ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ຮັບເອົາມະຫາຊົນກ້າວໜ້າເຂົ້າເປັນສະມາຊິກພັກສຳຮອງ ແລະ ເລື່ອນສະມາຊິກພັກສຳຮອງຂື້ນເປັນສະມາຊິກພັກສົມບູນຂອງພັກປະຊາຊົນປະຕິວັດລາວ

0
105

ໃນວັນທີ 3 ມັງກອນ 2020 ທີ່ຫ້ອງປະຊຸມໃຫຍ່ສະຖາບັນຄຸ້ມຄອງວິທະຍາສາດ ແລະ ເຕັກໂນໂລຊີ ຫຼັກ 14 ໄດ້ມີການຈັດພິທີຮັບມະຫາຊົນກ້າວໜ້າເຂົ້າເປັນສະມາຊິກພັກສຳຮອງ ແລະ ເລື່ອນສະມາຊິກພັກສຳຮອງຂື້ນເປັນສະມາຊິກພັກສົມບູນ ຂອງພັກປະຊາຊົນປະຕິວັດລາວ ມີກົມມາດຕະຖານ ແລະ ວັດແທກ, ກົມວິທະຍາສາດ ແລະ ສະຖາບັນນິເວດວິທະຍາ ແລະ ເຕັກໂນໂລຊີຊີວະພາບ ເຊີ່ງໃຫ້ກຽດເປັນປະທານໂດຍ ສະຫາຍ ບຸນຕີ ທະມິດ ຮອງເລຂາຄະນະພັກກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ໂດຍມີ ຄະນະພັກກະຊວງ, ບັນດາເລຂາ, ຮອງເລຂາ ໜ່ວຍພັກ ຫ້ອງການ, ກົມ, ສະຖາບັນ, ສະຫາຍຜູ້ຕ່າງໜ້າສາມອົງການຈັດຕັ້ງມະຫາຊົນ ອ້ອມຂ້າງກະຊວງ ແລະ ສະມາຊິກພັກຂອງກົມກ່ຽວຂ້ອງເຂົ້າຮ່ວມ.

ໃນວາລະການດຳເນີນພິທີໄດ້ມີການຮັບເອົາມະຫາຊົນກ້າວໜ້າເຂົ້າເປັນສະມາຊິກພັກສຳຮອງຂອງພັກປະຊາຊົນປະຕິວັດລາວ ຂອງກົມມາດຕະຖານ ແລະ ວັດແທກ ຈຳນວນ 6 ສະຫາຍ ຍິງ 1 ສະຫາຍ ເຊີ່ງສະຫາຍ ວຽງທອງ ວົງທະວິໄລ ເລຂາໜ່ວຍພັກກົມມາດຕະຖານ ແລະ ວັດແທກ ໄດ້ຂື້ນຜ່ານມະຕິຕົກລົງຂອງຄະນະພັກກະຊວງ ວ່າດ້ວຍການຮັບເອົາມະຫາຊົນກ້າວໜ້າເຂົ້າເປັນສະມາຊິກພັກສຳຮອງຂອງພັກປະຊາຊົນປະຕິວັດລາວ ໂດຍມີລາຍຊື່ດັ່ງນີ້:

  1. ສະຫາຍ ບຸນຍອຍ ກອງແກ້ວມະນີວົງ
  2. ສະຫາຍ ພິມມະຈັນ ຄຳພັນໄມ
  3. ສະຫາຍ ລັດສະໝີ ເຊີດຜາດ
  4. ສະຫາຍ ອິນທະສອນ ຈັນເຕັມ
  5. ສະຫາຍ ນ ຄຳໃບ ພັນທະໂອສາ
  6. ສະຫາຍ ບຸນທອນ ພິລາວົງ

