ໜ່ວຍສະຫະພັນກຳມະບານຮາກຖານ ກົມມາດຕະຖານ ແລະ ວັດແທກ ຈັດກອງປະຊຸມເຜີຍແຜ່ເນື້ອໃນຂໍ້ແຂ່ງຂັນ 5 ເປັນເຈົ້າຂອງສະຫະພັນກຳມະບານກະຊວງວິທະຍາສາດ ແລະ ເຕັກໂນໂລຊີ

0
327

ໃນຕອນເຊົ້າວັນທີ 10 ຕຸລາ 2020 ທີ່ຫ້ອງປະຊຸມສະຖາບັນຄຸ້ມຄອງວິທະຍາສາດ ແລະ ເຕັກໂນໂລຊີ. ໜ່ວຍສະຫະພັນກຳມະບານຮາກຖານ ກົມມາດຕະຖານ ແລະ ວັດແທກ ໄດ້ຈັດກອງປະຊຸມເຜີຍແຜ່ເນື້ອໃນຂໍ້ແຂ່ງຂັນ 5 ເປັນເຈົ້າຂອງສະຫະພັນກຳມະບານກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ໂດຍການເປັນປະທານຮ່ວມຂອງ ສະຫາຍ ພວງມາລາ ຈູມພະຈັນ ຫົວໜ້າໜ່ວຍສະຫະພັນກຳມະບານຮາກຖານ ກົມມາດຕະຖານ ແລະ ວັດແທກ ແລະ ສະຫາຍ ນາງ ນິສິດ ຄຳມູນເຮືອງ ຮອງເລຂາໜ່ວຍພັກກົມມາດຕະຖານ ແລະ ວັດແທກ ມີບັນດາສະມາຊິກກຳມະບານທັງໝົດເຂົ້າຮ່ວມ.

ໃນການດຳເນີນກອງປະຊຸມ ສະຫາຍ ພວງມາລາ ຈູມພະຈັນ ໄດ້ຜ່ານເນື້ອໃນຂໍ້ແຂ່ງຂັນ 5 ເປັນເຈົ້າຂອງສະຫະພັນກຳມະບານລາວເຊີ່ງຖືກຮັບຮອງເອົາໃນກອງປະຊຸມໃຫຍ່ຄັ້ງທີ VII ຜູ້ແທນກຳມະບານລາວທົ່ວປະເທດເຊີ່ງມີເນື້ອໃນຫົວຂໍ້ສຳຄັນດັ່ງນີ້:

  1. ເປັນເຈົ້າໂຄສະນາສຶກສາອົບຮົມການເມືອງແນວຄິດ
  2. ເປັນເຈົ້າການປັບປຸງແບບແຜນການນຳພາຂະຫຍາຍການຈັດຕັ້ງ
  3. ເປັນເຈົ້າການປົກປ້ອງສິດ ແລະ ຜົນປະໂຫຍດອັນຊອບທຳຂອງພະນັກງານສະມາຊິກກຳມະບານ
  4. ເປັນເຈົ້າການເຂົ້າຮ່ວມການຕິດຕາມການກວດກາການຄຸ້ມຄອງລັດຄຸ້ມຄອງເສດຖະກິດສັງຄົມ
  5. ເປັນເຈົ້າເຂົ້າຮ່ວມໃນການຈັດຕັ້ງປະຕິບັດແນວທາງການຕ່າງປະເທດຂອງພັກ ແລະ ລະບຽບກົດໝາຍຂອງ ລັດທັງໝົດແມ່ນຊອກໃຫ້ເຫັນບຸກຄົນດີເດັ່ນ.

ໂອກາດດັ່ງກ່າວ ສະຫາຍ ນິສິດ ຄຳມູນເຮືອງ ຮອງເລຂາໜ່ວຍພັກກົມມາດຕະຖານ ແລະ ວັດແທກ ໄດ້ໃຫ້ກຽດໂອ້ລົມຕໍ່ກອງປະຊຸມວ່າ: ຂ້າພະເຈົ້າຕາງໜ້າຄະນະໜ່ວຍພັກຄະນະກົມສະແດງຄວາມຍ້ອງຍໍຊົມເຊີຍມາຍັງໜ່ວຍກຳມະບານກົມທີ່ໄດ້ດຳເນີນຊີວິດການເມືອງເປີດກອງປະຊຸມເຜີຍແຜ່ບົດແນະນຳການຈັດຕັ້ງປະຕິບັດເນື້ອໃນຂໍ້ແຂ່ງຂັນ 5ເປັນເຈົ້າ ຂອງສະ ຫະພັນກຳມະບານກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ແລະ ແຈ້ງການຂອງສະ ຫະພັນກຳມະ ບານກະຊວງ ກ່ຽວ ກັບການສະຫຼຸບລາຍງານການຈັດຕັ້ງຂໍ້ປະຕິບັດເນື້ອໃນຂໍ້ແຂ່ງຂັນ 5 ເປັນເຈົ້າຂອງສະຫະພັນ ກຳມະບານກະຊວງ ວິທະ ຍາສາດ ແລະ ເຕັກໂນໂລຊີປະຈຳປີ 2020

ຈຸດປະສົງກໍ່ແມ່ນ ເປັນຂະບວນການແຂ່ງຂັນຂອງສະມາຊິກກຳມະບານທີ່ດຳລົງຊີວິດ ແລະ ເຄື່ອນໄຫວຢູ່ ແຕ່ລະຮາກຖານໃຫ້ເປັນເອກະພາບກັນທົ່ວກະຊວງ ແລະ ສ້າງເງື່ອນໄຂໃຫ້ສະມາຊິກກຳມະບານໄດ້ມີສະຕິຕື່ນຕົວ, ເປັນເຈົ້າການໃນການພັດທະນາຕົນເອງຢ່າງຮອບດ້ານ ແລະ ຕັ້ງໜ້າເຂົ້າຮ່ວມຈັດ ຕັ້ງປະຕິບັດແນວທາງ ຂອງສະຫະພັນ ກຳມະບານລາວເຮັດໃຫ້ຂະບວນການ 5 ເປັນເຈົ້າກາຍເປັນຂະບວນການ ກວ້າງຂວາງຕິດພັນກັບຂະບວນການ ແຂ່ງຂັນ ຮັກຊາດ ແລະ  ພັດທະນາຕິດພັນກັບແຜນການວຽກງານຂອງກົມ ສາມາດດຶງດູດເອົາສະ ມາຊິກກຳມະບານ ເຂົ້າຮ່ວມ ຂະບວນການຢ່າງກ້ວາງຂວາງ ແລະ ຄົບຖ້ວນ

ສະຫາຍຍັງໄດ້ສະແດງຄວາມຂອບໃຈມາຍັງໜ່ວຍກຳມະບານກົມ ແລະ ອວຍພອນໃຫ້ຄະນະປະທານສະມາຊິກກຳມະບານທັງໜົດຈົ່ງມີສຸຂະພາບແຂງແຮງສຳເລັດໃນໜ້າທີ່ວຽກງານທີ່ການຈັດຕັ້ງມອບໃຫ້.

ຮູບພາບ ແລະ ບົດຂ່າວ: ສະຫາຍ ພຸດທະຈັນ ຊັບທະວີ

 

 

LEAVE A REPLY

Please enter your comment!
Please enter your name here