ລົງຕິດຕາມກວດສອບຄຸນນະພາບອຸປະກອນພິເສດ ປະເພດເຄນຍົກ ແລະ ລົດຟົກລິບ, ທີ່ ເຂື່ອນ ໄຟຟ້ານ້ຳເທີນ1 ຈຳກັດ

0
391

ໃນຕອນເຊົ້າຂອງວັນທີ 4 ກຸມພາ 2021 ທີ່ຜ່ານມານີ້ ທາງກົມມາດຕະຖານ ແລະ ວັດແທກ(ກມວ), ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ(ກວຕ) ໄດ້ມີການລົງຕິດຕາມກວດສອບຄຸນນະພາບອຸປະກອນພິເສດ ປະເພດເຄນຍົກ ແລະ ລົດຟົກລິບ ຂອງເຂື່ອນໄຟຟ້ານ້ຳເທີນ1 ຈຳກັດ ຕັ້ງຢູ່ບ້ານໂພນງາມ, ເມືອງ ປາກກະດິງ ແຂວງ ບໍລິຄຳໄຊ ເຊີ່ງນຳໂດຍ ທ່ານ ສູນທອນ ຈັນທະເດດ ຫົວໜ້າສູນຢັ້ງຢືນມາດຕະຖານ ແລະ ກວດກາຄຸນນະພາບແຫ່ງຊາດ, ກມວ ພ້ອມທັງວິຊາການຫ້ອງກວດສອບ ແລະ ຢັ້ງຢືນມາດຕະຖານອຸປະກອນພິເສດ ໂດຍສົມທົົບກັບພະແນກວິທະຍາສາດ ແລະ ເຕັກໂນໂລຊີແຂວງ ບໍລິຄຳໄຊ

ໃນການລົງຕິດຕາມກວດສອບໃນຄັ້ງນີ້ແມ່ນໄດ້ມີການປະສານງານຂອງທັງສອງຝ່າຍ ເຊີ່ງໄດ້ກວດສອບປະເພດເຄນຍົກທັງໝົດ ຈຳນວນ 1 ເຄື່ອງ ແລະ ລົດຟົກລິບ ຈຳນວນ 9 ຄັນ ເພື່ອພ້ອມກັນປະຕິບັດຕາມລະບຽບການໃນການຄຸ້ມຄອງນຳໃຊ້ອຸປະກອນດັ່ງກ່າວ ເນື່ອງຈາກມີຄວາມສ່ຽງສູງ ທັງເປັນການຮັບປະກັນດ້ານເຕັກນິກຄວາມປອດໄພໃນການນຳໃຊ້ ເພື່ອຫຼີກລ້ຽງການກໍ່ໃຫ້ເກີດຄວາມຜິດພາດ ເຮັດໃຫ້ເກີດຄວາມເສຍຫາຍແກ່ຊີວິດ, ຊັບສິນ ແລະ ສິ່ງແວດລ້ອມ ເພື່ອຍົກສູງດ້ານເຕັກນິກໃຫ້ທຽບເທົ່າພາກພື້ນ ແລະ ສາກົນ ພາຍຫຼັງມີການກວດສອບດ້ານເຕັກນິກສຳເລັດຮັບປະກັນດ້ານເຕັກນິກຄວາມປອດໄພ ທາງກົມມາດຕະຖານຈະໄດ້ອອກໃບຢັ້ງຢືນຄຸນນະພາບ ອຸປະກອນພິເສດ ແລະ ເຄື່ອງໝາຍນໍາໃຊ້ ໃຫ້ແກ່ອຸປະກອນດັ່ງກ່າວ.

ຮູບພາບ ແລະ ບົດຂ່າວ: ຫ້ອງກວດສອບ ແລະ ຢັ້ງຢືນມາດຕະຖານອຸປະກອນພິເສດ

LEAVE A REPLY

Please enter your comment!
Please enter your name here