ໜ່ວຍພັກກົມມາດຕະຖານ ແລະ ວັດແທກ ໄດ້ຮັບໃບຢັ້ງຢືນເປັນໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ

0
90

ໃນວັນທີ 21 ກໍລະກົດ 2020 ນີ້, ອົງຄະນະພັກ ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ (ກວຕ) ໄດ້ຈັດພິທີມອບໃບຢັ້ງຢືນໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ໃຫ້ບັນດາໜ່ວຍພັກຫ້ອງການ, ກົມ, ສະຖາບັນ ພາຍໃນອົງຄະນະພັກ ຢູ່ທີ່ຫ້ອງປະຊຸມໃຫຍ່ຂອງ ສະຖາບັນການຄຸ້ມຄອງວິທະຍາສາດ ແລະ ເຕັກໂນໂລຊີ (ຫຼັກ 14, ບ້ານດອນຕິ້ວ) ໂດຍໃຫ້ກຽດເປັນປະທານຂອງ ສະຫາຍ ບັນດິດ ສຈ. ບໍ່ວຽງຄຳ ວົງດາລາ, ກຳມະການສູນກາງພັກ, ເລຂາຄະນະພັກ, ລັດຖະມົນຕີ ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ, ມີບັນດາຄະນະພັກກະຊວງ, ເລຂາໜ່ວຍພັກຫ້ອງການ, ກົມ, ສະຖາບັນ ພ້ອມດ້ວຍສະມາຊິກພັກພາຍໃນ ກວຕ ເຂົ້າຮ່ວມຢ່າງພ້ອມພຽງ.

ໃນພິທີດັ່ງກ່າວ ສະຫາຍ ບຸນປອນ ບົວແພງ, ເລຂາໜ່ວຍພັກກົມຈັດຕັ້ງ ແລະ ພະນັກງານໄດ້ຂຶ້ນຜ່ານບົດສະຫຼຸບສະພາບການເຄື່ອນໄຫວ ວຽກງານກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ຂອງອົງຄະນະພັກກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ປີ 2019. ຊຶ່ງແຕ່ລະໜ່ວຍພັກຕ້ອງມີສະມາຊິກພັກເຂັ້ມແຂງກວມ 80% ຂຶ້ນໄປ ແລະ ມີຄະແນນບັນລຸ 9-10 ຄະແນນ.

ມາຮອດປັດຈຸບັນ, ຄະນະພັກ ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ໄດ້ອອກມະຕິຕົກລົງ ສະບັບເລກທີ 125/ຄພ.ກວຕ, ລົງວັນທີ 1 ມິຖຸນາ 2020 ວ່າດ້ວຍການຮັບຮອງ ເປັນໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ປີ 2019 ຈໍານວນ 13 ໜ່ວຍພັກ ຈາກທັງໝົດ 14 ໜ່ວຍພັກ ຊື່ງໜ່ວຍພັກກົມມາດຕະຖານ ແລະ ວັດແທກ ໄດ້ຖືກຈັດຢູ່ໃນປະເພດໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ແລະ ໄດ້ຮັບໃບຢັ້ງຢືນເປັນໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜັນ ພ້ອມກັບອີກ 12 ໜ່ວຍພັກ. ສ່ວນອີກໜຶ່ງໜ່ວຍພັກຄື ໜ່ວຍພັກສະຖາບັນການຄຸ້ມຄອງວິທະຍາສາດ ແລະ ເຕັກໂນໂລຊີ ແມ່ນໜ່ວຍພັກທີ່ສ້າງຂຶ້ນໃໝ່ ປັດຈຸບັນແມ່ນໄດ້ສໍາເລັດຮັບຮອງເອົາແຜນກໍ່ສ້າງເປັນໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ແລະ ຈະໄດ້ຮັບການປະເມີນໃນປີ 2020. ການມອບ-ຮັບໃບຢັ້ງຢືນດັ່ງກ່າວແມ່ນເປັນປີທໍາອິດຂອງບັນດາໜ່ວຍພັກ ກໍຄືອົງຄະນະພັກ ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ທີ່ໄດ້ຮັບຮອງເປັນໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ.

ໂອກາດດຽວກັນນີ້, ຍັງໄດ້ຈັດພິທີມອບບັດສະມາຊິກ ໃຫ້ແກ່ສະມາຊິກພັກສົມບູນທີ່ຜ່ານມາດຖານເງື່ອນໄຂ ຊຸດທີ VIII ຈໍານວນ 55 ສະຫາຍ, ຍິງ 20 ສະຫາຍ ຊຶ່ງໃຫ້ກຽດຂຶ້ນມອບໂດຍ ສະຫາຍ ບັນດິດ ສຈ. ບໍ່ວຽງຄຳ ວົງດາລາ, ກໍາມະການສູນກາງພັກ, ເລຂາຄະນະພັກ ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ. ພາຍຫຼັງສໍາເລັດພິທີດັ່ງກ່າວ, ບັນດາສະມາຊິກພັກທີ່ເຂົ້າຮ່ວມກອງປະຊຸມຍັງໄດ້ເປັນກຽດຮັບຟັງການໂອ້ລົມຂອງສະຫາຍປະທານ ຊຶ່ງເຕັມໄປດ້ວຍເນື້ອໃນທີ່ມີຄວາມໝາຍຄວາມສໍາຄັນ ແລະ ເປັນເຂັມຊີ້ທິດເຍື່ອງທາງໃນການຜັນຂະຫຍາຍເຂົ້າສູ່ການຈັດຕັ້ງປະຕິບັດວຽກງານໃນແຕ່ລະຂົງເຂດວຽກງານຂອງບັນດາສະມາຊິກພັກໃຫ້ມີຄວາມເຂັ້ມແຂງຂຶ້ນເລື້ອຍໆ.

ຮູບພາບ ແລະ ບົດຂ່າວ: ທ ພຸດທະຈັນ ຊັບທະວີ

LEAVE A REPLY

Please enter your comment!
Please enter your name here