ໂອກາດດັ່ງກ່າວຍັງໄດ້ມີການເລື່ອນສະມາຊິກພັກສຳຮອງຂື້ນເປັນສະມາຊິກພັກສົມບູນຂອງພັກປະຊາຊົນປະຕິວັດລາວ ຂອງກົມວິທະຍາສາດ ຈຳນວນ 6 ສະຫາຍ ຍິງ 3 ສະຫາຍ ແລະ ສະຖາບັນນິເວດວິທະຍາ ແລະ ເຕັກໂນໂລຊີຊີວະພາບ ຈໍານວນ 1 ສະຫາຍ ໂດຍການຂື້ນຜ່ານມະຕິຕົກລົງຂອງຄະນະພັກ ກວຕ ວ່າດ້ວຍການອະນຸມັດເລື່ອນ ສະມາຊິກພັກສຳຮອງຂື້ນເປັນສະມາຊິກພັກສົມບູນຂອງພັກປະຊາຊົນປະຕິວັດລາວ ໂດຍ ສະຫາຍ ເລຂາໜ່ວຍພັກກົມວິທະຍາສາດ ແລະ ສະຫາຍ ເລຂາ ໜ່ວຍພັກສະຖາບັນນິເວດວິທະຍາ ແລະ ເຕັກໂນໂລຊີຊີວະພາບ.

ຫຼັງຈາກນັ້ນ ສະຫາຍ ຄະນະພັກກະຊວງໄດ້ໃຫ້ກຽດໂອ້ລົມ, ກ່າວຕັກເຕືອນ ແລະ ສະແດງຄວາມຍ້ອງຍໍຊົມເຊີຍ ແກ່ສະມາຊິກພັກສຳຮອງ ແລະ ສະມາຊິກພັກສົມບູນໃໝ່ ທີ່ໄດ້ຕັ້ງໜ້າຝຶກຝົນຫຼໍ່ຫຼອມຕົນເອງຈົນມີຜົນງານໄດ້ຮັບຄວາມໄວ້ເນື້ອເຊື່ອໃຈຈາກໜ່ວຍພັກ ແລະ ບັນດາສະມາຊິກພັກຂອງຕົນ ເຊີ່ງສະຫາຍຍັງໄດ້ກ່າວເຖີງຄວາມສຳຄັນຂອງພັກປະຊາຊົນປະຕິວັດລາວ ແລະ ການປະຕິບັດລະບຽບໃນການເຂົ້າຮ່ວມຊີວິດພັກ ສະຫາຍໄດ້ເນັ້ນວ່າການເຂົ້າພັກບໍ່ແມ່ນພຽງແຕ່ເປັນການການຍົກກຽດຖານະຂອງຕົນເພື່ອການສະແຫວງຫາຕຳແໜ່ງໄດໜື່ງ ແຕ່ເປັນການນຳໃຊ້ສະຕິປັນຍາເຫື່ອແຮງຂອງຕົນເພື່ອເຂົ້າມາຮັບໃຊ້ ປະເທດຊາດປະຊາຊົນເຫັນແກ່ຜົນປະໂຫຍດສ່ວນລວມສູງກ່ວາຜົນປະໂຫຍດສ່ວນຕົວ ເຮັດໜ້າທີ່ຢ່າງມີກຽດ ຕ້ອງເປັນຜູ້ທີ່ຕັ້ງໜ້າຝຶກຝົນຫຼໍ່ຫຼອມຕົນເອງ ສະແຫວງຫາຄວາມຮູ້ສີ່ງໃໝ່ໆຢູ່ສະເໝີ ຕ້ອງເປັນຜູ້ທີ່ສາມາດເວົ້າໄດ້ເຮັດໄດ້ມີຄວາມຕັດສິນໃຈສູງ ແລະ ໃນວາລະໂອກາດເລີ່ມຕົ້ນປີໃໝ່ນີ້ ສະຫາຍກໍ່ໄດ້ອ່ວຍໄຊໃຫ້ພອນແກ່ບັນດາສະມາຊິກພັກທັງໝົດຈົ່ງມີສຸຂະພາບເຂັ້ມແຂງ ເຮັດສຳເລັດໜ້າທີ່ວຽກງານ ມີຄວາມຜາສຸກໃນຊີວິດສ່ວນຕົວ ແລະ ຄອບຄົວ ຊົມເຊີຍຕໍ່ການຈັດພິທີດັ່ງກ່າວທີ່ມີຄວາມສຳເລັດຢ່າງຈົບງາມ..

ຮູບພາບ ແລະ ບົດຂ່າວ: ທ ພຸດທະຈັນ ຊັບທະວີ

LEAVE A REPLY

Please enter your comment!
Please enter your name here