ກອງປະຊຸມພົບປະສອງຝ່າຍລະຫວ່າງ ກົມມາດຕະຖານ ແລະ ວັດແທກ ສປປ ລາວ ແລະ ສະຫະກົມ ມາດຕະຖານ, ວັດແທກ, ຄຸນນະພາບ ສສ ຫວຽດນາມ

0
177

ຕອນເຊົ້າວັນທີ່ 14/09/2021 ໄດ້ມີກອງປະຊຸມທາງໄກລະຫວ່າງ ກົມມາດຕະຖານ ແລະ ວັດແທກ ສປປ ລາວ ( DOSM) ແລະ ສະຫະກົມມາດຕະຖານ, ວັດແທກ, ຄຸນນະພາບ ສສ ຫວຽດນາມ(STAMEQ) ກອງປະຊຸມຄັ້ງນີ້ໄດ້ໃຫ້ກຽດເປັນປະທານຮ່ວມໂດຍ ທ່ານ ວຽງທອງ ວົງທະວິໄລ ຫົວໜ້າກົມມາດຕະຖານ ແລະ ວັດແທກ ແລະ ທ່ານ ຮ່າມິງ ຮ໋ຽບ ຮອງຫົວໜ້າສະຫະກົມມາດຕະຖານ, ວັດແທກ, ຄຸນນະພາບ ສສຫວຽດນາມ ເຊິ່ງມີຜູ້ເຂົ້າຮ່ວມຂອງຝ່າຍລາວມີ ຄະນະກົມພ້ອມດ້ວຍບັນດາຫົົວໜ້າພະແນກ, ສູນພາຍໃນກົມ ແລະ ຜູ້ເຂົ້າຮ່ວມຝ່າຍຫວຽດນາມປະກອບມີ ຄະນະກົມຮ່ວມມືສາກົນ, ພ້ອມດ້ວຍບັນດາຫົວໜ້າພະແນກ, ສູນ, ສະຖາບັນພາຍໃນສະຫະກົມມາດຕະຖານ, ວັດແທກ, ຄຸນນະພາບ.

ອິງຕາມແຜນວຽກ, ນັບແຕ່ກອງປະຊຸມຄັ້ງລ່າສຸດເດືອນ 11 ປີ 2019 ທັງສອງຝ່າຍໄດ້ເຫັນດີໃນການລິເລີ່ມຈັດຕັ້ງປະຕິບັດບັນດາກິດຈະກາການຝຶກອົບຮົມໃຫ້ພະນັກງານ ສປປ ລາວ ຢູ່ລາວ ແລະ ຢູ່ຫວຽດ  ແຕ່ຍ້ອນດວ້ຍການແຜ່ລະບາດຂອງພະຍາດໂຄວິດ 19 ໃນທົ່ວໂລກຈຶ່ງເຮັດໃຫ້ບໍ່ສາມາດເຄື່ອນໄຫວຈັດຕັ້ງປະຕິບັດບັນດາກິດຈະກຳເຫລົ່ານີ້ໄດ້. ໃນກອງປະຊຸມຄັ້ງນີ້, ຝ່າຍລາວໄດ້ແຈ້ງໃຫ້ຝ່າຍຫວຽດນາມຊາບວ່າ: ປະຈຸບັນ ກົມມາດຕະຖານ ແລະ ວັດແທກ ໄດ້ຍົກຍ້າຍມາສັງກັດຢູ່ກະຊວງອຸດສາຫະກຳ ແລະ ການຄ້າ ສປປ ລາວ ເປັນທີ່ຮຽບຮ້ອຍແລ້ວ. ໂດຍມີໂຄງຮ່າງການຈັດຕັ້ງ, ໜ້າທີ່, ພາລະບົດບາດກໍ່ຄືການຈັດຕັ້ງພະນັກງານຂອງ ກົມມາດຕະຖານ ແລະ ວັດແທກ ແມ່ນຍັງຮັກສາຄືເກົ່າ. ຝ່າຍຫວຽດນາມໄດ້ເນັ້ນໜັກເຖິງ ສາຍພົວພັນທີ່ແໜ້ນແຟ້ນ ລະຫວ່າງສອງກົມເວົ້າສະເພາະ ແລະ ສາຍພົວພັນມິດຕະພາບ ລາວ-ຫວຽດນາມ ເວົ້າລວມ ກົມມາດຕະຖານ ແລະ ວັດແທກ ຍັງໄດ້ຢັ້ງຢືນວ່າຈະສືບຕໍ່ການຮ່ວມມືກັບສະຫະກົມມາດຕະຖານ, ວັດແທກ, ຄຸນນະພາບ ໃນຂົງເຂດວຽກງານຂອງສອງກົມຮັບຜິດຊອບ, ພິເສດແມ່ນອິງໃສ່ອານຸສັນຍາຮ່ວມມືທາງດ້ານ ມາດຕະຖານ, ວັດແທກ ແລະ ຄຸນນະພາບ ລະຫວ່າງ ສປປລາວ ແລະ ສສ ຫວຽດນາມ. ອານຸສັນຍາສະບັບນີ້ມີຊື່ວ່າ “ໂຄງການຄົ້ນຄວ້າຊ່ວຍເຫຼືອໃນການຍົກສູງຄວາມອາດສາມາດໃນການເຊື່ອມໂຍງກັບສາກົນທາງດ້ານມາດຕະຖານ, ການປະເມີນຄວາມສອດຄ່ອງ ແລະ ວັດແທກ ໃຫ້ກັບ ສປປລາວ” ໂດຍແມ່ນ ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ສສ ຫວຽດນາມ ມອບໝາຍໃຫ້ ສະຫະກົມມາດຕະຖານ, ວັດແທກ, ຄຸນນະພາບ ເປັນຜູ້ນຳພາໃນໄລຍະເວລາ 3 ປີ ( 2019-2022) ແລະ ໄດ້ແບ່ງເປັນ 3 ໄລຍະ. ຈຸດປະສົງໂຄງການດັ່ງກ່າວເພື່ອຊ່ວຍເຫຼືອ ສປປ ລາວ ໃນການສ້າງລະບົບເອກະສານ, ບັນດານິຕິກຳ, ລະບຽບການກ່ຽວກັບວຽກງານມາດຕະຖານ, ວັດແທກ ແລະ ຄຸນນະພາບ; ຈັດຊຸດຝຶກອົບຮົມຍົກສູງຄວາມອາດສາມາດໃຫ້ແກ່ພະນັກງານລັດຂອງລາວ; ສະໜອງບັນດາອຸປະກອນການວັດແທກ ແລະ ຊ່ວຍສ້າງລະບົບຂໍ້ມູນຂ່າວສານເປັນຕົ້ນແມ່ນເວັບໄຊ້ຂອງກົມເພື່ອໃຫ້ຕອບສະໜອງກັບຄວາມຕ້ອງການໃນການເຊື່ອມໂຍງສາກົນ.

