ລົງຕິດຕາມກວດສອບປະລິມານສຸດທິຂອງເຫຼົ້າທີ່ຜະລິດຈາກອ້ອຍ ຂອງບໍລິສັດອຸດສາຫະກຳກະເສດອິນຊີລາວ ຈຳກັດຜູ້ດຽວ

0
262

ເພື່ອປະຕິບັດຕາມລະບຽບການຄຸ້ມຄອງທາງດ້ານປະລິມານສຸດທິທີ່ບັນຈຸໃນສິນຄ້າຫຸ້ມຫໍ່ ຂອງ ສປປ ລາວ ແລະ ທັງເປັນການຊຸກຍູ້ສົ່ງເສີມຜະລິດຕະພັນສິນຄ້າຫຸ້ມຫໍ່ທີ່ຜະລິດ, ຈຳໜ່າຍ ຢູ່ ສປປ ລາວ ແລະ ສົ່ງອອກ ເພື່ອສ້າງໃຫ້ມີເງື່ອນໄຂອັນສະດວກໃນການຊື້-ຂາຍ ບໍ່ມີການເອົາລັດເອົາປຽບລະຫວ່າງຜູ້ຊື້, ຜູ້ຂາຍ ແລະ ລະຫວ່າງໂຮງງານກັບໂຮງງານ ໃຫ້ສັງຄົມມີຄວາມເຊື່ອໝັ້ັ້ັ້ັ້ັ້ນ ແລະ ໄດ້ຮັບການຍອມຮັບທັງພາຍໃນ, ພາກພື້ນ ແລະ ສາກົນ.

ໃນວັນທີ 28 ກຳລະກົດ 2020 ນີ້ ທາງພາກສ່ວນກ່ຽວຂ້ອງກໍ່ຄື ໜ່ວຍງານກວດສອບສິນຄ້າຫຸ້ມຫໍ່ຂອງສູນວັດແທກ, ກົມມາດຕະຖານ ແລະ ວັດແທກ, ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ຊື່ງນຳໂດຍ ທ່ານ ນ ຈັນສຸດາ ແກ້ວວົງກົດ ຜູ້ຮັບຜິດຊອບໜ່ວຍງານດັ່ງກ່າວ ພ້ອມດ້ວຍພະນັກງານ ຈື່ງໄດ້ລົງຕິດຕາມກວດສອບປະລິມານສຸດທິ ທີ່ບັນຈຸໃນຜະລິດຕະພັນປະເພດ ເຫຼົ້າທີ່ຜະລິດຈາກອ້ອຍ ຂອງ ບໍລິສັດ ອຸດສາຫະກຳກະເສດອິນຊີລາວຈຳກັດຜູ້ດຽວ ຕັ້ງຢູ່ບ້ານ ນາຊອນ ເມືອງປາກງື່ມ ນະຄອນຫຼວງວຽງຈັນ ເຊີ່ງໃນການລົງຕິດຕາມໃນຄັ້ງນີ້ແມ່ນເປັນປີທີ 2 ພາຍຫຼັງໄດ້ລົງກວດສອບ ແລະ ອອກໃບຢັ້ງຢືນໃຫ້ແກ່ບໍລິສັດດັ່ງກ່າວໃນປີຜ່ານມາແລ້ວ.

ທ່ານ ນ ດອກໄມ້ ແກ້ວມີໄຊ ຜູຈັດການຂອງບໍລິສັດດັ່ງກ່າວໄດ້ໃຫ້ຮູ້ວ່າ ບໍລິສັດດັ່ງກ່າວແມ່ນໄດ້ເລີ່ມກໍ່ຕັ້ງມາຕັ້ງແຕ່ປີ 2006 ເປັນຕົ້ນມາ ເຊີ່ງໄດ້ທຳການຜະລິດສິນຄ້າປະເພດເຫຼົ້າທີ່ມີວັດຖຸດິບທີ່ເປັນສ່ວນປະສົມຈາກອ້ອຍ ເຊີ່ງທາງບໍລິສັດແມ່ນໄດ້ປູກເອງ ແລະ ຮັບຊື້ຈາກພາຍນອນຈຳນວນໜື່ງ ໂດຍຕັ້ງເປົ້າໃນການຜະລິດບໍ່ໃຫ້ຫຼຸດ 20 ໂຕນຕໍ່ປີ ເພື່ອໃຫ້ພຽງພໍຕໍ່ການຈຳໜ່າຍຢູ່ທັງພາຍໃນ ແລະ ສົ່ງອອກຕ່າງປະເທດ ເປັນຕົ້ນແມ່ນສົ່ງອອກປະເທດຍີ່ປຸ່ນ ໂດຍທາງບໍລິສັດແມ່ນໄດ້ນຳໃຊ້ເຄື່ອງຈັກທີ່ທັນສະໄໝເຂົ້າໃນຂະບວນການຜະລິດ ແລະ ໝັກດ້ວຍວັດສະດຸທີ່ນຳເຂົ້າຈາກຕ່າງປະເທດທີ່ໄດ້ມາດຕະຖານ.

ໃນການກວດສອບແມ່ນໄດ້ກວດສອບທັງໝົດ 2 ຂະໜາດຕາມທີ່ໄດ້ລະບຸໄວ້ຢູ່ໃນບັນຈຸພັນ ຄື: ຂະໜາດ 50ml ແລະ 200ml ໂດຍໄດ້ສຸ່ມເອົາຕົວຢ່າງຈຳນວນຂະໜາດລະ 20 ແກ້ວມາຊັ່ງບໍລິມາດ, ໃນເບື້ອງຕົ້ນເຫັນວ່າບໍລິມາດບັນຈຸຂອງແຕ່ລະຂະໜາດແມ່ນຢູ່ໃນເກນມາດຕະຖານທີ່ກຳນົດໄວ້. ທາງຄະນະກຳມະການຈື່ງໄດ້ເຮັດບົດບັນທຶກໄວ້ເພື່ອເປັນຫຼັກຖານ ແລະ ນຳຜົນກວດສອບດັ່ງກ່າວມາຄິດໄລ່ລະອຽດເພື່ອເປັນບ່ອນອິງໃນການອອກໃບຢັ້ງຢືນໃຫ້ແກ່ຜະລິດຕະພັນດັ່ງກ່າວ.

ຮູບພາບ ແລະ ບົດຂ່າວ: ທ ພຸດທະຈັນ ຊັບທະວີ

 

LEAVE A REPLY

Please enter your comment!
Please enter your name here