ກົມມາດຕະຖານ ແລະ ວັດແທກ ປຶກສາຫາລືທາງໄກ ກັບສະຖາບັນຄົ້ນຄວ້າເຕັກນິກເພື່ອຄວາມປອດໄພດ້ານຄົມມະນາຄົມ ຂອງ ສປ ຈີນ ເພື່ອການຮ່ວມມືສ້າງມາດຕະຖານທາງລົດໄຟ ຢູ່ ສປປ ລາວ.

0
117

ໃນຕອນແລງວັນທີ 15 ຕຸລາ 2020 ທີ່ຫ້ອງປະຊຸມກົມມາດຕະຖານ ແລະ ວັດແທກ, ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ(ກວຕ) ໄດ້ມີການປະຊຸມທາງໄກກັບທາງສະຖາບັນຄົ້ນຄວ້າເຕັກນິກເພື່ອຄວາມປອດໄພດ້ານຄົມມະນາຄົມ ຂອງມະຫາວິທະຍາໄລຄົມມະນາຄົມພາກຕາເວັນອອກສຽງເໜືອ ສປ ຈີນ ເພື່ອການເຈລະຈາໃນການຮ່ວມມືກັນສ້າງມາດຕະຖານຄວາມປອດໄພຂອງທາງລົດໄຟ ຢູ່ ສປປ ລາວ ເຊີ່ງໃນແຜນການຮ່ວມມືດັ່ງກ່າວ ໃນເບື້ອງຕົ້ນໄດ້ມີການຕົກລົງເປັນເອກກະພາບກັນທາງດ້ານເນື້ອໃນດັ່ງນີ້:

  1. ຈະສ້າງມາດຕະຖານຂອງການກໍ່ສ້າງທາງລົດໄຟຢູ່ ສປປ ລາວ.
  2. ຈະສ້າງຫ້ອງທົດລອງເພື່ອຮອງຮັບການໃຫ້ບໍລິການກວດສອບ ແລະ ຢັ້ງຢືນດ້ານມາດຕະຖານຂອງວັດສະດຸຕ່າງໆທີ່ນຳໃຊ້ໃນການກໍ່ສ້າງທາງລົດໄຟ ຢູ່ ສປປ ລາວ.
  3. ສ້າງບຸກຄະລາກອນຂອງແຕ່ລະຝ່າຍ ເພື່ອໃຫ້ມີຄວາມຮູ້ຄວາມສາມາດ ມີຄວາມຊ່ຽວຊານດ້ານວຽກງານວິຊາສະເພາະຂອງວຽກງານດັ່ງກ່າວ

ທັງສອງຝ່າຍໄດ້ຕົກລົງກັນແຕ່ງຕັ້ງຄະນະຮັບຜິດຊອບເພື່ອປະສານງານກັນໃນການກະກຽມຂັ້ນຕອນທາງດ້ານເອກະສານຕ່າງໆ ເພື່ອສ້າງບົດບັນທຶກຄວາມຮ່ວມມື MOC ໂດຍທາງຝ່າຍ ສປ ຈີນ ແມ່ນຮ່ວມມືໃນນາມ ມະຫາວິທະຍາໄລຄົມມະນາຄົມພາກຕາເວັນຕົກສຽງໃຕ້ ສ່ວນໃນການລົງເລິກຈັດຕັ້ງປະຕິບັດວຽກງານຕົວຈິງແມ່ນໃນນາມ ສະຖາບັນຄົ້ນຄວ້າເຕັກນິກເພື່ອຄວາມປອດໄພດ້ານຄົມມະນາຄົມ ທີ່ຂື້ນກັບມະຫາວິທະຍາໄລດັ່ງກ່າວ ສ່ວນຝ່າຍ ສປປ ລາວ ແມ່ນ ຮ່ວມມືໃນນາມ ກົມມາດຕະຖານ ແລະ ວັດແທກ.ກວຕ

ໂດຍໃນຕອນທ້າຍ ທັງສອງຝ່າຍກໍ່ໄດ້ສະແດງຄວາມຍິນດີພ້ອມກັນສະໜັບສະໜູນໃຫ້ຄວາມຮ່ວມມືທຸກດ້ານເພື່ອໃຫ້ໂຄງການດັ່ງກ່າວໄດ້ຮັບຜົນສຳເລັດ ແລະ ໄດ້ຮັບການຈັດຕັ້ງປະຕິບັດ ເພື່ອໃຫ້ເກີດຜົນປະໂຫຍດອັນສູງສຸດໃຫ້ແກ່ສັງຄົມ ກໍ່ຄືປະຊາຊົນລາວ.

ກອງປະຊຸມດັ່ງກ່າວໄດ້ດຳເນີນໄປເປັນເວລາເຄີ່ງມື້ ໂດຍການເປັນປະທານຝ່າຍ ສປປ ລາວ ໂດຍທ່ານ ວຽງທອງ ວົງທະວິໄລ ຫົວໜ້າ ກົມມາດຕະຖານ ແລະ ວັດແທກ.ກວຕ ພ້ອມດ້ວຍຄະນະເຂົ້າຮ່ວມ ແລະ ເປັນປະທານ ທາງຝ່າຍ ສປ ຈີນ ແມ່ນທ່ານ ສາດສະດາຈານ ຊູມິນຮາວ (Professor. Minhao Zhu) ຫົວໜ້າ ສະຖາບັນຄົ້ນຄວ້າເຕັກນິກເພື່ອຄວາມປອດໄພດ້ານຄົມມະນາຄົມ ຂອງມະຫາວິທະຍາໄລຄົມມະນາຄົມພາກຕາເວັນອອກສຽງເໜືອ ສປ ຈີນ ພ້ອມຄະນະເຂົ້າຮ່ວມ.

ຮູບພາບ: ທ ອໍລະຊຸນ ມະນີ

ບົດຂ່າວ: ທ ພຸດທະຈັນ ຊັບທະວີ

LEAVE A REPLY

Please enter your comment!
Please enter your name here