ສູນກວດກາມາດຕະຖານ ແລະ ຢັ້ງຢືນຄຸນນະພາບແຫ່ງຊາດ ລົງກວດຜະລິດຕະພັນຊີມັງຂອງໂຮງງານ ຄຳມ່ວນຊີມັງ ຈຳກັດ ເພື່ອຂໍອານຸຍາດນຳໃຊ້ກາໝາຍມາດຕະຖານແຫ່ງຊາດ

0
147

ເມື່ອວັນທີ 02-04 ຕຸລາ 2019 ທີ່ຜ່ານມາ ສູນຢັ້ງຢືນມາດຕະຖານ ແລະ ກວດກາຄຸນນະພາບ ແຫ່ງຊາດ ໄດ້ສົມທົບກັບຄະນະກຳມະການເຕັກນິກແຫ່ງຊາດດ້ານວັດສະດຸກໍ່ສ້າງ ແລະ ພະແນກວິທະຍາສາດ ແລະ ເຕັກໂນໂລຊີ ແຂວງຄຳມ່ວນ ໄດ້ລົງຕິດຕາມກວດກາຄຸນນະພາບຜະລິດຕະພັນປະເພດຊີມັງ ທີ່ຜະລິດໂດຍບໍລິສັດ ຄຳມ່ວນ ຊີມັງ ຈຳກັດ, ຕັ້ງຢູ່ບ້ານ ໂພວາ, ເມືອງ ມະຫາໄຊ, ແຂວງຄຳມ່ວນ. ນໍາພາໂດຍ ທ່ານ ສູນທອນ ຈັນທະເດດ ຮອງຫົວໜ້າສູນຢັ້ງຢືນມາດຕະຖານ ແລະ ກວດກາຄຸນນະພາບ ແຫ່ງຊາດ.

ເພື່ອລົງຊຸກຍູ້ການຜະລິດໃຫ້ຖືກຕ້ອງຕາມຂັ້ນຕອນໃນການອອກອະນຸຍາດນໍາໃຊ້ກາໝາຍມາດຕະຖານແຫ່ງຊາດກັບຜະລິດຕະພັນຊີມັງ 02 ປະເພດຂອງບໍລິສັດດັ່ງກ່າວຄື:

  • ຊີມັງກາເສືອ

ປະເພດ (Class): ຮັບໃຊ້ການກໍ່ສ້າງ

ຊະນິດ (Type): ຊີມັງປະສົມ

ຂະໜາດ (Size): 40 ກິໂລກຼາມ/ເປົາ

ຊັ້ນ (Grade): –

  • ຊີມັງກາຊ້າງແດງ SCG

ປະເພດ (Class): ຮັບໃຊ້ການກໍ່ສ້າງ

ຊະນິດ (Type): ຊີມັງປອດແລນ

ຂະໜາດ (Size): 50 ກິໂລກຼາມ/ເປົາ

ຊັ້ນ (Grade): ປະເພດ 1

ໃນການຈັດຕັ້ງປະຕິບັດເບື້ອງຕົ້ນແມ່ນໄດ້ລົງກວດກາຕົວຈິງຢູ່ໂຮງງານ, ໂດຍສະເພາະແມ່ນການກວດກາທາງດ້ານເອກະສານ, ກວດກາເບີ່ງຂະບວນການຜະລິດຕົວຈີງ ແລະ ສຸ່ມເກັບເອົາຕົວຢ່າງມາກວດສອບຢູ່ຫ້ອງທົດລອງເພື່ອສົມທຽບໃສ່ກັບມາດຕະຖານແຫ່ງຊາດ ເພື່ອເປັນບ່ອນອີງໃນການຄົ້ນຄວ້າ ແລະ ພິຈາລະນາກ່ອນການອອກອະນຸຍາດນໍາໃຊ້ກາໝາຍມາດຕະຖານແຫ່ງຊາດ ໃຫ້ແກ່ຜະລິດຕະພັນຂອງບໍລິສັດດັ່ງກ່າວ.

ຮູບພາບ ແລະ ບົດຂ່າວ: ອໍລະຊຸນ ມະນີ

LEAVE A REPLY

Please enter your comment!
Please enter your name here