ໃນເບື້ອງຕົ້ນ ຫວຽດນາມໄດ້ເອົາໃຈໃສ່ຈັດຕັ້ງປະຕິບັດວຽກງານຄົ້ນຄວ້າ, ສ້າງຫຼັກສູດຝຶກອົບຮົມ ກະກຽມຈັດກອງປະຊຸມຝຶກອົບຮົມ ແລະ ພິທີມອບຮັບໂຄງການສຳລັບໃນໄລຍະຕໍ່ມາ. ແຕ່ຍ້ອນສະຖານະການພະຍາດໂຄວິດ 19 ຈຶ່ງເຮັດໃຫ້ບັນດາກິດຈະກຳດັ່ງກ່າວບໍ່ສາມາດຈັດຕັ້ງປະຕິບັດໄດ້ຕາມແຜນທີ່ວາງໄວ້.

ສະນັ້ນ, ກອງປະຊຸມຄັ້ງນີ້ ທ່ານ ຮ່າມິງ ຮ໋ຽບ ໄດ້ສະເໜີໃຫ້ສະຫະກົມມາດຕະຖານ, ວັດແທກ, ຄຸນນະພາບ ແລະ ກົມມາດຕະຖານ ແລະ ວັດແທກ ຕ້ອງໄດ້ສ້າງຕັ້ງແຜນງານວິຊາການສະເພາະເພື່ອຄົ້ນຄວ້າປຶກສາຫາລື ຊອກຫາວິທີແກ້ໄຂໃນສະພາບການຕອນນີ້ເພື່ອເລັ່ງການຈັດຕັ້ງປະຕິບັດບັນດາກິດຈະກຳຂອງອານຸສັນຍາສະບັບນີ້. ພ້ອມກັນນັ້ນທັງສອງຝ່າຍຍັງຈະສືບຕໍ່ຊ່ວຍເຫຼືອເຊິ່ງກັນ ແລະ ກັນ ບົນເວທີຮ່ວມມືຫຼາຍຝ່າຍ ແລະ ພາກພື້ນ.

ສຳລັບ ສປປລາວ ແມ່ນເຫັນດີກັບຂໍ້ສະເໜີຂອງ ສສ ຫວຽດນາມ ແລະ ໃຫ້ຮູ້ວ່າ ກົມມາດຕະຖານ ແລະ ວັດແທກ ກຽມພ້ອມທີ່ຈະຮ່ວມມືປະສານງານໃນແຕ່ລະດ້ານກັບ ສະຫະກົມມາດຕະຖານ, ວັດແທກ, ຄຸນນະພາບ ສສ ຫວຽດນາມ.

ຕອນທ້າຍກອງປະຊຸມ, ທັງສອງຝ່າຍເຊື່ອໝັ້ນວ່າການຮ່ວມມືສອງຝ່າຍຈະສືບຕໍ່ພັດທະນາໃນໄລຍະເວລາທີ່ຈະມາເຖິງນີ້ ແລະ ອານຸສັນຍາຮ່ວມມືກໍ່ຈະໄດ້ລິເລີ່ມຈັດຕັ້ງປະຕິບັດບົນພື້ນຖານສາຍພົວພັນອັນໃກ້ຊິດທີ່ມີມາດົນນານລະຫວ່າງ ກົມມາດຕະຖານ ແລະ ວັດແທກ ສປປລາວ ແລະ ສະຫະກົມມາດຕະຖານ, ວັດແທກ, ຄຸນນະພາບ ສສຫວຽດນາມ.

ຮູບພາບ: ອໍລະຊຸນ ມະນີ

ບົດຂ່າວ: ອູ່ທອງ ອຸ່ນນະລົງ

LEAVE A REPLY

Please enter your comment!
Please enter your name here