ສຳມະນາເຜີຍແຜ່ກ່ຽວກັບວຽກງານມາດຕະຖານ ແລະ ວັດແທກ ເນື່ອງໃນໂອກາດສະເຫຼີມສະຫຼອງວັນມາດຕະຖານສາກົນ

0
162

ໃນຕອນແລງວັນທີ 16 ຕຸລາ 2019 ກົມມາດຕະຖານ ແລະ ວັດແທກ, ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ຮ່ວມກັບ ຄະນະວິທະຍາສາດ ທໍາມະຊາດ ມະຫາວິທະຍາໄລແຫ່ງຊາດ ໄດ້ຈັດສຳມະນາເຜີຍແຜ່ກ່ຽວກັບວຽກງານມາດຕະຖານ ແລະ ວັດແທກ ເພື່ອໃຫ້ຜູ້ເຂົ້າຮ່ວມກໍຄືນັກສຶກສາໄດ້ຮັບຮູ້ເຂົ້າໃຈເລິກເຊິ່ງ ກ່ຽວກັບຄວາມໝາຍຄວາມສຳຄັນ ແລະ ພາລະບົດບາດວຽກງານດັ່ງກ່າວຫຼາຍຍິ່ງຂຶ້ນ ໂດຍເປັນກຽດເຂົ້າຮ່ວມຂອງທ່ານ ວຽງທອງ ວົງທະວິໄລ, ຫົວໜ້າກົມມາດຕະຖານ ແລະ ວັດແທກ, ທ່ານ ຮສ. ສັກມອນ ສິຣິສັກ, ຮອງຄະນະບໍດີ ຄະນະວິທະຍາສາດ ທຳມະຊາດ, ມີບັນດາຮອງຫົວໜ້າກົມ, ບັນດາຫົວໜ້າພະແນກ, ຄູ-ອາຈານ ແລະ ນັກສຶກສາເຂົ້າຮ່ວມ 100 ກວ່າຄົນ.

ຈຸດປະສົງຂອງການຈັດສຳມະນາດັ່ງກ່າວແມ່ນເພື່ອເປັນການເຜີຍແຜ່ພາລະບົດບາດ, ສິດ ແລະ ໜ້າທີ່ ຂອງກົມມາດຕະຖານ ແລະ ວັດແທກ ຕໍ່ກັບການພັດທະນາເສດຖະກິດ-ສັງຄົມ ໃນຍຸກອຸດສາຫະກຳ 4.0 ໂດຍສະເພາະແມ່ນວຽກງານມາດຕະຖານ, ວຽກງານຢັ້ງຢືນຄຸນນະພາບຜະລິດຕະພັນ-ສິນຄ້າ ແລະ ວຽກງານການວັດແທກ.

ທ່ານ ວຽງທອງ ວົງທະວິໄລ ກ່າວວ່າ: ການຈັດສຳມະນາໃນຄັ້ງນີ້ແມ່ນກິດຈະກຳໜຶ່ງໃນການສະເຫຼີມສະຫຼອງວັນມາດຕະຖານສາກົນ, ຊຶ່ງການສຳມະນາດັ່ງກ່າວແມ່ນເພື່ອເປັນການເຜີຍແຜ່ພາລະບົດບາດ, ສິດ ແລະ ໜ້າທີ່ ຂອງກົມມາດຕະຖານ ແລະ ວັດແທກ ເພື່ອສ້າງຈິດສຳນຶກໃຫ້ແກ່ສັງຄົມ ເປັນຕົ້ນແມ່ນຜູ້ສ້າງນິຕິກຳກ່ຽວ ກັບມາດຕະຖານ ແລະ ຄຸນນະພາບ, ຜູ້ສ້າງລະບຽບການ ແລະ ຄຸ້ມຄອງມາດຕະຖານ, ຜູ້ປະກອບການລົງທຶນ,​ ນັກທຸລະກິດ, ຜູ້ຜະລິດ ແລະ ຜູ້ຊົມໃຊ້ ລວມເຖີງພໍ່ແມ່ປະຊາຊົນລາວໃນຂອບເຂດທົ່ວປະເທດ ເຂົ້າໃຈໄດ້ຢ່າງເລິກເຊິ່ງ ກ່ຽວກັບບົດບາດ ແລະ ຄວາມສຳຄັນຂອງວຽກງານ ມາດຕະຖານຕໍ່ການພັດທະນາເສດຖະກິດ-ສັງຄົມ ໃນລະດັບຊາດ, ພາກພື້ນ ແລະ ສາກົນ.

