ລົງຕິດຕາມກວດກາຄຸນນະພາບຜະລິດຕະພັນຊີມັງຂອງ ບໍລິສັດ ຄໍາມ່ວນຊີມັງ ຈໍາກັດ

0
279

ໃນວັນທີ 23 ພະຈິກ 2020 ສູນຢັ້ງຢືນມາດຕະຖານ ແລະ ກວດກາຄຸນນະພາບແຫ່ງຊາດ, ກົມມາດຕະຖານ ແລະ ວັດແທກ, ກະຊວງ ວິທະຍາສາດ ແລະ ເຕັກໂນໂລຊີ. ໄດ້ສົມທົບກັບຄະນະກຳມະການເຕັກນິກແຫ່ງຊາດ ດ້ານວັດສະດຸກໍ່ສ້າງ ແລະ ພະແນກ ວິທະຍາສາດ ແລະ ເຕັກໂນໂລຊີ ແຂວງຄໍາມ່ວນ ລົງຕິດຕາມກວດກາຄຸນນະພາບ ຜະລິດຕະພັນຊີມັງຂອງ ບໍລິສັດ ຄໍາມ່ວນຊີມັງ ຈໍາກັດ ເຊິ່ງນໍາພາໂດຍ ທ່ານ ນາງ ເພັດມະນີ ຄໍາມະນີໄຊ      ຮອງຫົວໜ້າສູນຢັ້ງຢືນມາດຕະຖານ ແລະ ກວດກາຄຸນນະພາບ ແຫ່ງຊາດ ເປັນຫົວໜ້າຄະນະ.

       ເພື່ອປະຕິບັດຕາມຂັ້ນຕອນ, ລະບຽບການນໍາໃຊ້ກາໝາຍມາດຕະຖານແຫ່ງຊາດໃຫ້ຖືກຕ້ອງ ແລະ ສອດຄ່ອງກັບລະບຽບການ ພ້ອມທັງເກັບກໍາສະພາບ ແລະ ປັບປຸງຄຸນນະພາບຜະລິດຕະພັນຊີມັງ ເພື່ອຮັບປະກັນດ້ານຄຸນນະພາບພ້ອມທັງສ້າງຄວາມເຊື່ອໝັ້ນໃຫ້ແກ່ສັງຄົມ ແລະ ບໍລິສັດເອງໃຫ້ມີຄວາມເປັນເອກະພາບ,  ປອດໄພ, ຍຸດຕິທໍາ ຕໍ່ສັງຄົມ. ສະນັ້ນ, ໃນການລົງກວດກາຕິດຕາມຄັ້ງນີ້ແມ່ນໄດ້ເກັບເອົາຕົວຢ່າງຜະລິດຕະພັນຊີມັງ ຂອງ ໂຮງງານດັ່ງກ່າວນຳກັບມາທົດສອບທາງດ້ານຄຸນນະພາບຄືນ ເຊິ່ງປະຈຸບັນຕົວຢ່າງຂອງຜະລິດຕະພັນຂອງບັນດາໂຮງງານດັ່ງກ່າວ ແມ່ນຍັງຢູ່ໃນຂັ້ນຕອນການທົດລອງ.

LEAVE A REPLY

Please enter your comment!
Please enter your name here