ສູນກວດກາມາດຕະຖານ ແລະ ຢັ້ງຢືນຄຸນນະພາບແຫ່ງຊາດ ລົງເກັບຕົວຢ່າງຜະລິດຕະພັນນໍ້າສີຂອງບໍລິສັດ ຢູອາເພນທສ໌ (ລາວ) ຈຳກັດ ເພື່ອອອກອະນຸຍາດນຳໃຊ້ກາໝາຍມາດຕະຖານແຫ່ງຊາດ

0
70

ເມື່ອວັນທີ 30 -31 ສິງຫາ 2019 ທີ່ຜ່ານມານີ້ ສູນຢັ້ງຢືນມາດຕະຖານ ແລະ ກວດກາຄຸນນະພາບ ແຫ່ງຊາດ ໄດ້ສົມທົບກັບຄະນະກຳມະການເຕັກນິກແຫ່ງຊາດດ້ານວັດສະດຸກໍ່ສ້າງ ແລະ ພະແນກວິທະຍາສາດ ແລະ ເຕັກໂນໂລຊີ ນະຄອນຈຳປາສັກ ເພື່ອທຳການລົງຕິດຕາມກວດກາຄຸນນະພາບຜະລິດຕະພັນປະເພດນໍ້າສີ ທີ່ຜະລິດໂດຍບໍລິສັດ ຢູອາເພນທສ໌ (ລາວ) ຈຳກັດ ຕັ້ງຢູ່ບ້ານ ສີວິໄລ, ເມືອງ ຊະນະສົມບູນ, ນະຄອນຈໍາປາສັກ. ນໍາພາໂດຍ ທ່ານ ສູນທອນ ຈັນທະເດດ ຮອງຫົວໜ້າສູນຢັ້ງຢືນມາດຕະຖານ ແລະ ກວດກາຄຸນນະພາບ ແຫ່ງຊາດ.

ເພື່ອລົງກວດກາຊຸກຍູ້ຕິດຕາມການຜະລິດໃຫ້ຖືກຕ້ອງຕາມຂັ້ນຕອນໃນການອອກອະນຸຍາດນຳໃຊ້ກາໝາຍມາດຕະຖານແຫ່ງຊາດກັບຜະລິດຕະພັນສີ 02 ປະເພດຂອງບໍລິສັດດັ່ງກ່າວຄື: ສີນ້ຳທາພາຍໃນ-ພາຍນອກ ແລະ ສີນ້ຳມັນ.

ໃນການຈັດຕັ້ງປະຕິບັດເບື້ອງຕົ້ນແມ່ນໄດ້ທຳການລົງກວດກາຕົວຈິງຢູ່ໂຮງງານ, ໂດຍສະເພາະແມ່ນການກວດກາທາງດ້ານເອກະສານ, ກວດກາເບີ່ງຂະບວນການຜະລິດຕົວຈີງ ແລະ ສຸ່ມເກັບເອົາຕົວຢ່າງມາກວດສອບຢູ່ຫ້ອງທົດລອງເພື່ອສົມທຽບໃສ່ກັບມາດຕະຖານແຫ່ງຊາດ ເພື່ອເປັນບ່ອນອີງໃນການຄົ້ນຄວ້າ ແລະ ພິຈາລະນາການອອກອະນຸຍາດນໍາໃຊ້ກາໝາຍມາດຕະຖານແຫ່ງຊາດ ໃຫ້ແກ່ຜະລິດຕະພັນຂອງບໍລິສັດດັ່ງກ່າວ.

ຮູບພາບ ແລະ ບົດຂ່າວ: ນາງ ເພັດມະນີ ຄຳມະມີໄຊ

 

 

LEAVE A REPLY

Please enter your comment!
Please enter your name here