ສູນຢັ້ງຢືນມາດຕະຖານ ແລະ ກວດກາຄຸນະພາບແຫ່ງຊາດ ລົງຕິດຕາມກວດກາເກັບຕົວຢ່າງ ນໍ້າສີ ແລະ ເຫຼັກເສັ້ນ ຂອງສອງບໍລິສັດເພື່ອຕໍ່ອະນຸຍາດນຳໃຊ້ກາໝາຍມາດຕະຖານແຫ່ງຊາດ.

0
84

ສູນຢັ້ງຢື້ນມາດຕະຖານ ແລະ ກວດກາຄຸນນະພາບແຫ່ງຊາດ, ກົມມາດຕະຖານ ແລະ ວັດແທກ ລົງກວດກາ ແລະ ເກັບຕົວຢ່າງນໍ້າສີຂອງບໍລິສັດ ອຸໄລພານິດ (ປະເທດລາວ)ຕັ້ງຢູ່ທີ່ບ້ານ ສົມສະໜຸກ ເມືອງຫາດຊາຍຟອງ ນະຄອນຫຼວງວຽງຈັນ. ໂດຍໄດ້ມີການປະສານສົມທົບກັບພະແນກວິທະຍາສາດ ແລະ ເຕັກໂນໂລຊີ ນະຄອນຫຼວງ ຮ່ວມກັບ ຄະນະກຳມະການເຕັກນິກແຫ່ງຊາດດ້ານຜະລິດຕະພັນວັດສະດຸກໍ່ສ້າງ ໂດຍອິງຕາມການສະເໜີເຈດຈຳນົງມາຂອງບໍລິສັດດັ່ງກ່າວ ໃນການຂໍຕໍ່ອະນຸຍາດຂື້ນທະບຽນກາໝາຍມາດຕະຖານແຫ່ງຊາດ.

ທ່ານ ບຸນໂຮມ ພານຸວົງ ຫົວໜ້າສູນຢັ້ງຢື້ນມາດຕະຖານ ແລະ ກວດກາຄຸນນະພາບແຫ່ງຊາດ ໃນນາມຜູ້ນຳພາໃນການລົງເຮັດວຽກໃນຄັ້ງນີ້ກໍ່ໄດ້ອະທິບາຍໃຫ້ຮູ້ວ່າ ໃນການການລົງມາເຮັດວຽກຮ່ວມກັບບໍລິສັດໃນຄັ້ງນີ້ກໍ່ໄດ້ຜ່ານການຄົ້ນຄ້ວາຮ່ວມກັບທາງຄະນະກຳມະການພາກສ່ວນກ່ຽວຂ້ອງຕາມການສະເໜີຂອງບໍລິສັດເພື່ອຈັດສັນຄະນະກຳມະການລົງມາຈັດຕັ້ງປະຕິບັດຕາມຂັ້ນຕອນ ໃນການຂໍຕໍ່ໃບອະນຸຍາດຂື້ນທະບຽນກາໝາຍມາດຕະຖານແຫ່ງຊາດລາວ ຫຼື (ມລ) ການຜະລິດສິນຄ້າ, ໃຫ້ຖືກຕ້ອງ ແລະ ຊັດເຈນ, ເພື່ອເກັບກໍາສະພາບການ ແລະ ຊຸກຍູ້, ປັບປຸງຄຸນນະພາບຜະລິດຕະພັນສີ ຂອງບໍລິສັດອຸໄລພານິດ (ປະເທດລາວ) ເພື່ອຍົກສູງໃຫ້ສິນຄ້າທີ່ຜະລິດ ແລະ ຈໍາໜ່າຍຢູ່ໃນ ສປປລາວ ເປັນສິນຄ້າທີໄດ້ມາດຕະຖານ ຮັບປະກັນດ້ານຄຸນນະພາບ ກ້າວໄປທຽບເທົ່າລະດັບສາກົນ ໃຫ້ເປັນທີ່ຍອມຮັບທົ່ວສັງຄົມ.

