ສຳເລັດກອງປະຊຸມໃຫຍ່ ຄັ້ງທີ II ຂອງໜ່ວຍພັກ ກົມມາດຕະຖານ ແລະ ວັດແທກ

0
173

ໃນວັນທີ 30 ຕຸລາ 2019 ໜ່ວຍພັກກົມມາດຕະຖານ ແລະ ວັດແທກ,​ ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ໄດ້ຈັດກອງປະຊຸມໃຫຍ່ຄັ້ງທີ II ຂອງໜ່ວຍພັກຕົນຂື້ນ ທີ່ຫ້ອງປະຊຸມ ສະຖາບັນນິເວດວິທະຍາ  ແລະ ເຕັກໂນໂລຊີ ຊີວະພາບ ພາຍໃຕ້ການເປັນປະທານຂອງ ສະຫາຍ ບັນດິດ ສຈ ບໍວຽງຄຳ ວົງດາລາ ກຳມະການສູນກາງພັກ, ເລຂາຄະນະພັກ ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ໂດຍມີສະມາຊິກພັກສົມບູນ ແລະ ສຳຮອງພາຍໃນໜ່ວຍພັກກົມມາດຕະຖານ ແລະ ວັດແທກ ເຂົ້າຮ່ວມທັງໝົດ 47 ສະຫາຍ, ຍິງ 14 ສະຫາຍ  ມີບັນດາແຂກເຂົ້າຮ່ວມຈາກໜ່ວຍພັກອ້ອມຂ້າງກະຊວງ 13 ໜ່ວຍພັກ ແລະ ສາມອົງການຈັດຕັ້ງມະຫາຊົນກະຊວງ.

ໃນວາລະການດຳເນີນກອງປະຊຸມດັ່ງກ່າວແມ່ນໄດ້ມີການລົງປະຊາມະຕິເປັນເອກະພາບກັນໃນທີ່ປະຊຸມຮັບຮອງເອົາບັນດາເນື້ອໃນທີ່ສຳຄັນຕ່າງໆ ກໍ່ຄືໄດ້ພ້ອມກັນຄົ້ນຄ້ວາ ແລະ ປະກອບຄຳເຫັນໃສ່ບົດລາຍງານການເມືອງ ແລະ ບົດສຳຫຼວດການນຳພາຂອງຄະນະໜ່ວຍພັກຊຸດເກົ່າ, ກອງປະຊຸມໄດ້ເປັນເອກະພາບກັນຕີລາຄາດ້ານດີ, ດ້ານອ່ອນ, ຂໍ້ຄົງຄ້າງ, ສາເຫດ ແລະ ບົດຮຽນໃນການຊີ້ນຳ-ນຳພາ, ການຈັດຕັ້ງປະຕິບັດ, ມະຕິອົງຄະນະພັກກະຊວງ ແລະ ແຜນການລວມ ຂອງໜ່ວຍພັກໃນໄລຍະຜ່ານມາ, ພ້ອມນີ້ກອງປະຊຸມຍັງໄດ້ເປັນເອກະພາບກັນຮັບຮອງເອົາທິດທາງແຜນການ 05 ປີ ນັບແຕ່ປີ 2020 ຮອດປີ 2024.

ກອງປະຊຸມຄັ້ງປະຖົມມະລຶກຂອງຄະນະໜ່ວຍພັກກົມມາດຕະຖານ ແລະ ວັດແທກ ໄດ້ເປັນເອກະສັນເລືອກເອົາ ສະຫາຍ ວຽງທອງ ວົງທະວິໄລ ເປັນເລຂາໜ່ວຍພັກ, ສະຫາຍ ນ. ນິສິດ ຄໍາມູນເຮືອງ ເປັນຮອງເລຂາໜ່ວຍພັກ, ສະຫາຍ ວຽງຄຳ ສິງສອນໄຊ ເປັນປະທານກວດກາ, ສະຫາຍ ພວງມາລາ ຈູມພະຈັນ ເປັນຄະນະໜ່ວຍພັກ ແລະ ສະຫາຍ ປອ ສົມພອນໄຊ ວົງດາລາ ເປັນຄະນະໜ່ວຍພັກຊຸດໃໝ່.

ຫຼັງຈາກນັ້ນ ກອງປະຊຸມໄດ້ປ່ອນບັດເລືອກເອົາຜູ້ແທນສົມບູນເຂົ້າຮ່ວມກອງປະຊຸມໃຫຍ່ຄັ້ງທີ II ຂອງອົງຄະນະພັກກະຊວງ ຈຳນວນ 29 ສະຫາຍ ແລະ ຜູ້ແທນສຳຮອງ ຈຳນວນ 04 ສະຫາຍ.

ໂອກາດດັ່ງກ່າວ ສະຫາຍ ປະທານ ກອງປະຊຸມກໍ່ໄດ້ໃຫ້ກຽດໂອ້ລົມ ແລະ ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ການຊີ້ນຳ-ນຳພາ ຂອງຄະນະພັກຊຸດເກົ່າ ທີ່ໄດ້ຊີ້ນຳສະມາຊິກພັກ ແລະ ພະນັກງານລັດຖະກອນໃນການປະຕິບັດໜ້າທີ່ການເມືອງ ແລະ ໄດ້ມີຜົນສຳເລັດຫຼາຍດ້ານ ພ້ອມກັນນັ້ນ ສະຫາຍ ຍັງສະແດງຄວາມເປັນຫ່ວງເປັນໄໃຍຕໍ່ດ້ານອ່ອນ, ຂໍ້ຄົງຄ້າງ ແລະ ສະຫາຍ ກໍ່ໃຫ້ທິດຊີ້ນຳແຕ່ລະດ້ານໃນທາງສ້າງສັນ, ສະຫາຍແມ່ນມີຄວາມເຊື່ອໝັ້ນຕໍ່ຄະນະໜ່ວຍພັກຊຸດໃໝ່ທີ່ຈະສືບຕໍ່ຊີ້ນຳ-ນຳພາຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີ II ຂອງໜ່ວຍພັກ ກົມມາດຕະຖານ ແລະ ວັດແທກ ໃຫ້ມີຜົນສຳເລັດທີ່ຍິ່ງໃຫຍ່ກ່ວາເກົ່າ.

ກອງປະຊຸມຍັງໄດ້ຮຽກຮ້ອງມາຍັງສະມາຊິກພັກ, ພະນັກງານຈົ່ງເຊີດຊູສະຕິ ແລະ ຄວາມຮັບຜິດຊອບການເມືອງຂອງຕົນໃຫ້ສູງຂື້ນເລື້ອຍໆເຮັດໃຫ້ວຽກງານມາດຕະຖານ ແລະ ວັດແທກ ໄດ້ມີການເຕີບໃຫຍ່ຂະຫຍາຍໄປເລື້ອຍໆເຮັດໃຫ້ໜ່ວຍພັກມີຄວາມປອດໃສ, ເຂັ້ມແຂງ, ໜັກແໜ້ນ.

ກອງປະຊຸມໄດ້ດຳເນີນເປັນເວລາເຄີ່ງມື້

ຮູບພາບ ແລະ ບົດຂ່າວ : ທ. ພຸດທະຈັນ ຊັບທະວີ

LEAVE A REPLY

Please enter your comment!
Please enter your name here