມາດຕະຖານ ແລະ ກວດກາຄຸນນະພາບ ແຫ່ງຊາດ. ໂຮງງານດັ່ງກ່າວ ຕັ້ງຢູ່ບ້ານ ສະພັງແກ້ວ, ເມືອງ ອາດສະພັງທອງ, ແຂວງ ສະຫວັນນະເຂດ.

ຮູບພາບ ແລະ ບົດຂ່າວ: ນາງ ເພັດມະນີ ຄຳມະມີໄຊ

 

 

LEAVE A REPLY

Please enter your comment!
Please enter your name here