ທ່ານກ່າວຕື່ມວ່າ: ໃນວັນທີ 14 ຕຸລາ ຂອງທຸກໆປີ ແມ່ນວັນມາດຕະຖານໂລກ ແລະ ໃນປີ 2019 ຄົບຮອບ 72 ປີ ສປປ ລາວ ໄດ້ພ້ອມກັບບັນດາປະເທດສະມາຊິກອົງການມາດຕະຖານສາກົນ (ISO) ໄດ້ຈັັດການສະເຫຼີມສະຫຼອງວັນດັ່ງກ່າວ ໃນທົ່ວໂລກ ພາຍໃຕ້ ຄຳຂວັນທີ່ອົງການມາດຕະຖານສາກົນວາງອອກວ່າ: ການນໍາໃຊ້ມາດຕະຖານແບບວິດີໂອ ເປັນການສົ່ງເສີມໃຫ້ກ້າວເຂົ້າສູ່ເວທີສາກົນ (Video Standards Create a Global Stage), ວິດີໂອເປັນສື່ກາງທີ່ ສະແດງໃຫ້ເຫັນຮູບພາບ, ສຽງ, ການເຄື່ອນໄຫວ ໃນທຸກໆກິດຈະກໍາທີ່ຜູ້ຖ່າຍໄດ້ ບັນທຶກໄວ້, ວິດີໂອ ຍັງໄດ້ສ້າງເຄື່ອຄ່າຍ ລະຫວ່າງໝູ່ເພື່ອນ, ຄອບຄົວໃນທົ່ວໂລກ ແລະ ຍັງມີທ່າແຮງແບບ ກ້າວກະໂດດ ໃນຍຸກປັດຈຸບັນ.

ວິດິໂອເປັນແມ່ແບບເຕັກໂນໂລຊີທີ່ທັນສະໄໝຂອງການເຜີຍແຜ່, ໂຄສະນາ ແລະ ເຮັດໃຫ້ຜູ້ຊົມໄດ້ຮັບຮູ້ ເຂົ້າໃຈ ງ່າຍ ແລະ ຈື່ຈໍາໄດ້ໄວຂຶ້ນ ໂດຍສະເພາະແມ່ນວິດີໂອກ່ຽວ ກັບການພັດທະນາມາດຕະຖານ ແລະ ມາດຕະຖານ ສາກົນທີ່ ມີການນໍາໃຊ້ໃນທົ່ວໂລກ. ໃນການສ້າງມາດຕະຖານ ຫຼື ບັນທຶກວິດີໂອ ແມ່ນຜົນຂອງການຮ່ວມມືລະຫວ່າງ ອົງການ ໄຟຟ້າເອັກໂຕຼນິກສາກົົນ (IEC), ອົງການມາດຕະຖານສາກົນ (ISO) ແລະ ອົງການໂທລະຄົມມະນາຄົມສາກົນ (ITU) ຈຶ່ງເຮັດ ໃຫ້ມີບົດບາດ ແລະ ຄວາມຕ້ອງ ການດ້ານມາດຕະຖານນັບມື້ນັບຂະຫຍາຍຕົວຂຶ້ນ ເຊິ່ງໄດ້ສະແດງໃຫ້ເຫັນເຖິງຄວາມສຳຄັນຂອງ ມາດຕະຖານຕໍ່ກັບ ການພັດທະນາເສດ ຖະກິດ-ສັງຄົມ ແລະ ເປັນສິ່ງຢັ້ງຢືນຄຸນນະພາບໃຫ້ຜູ້ຊົມໃຊ້ສາມາດເຊື່ອຖືໄດ້, ນອກນັ້ນຍັງໄດ້ເນັ້ນໃຫ້ເຫັນເຖິງບົດບາດຄວາມສຳຄັນ ຂອງການເຄື່ອນໄຫວວຽກງານມາດຕະຖານ ໃນການເຊື່ອມໂຍງເຂົ້າເປັນສະມາຊິກຂອງປະຊາຄົມເສດຖະກິດອາຊຽນ, ອົງການການຄ້າ ໂລກ ແລະ ການຮ່ວມມືໃນເວທີສາກົນອື່ນໆ.

ການພັດທະນາວຽກງານມາດຕະຖານແມ່ນເພື່ອອຳນວຍຄວາມສະດວກ, ຊຸກຍູ້ສົ່ງເສີມ ດ້ານການຄ້າ, ໂດຍຜ່ານການບັນທຶກ ແລະ ຖ່າຍທອດເຕັກໂນໂລຊີ ທີ່ກ້າວໜ້າຂອງໂລກຜ່ານທາງວິດີໂອ ການນຳໃຊ້ມາດຕະຖານເພື່ອ ຄຸ້ມຄອງ ແລະ ຊຸກຍູ້ສົ່ງ ເສີມການຜະລິດ ແລະ ການບໍລິິການມີບົດບາດສຳຄັນໃນການພັດທະນາແບບຍືນຍົງ ການຢັ້ງຢືນຮັບຮອງເອົາ ມາດຕະຖານຂອງຜະລິດຕະພັນ, ລະບົບການກວດສອບ, ການຢັ້ງຢືນຄຸນນະພາບຂອງຜະລິດຕະພັນ ແລະ ສິນຄ້າ. ນອກນັ້ນ, ຍັງຊ່ວຍຍົກສູງສະມັດຕະພາບ ແລະ ຄຸນນະພາບການຜະລິດ ເພື່ອສ້າງຄວາມເຊື່ອໝັ້ນເພີ່ມຂຶ້ນໃຫ້ແກ່ຜູ້ຊົມໃຊ້ອີກດ້ວຍ.

ຮູບພາບ: ທ ພຸດທະຈັນ ຊັບທະວີ

ຂ່າວ: ທ ບຸນທັນ

LEAVE A REPLY

Please enter your comment!
Please enter your name here