ໃນການເຮັດວຽກຕົວຈິງເບື້ອງຕົ້ນທາງຄະນະກຳມະການກໍ່ໄດ້ກວດກາທາງດ້ານເອກະສານທີ່ກ່ຽວຂ້ອງ ແລະ ໄດ້ລົງຕິດຕາມກວດກາເບີ່ງຂະບວນການຜະລິດຕົວຈີງທຸກຂັ້ນຕອນພ້ອມທັງປະເມີນຕາມຕົວຈິງ ຫຼັ້ງຈາກນັ້ນ ກໍ່ໄດ້ທຳການສຸ່ມເກັບເອົາຕົວຢ່າງແຕ່ລະປະເພດມາກວດສອບຢູ່ຫ້ອງທົດລອງເພື່ອປະເມີນຜົນດ້ານຄຸນນະພາບໂດຍທຽບໃສ່ກັບມາດຕະຖານແຫ່ງຊາດ, ເພື່ອເປັນບ່ອນອິງໃສ່ການຄົ້ນຄວ້າ ແລະ ພິຈາລະນາໃນການຕໍ່ໃບອານຸຍາດນໍາໃຊ້ກາໝາຍມາດຕະຖານແຫ່ງຊາດ ໃຫ້ແກ່ບໍລິສັດດັ່ງກ່າວ.

ການລົງເຮັດວຽກໃນຄັ້ງນີ້ສຳເລັດໃນຕອນເຊົ້າຂອງວັນທີ 16 ມັງກອນ 2020.

ເຊີ່ງໃນຕອນບ່າຍຂອງວັນດຽວກັນ ທາງຄະນະກຳມະການກໍ່ໄດ້ສືບຕໍ່ລົງເຮັດວຽກຢູ່ທີ່ບໍລິສັດນະຄອນຫຼວງອຸດສາຫະກໍາເຫຼັກ ຈໍາກັດ ຕາມການສະເໜີຂອງທາງບໍລິສັດດັ່ງກ່າວ ບໍລິສັດຕັ້ງຢູ່ທີ່ ບ້ານ ຊຽງຄວນ ເມືອງຫາດຊາຍຟອງ ນະຄອນຫຼວງວຽງຈັນ.

ໃນການຈັດຕັ້ງປະຕິບັດກໍ່ໄດ້ອິງຕາມຂັ້ນຕອນແຜນວຽກປົກກະຕິໂດຍເນັ້ນໃສ່ການກວດກາດ້ານເອກະສານທີ່ກ່ຽວຂ້ອງ ພ້ອມທັງຕິດຕາມກວດກາຂັ້ນຕອນການຜະລິດຕົວຈິງຮັບປະກັນດ້ານຄວາມປອດໄພໃນທຸກຂັ້ນຕອນ ແລະ ສຸ່ມເກັບຕົວຢ່າງເຫຼັ້ກເສັ້ນແຕ່ລະຂະໜາດເພື່ອນຳມາເຂົ້າຫ້ອງທົດລອງຕາມຂະບວນການຂອງທາງຄະນະກຳມະການເຕັກນິກແຫ່ງຊາດດ້ານຜະລິດຕະພັນວັດສະດຸກໍ່ສ້າງເພື່ອສົມທຽບໃສ່ມາດຕະຖານແຫ່ງຊາດທີ່ໄດ້ຮັບຮອງ ພາຍຫຼັງມີການຄົ້ນຄ້ວາຂອງທາງຄະນະກຳມະການເຫັນວ່າເງື່ອນໄຂຄົບຖ້ວນສົມບູນຈື່ງຈະໄດ້ມີການຕໍ່ໃບອານຸຍາດຂື້ນທະບຽນກາໝາຍມາດຕະຖານແຫ່ງຊາດລາວ ຫຼື (ມລ) ໃຫ້ແກ່ບໍລິສັດດັ່ງກ່າວໃນຂັ້ນຕໍ່ໄປ.

ບົດຂ່າວ: ນ ເພັດມະນີ

LEAVE A REPLY

Please enter your comment!
Please enter your name here