ກອງປະຊຸມຜ່ານຮ່າງມາດຕະຖານ 5 ຂົງເຂດຜະລິດຕະພັນ ທີ່ຈະກຽມປະກາດ ໃຊ້ໃຫ້ເປັນມາດຕະຖານ ແບບບັງຄັບ

0
175

ໃນວັນທີ 4 ທັນວາ 2020 ທີ່ຜ່ານມານີ້ ທີ່ຫ້ອງປະຊຸມ ສະຖາບັນ ຄຸ້ມຄອງວິທະຍາສາດ ແລະ ເຕັກໂນໂລຊີ, ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ໄດ້ມີການຈັດກອງປະຊຸມຂື້ນ ເພື່ອຜ່ານຮ່າງບັນຊີລາຍການມາດຕະຖານ ທີ່ຈະຖືກປະກາດໃຊ້ເປັນມາດຕະຖານແບບບັງຄັບ ໂດຍມີ 5 ຂົງເຂດຜະລິດຕະພັນ ເຊັ່ນ: ຜະລິດຕະພັນນໍ້າມັນເຊື້ອໄຟ ແລະ ອາຍແກັສ, ຜະລິດຕະພັນອຸປະກອນໄຟຟ້າ-ເອເລັກໂຕຣນິກ, ຜະລິດຕະພັນວັດສະດຸກໍ່ສ້າງ, ອຸປະກອນພິເສດ ແລະ ການກວດສອບຄຸນນະພາບແບບບໍ່ທໍາລາຍ. ໂດຍການເປັນປະທານຂອງ ທ່ານ ວຽງທອງ ວົງທະວິໄລ ຫົວໜ້າກົມມາດຕະຖານ ແລະ ວັດແທກ ທັງເປັນ ຮອງປະທານສະພາມາດຕະຖານແຫ່ງຊາດ, ມີຄະນະກຳມະການເຕັກນິກແຫ່ງຊາດດ້ານຜະລິດຕະພັນແຮ່ທາດ ແລະ​ ວັດຖຸມີຄ່າ,​ ຄະນະກຳມະການດ້ານຜະລິດຕະພັນນໍ້າມັນເຊື້ອໄຟ​ ແລະ​ ອາຍແກັສ,​ ຄະນະກຳມະການດ້ານຜະລິດຕະພັນອຸປະກອນໄຟຟ້າ-ເອເລັກໂຕຣນິກ, ຄະນະພະແນກ-ສູນ, ບັນດາພະນັກງານພາຍໃນກົມມາດຕະຖານ ແລະ ວັດແທກ ພ້ອມທັງບັນດາພາກສ່ວນບໍລິສັດທີ່ກ່ຽວຂ້ອງ ເຂົ້າຮ່ວມ.

ໂອກາດດັ່ງກ່າວ ທ່ານ ປະທານກອງປະຊຸມໄດ້ກ່າວຈຸດປະສົງຂອງກອງປະຊຸມວ່າ: ອີງຕາມສະພາບການຕົວຈິງໃນປັດຈຸບັນທີ່ມີຜົນກະທົບຕໍ່ຄວາມປອດໄພທາງດ້ານສຸຂະພາບຂອງຄົນ, ເສດຖະກິດສັງຄົມ ແລະ ສິ່ງແວດລ້ອມ ເຖີງແມ່ນວ່າຈະມີມາດຕະຖານແຫ່ງຊາດປະກາດໃຊ້ແລ້ວກໍ່ຕາມແຕ່ມາດຕະຖານດັ່ງກ່າວເປັນມາດຕະຖານແບບສະໝັກໃຈ, ເຮັດໃຫ້ບາງໂຮງຈັກໂຮງງານ ຫຼື ຜູ້ນໍາເຂົ້າຜະລິດຕະພັນຢາກນໍາໃຊ້ກໍ່ໄດ້, ບໍ່ໃຊ້ກໍ່ໄດ້ ເຊິ່ງມັນເຮັດໃຫ້ເກີດມີຊ່ອງວ່າງ ແລະ ອີກປະການໜຶ່ງ ສປປ ລາວ ຂອງພວກເຮົາເປັນປະເທດໜຶ່ງທີ່ມີການນໍາເຂົ້າຜະລິດຕະພັນໂດຍສະເພາະແມ່ນ ຜະລິດຕະພັນນໍ້າມັນເຊື້ອໄຟ ແລະ ອາຍແກ໊ສ, ວັດສະດຸກໍ່ສ້າງ ແລະ ອຸປະກອນໄຟຟ້າ-ເອເລັກໂຕຣນິກແມ່ນມີທ່າແຮງນັບມື້ນັບສູງຂື້ນເລື່ອຍໆ. ສະນັ້ນ, ເພື່ອເປັນການຊຸກຍູ້ສົ່ງເສີມໃຫ້ຜະລິດຕະພັນສິນຄ້າດັ່ງກ່າວໄດ້ຕາມມາດຕະຖານ ແລະ ສ້າງຄວາມປອດໄພໃຫ້ແກ່ຜູ້ຊົມໃຊ້ໃນການຊົມໃຊ້ໃຫ້ມີຄວາມໝັ້ນໃຈໃນຜະລິດຕະພັນສິນຄ້າຫຼາຍຂື້ນລວມທັງເພື່ອໃຫ້ສອດຄ່ອງກັບມາດຕະຖານທັງພາກພື້ນ ແລະ ສາກົນອີກດ້ວຍ.

ເຊິ່ງໃນຕອນທ້າຍ ທ່ານຍັງໄດ້ ສະແດງຄວາມຂອບໃຈນໍາບັນດາທ່ານທີ່ໄດ້ສະຫຼະເວລາເຂົ້າຮ່ວມ, ພ້ອມທັງອວຍພອນໄຊແກ່ບັນດາທ່ານທີ່ເຂົ້າຮ່ວມກອງປະຊຸມຈົ່ງປະສົບຜົນສຳເລັດ ໃນຊີວິດສ່ວນຕົວ ແລະ ຄອບຄົວ.

ກອງປະຊຸມດັ່ງກ່າວໄດ້ດຳເນີນໄປເປັນເວລາເຄີ່ງມື້.

ຮູບພາບ ແລະ ບົດຂ່າວ: ອໍລະຊຸນ ມະນີ

 

 

LEAVE A REPLY

Please enter your comment!
Please enter your name here