ວັນມາດຕະຖານໂລກຄົບຮອບ 74 ປີ ສະຫຼອງພາຍໃຕ້ຄໍາຂັວນ “ວິໄສທັດຮ່ວມກັນຂອງພວກເຮົາ ເພື່ອໂລກທີ່ດີຂື້ນ”

0
124

ໃນວັນທີ 13 ຕຸລາ 2021 ທີ່ ກະຊວງອຸດສາຫະກຳ ແລະ ການຄ້າ ໄດ້ຈັດພິທີຖະແຫຼງຂ່າວເນື່ອງໃນໂອກາດງາມສະເຫຼີມສະຫຼອງວັນມາດຕະຖານໂລກ 14 ຕຸລາ ໄດ້ບັນຈົບຄົບຮອບ 74 ປີ. ຖະແຫຼງການໂດຍ ທ່ານ ປອ. ຄຳແພງ ໄຊສົມແພງ ກຳມະການສູນກາງພັກ, ເລຂາຄະນະພັກ ແລະ ລັດ​ຖະມົນຕີ ກະຊວງ ອຸດສາຫະກຳ ແລະ ການຄ້າ ເຊິ່ງມີເນື້ອໃນແລະ ຄຳເຫັນຕໍ່ວັນດັ່ງກ່າວ ວ່າ: ວັນທີ 14 ຕຸລາ ແມ່ນວັນມາດຕະຖານໂລກ, ຊຶ່ງໄດ້ໜູນວຽນມາບັນຈົບຄົບຮອບ 74 ປີ. ໃນປີ 2021 ນີ້ ສປປ ລາວ ໄດ້ພ້ອມກັບບັນດາປະເທດສະມາຊິກອົງການມາດຕະຖານສາກົນ (The International Organization for Standardization – ISO ) ຈັັດການສະເຫຼີມສະຫຼອງວັນດັ່ງກ່າວພາຍໃຕ້ ຄຳຂວັນທີ່ອົງການມາດຕະຖານສາກົນວາງອອກວ່າ: ວິໄສທັດຮ່ວມກັນຂອງພວກເຮົາ ເພື່ອໂລກທີ່ດີຂື້ນ (OUR SHARED VISION FOR A BETTER WORLD), ຊຶ່ງໝາຍເຖິງ ການນໍາໃຊ້ມາດຕະຖານສາກົນ ເພື່ອເປັນເປົ້າໝາຍການພັດທະນາແບບຍືນຍົງ (The Sustainable Development Goals – SDGs) ໃນການແກ້ໄຂບັນຫາຄວາມບໍ່ສົມດຸນທາງດ້ານສັງຄົມ ໂດຍຮຽກຮ້ອງຕ້ອງການໃຫ້ທຸກໆພາກສ່ວນມີສ່ວນຮ່ວມ ບໍ່ວ່າຈະເປັນ ພາກລັດ-ພາກເອກະຊົນ, ລັດວິສາຫະກິດ, ບໍລິສັດສ່ວນບຸກຄົນ ແລະ ໂຮງຈັກໂຮງງານ ໃນການພັດທະນາເສດຖະກິິດແບບຍືນຍົງ ແລະ ການປ່ຽນແປງຂອງດິນຟ້າອາກາດ ໂດຍການນໍາໃຊ້ມາດຕະຖານແຫ່ງຊາດ, ພາກພື້ນ ແລະ ສາກົນ ເພື່ອເປັນບ່ອນອີງໃນການຜະລິດ, ນໍາເຂົ້າ ແລະ ສົ່ງອອກຂອງຜະລິດຕະພັນສິນຄ້າ ໃຫ້ໄດ້ຕາມມາດ ຕະຖານ ແລະ ສອດຄ່ອງກັບຫຼັກການຂອງການປະເມີນຄວາມສອດຄ່ອງ  ແລະ ການນໍາໃຊ້ມາດຕະຖານຈະຊ່ວຍຫລຸດ ຜ່ອນຜົນກະທົບຕໍ່ສິ່ງແວດລ້ອມຈາກຂະ ບວນການຜະລິດທາງດ້ານອຸດສາຫະກຳ ແລະ ກະສິກໍາ. ນຳໃຊ້ຊັບພະຍາ ກອນທໍາມະຊາດຢ່າງປະຫຍັດ ແລະ ເປັນມິດກັບສິ່ງແວດລ້ອມ. ດັ່ງນັ້ນວຽກງານມາດຕະຖານຈຶ່ງນັບມື້ນັບມີບົດບາດ ສໍາຄັນຢ່າງໃຫຍ່ຫຼວງ ແລະ ກວ້າງຂວາງໃນທົ່ວໂລກ.

ຈຸດປະສົງຂອງການສະເຫຼີມສະຫຼອງວັນມາດຕະຖານໂລກ ແມ່ນເພື່ອສ້າງຈິດສຳນຶກໃຫ້ແກ່ທຸກຄົນໃນສັງ ຄົມເປັນຕົ້ນແມ່ນຜູ້ສ້າງລະບຽບການ ແລະ ຄຸ້ມຄອງມາດຕະຖານ, ຜູ້ປະກອບການລົງທຶນ,​ ນັກທຸລະກິດ, ຜູ້ຜະລິດ, ຜູ້ຄ້າຂາຍ ແລະ ຜູ້ຊົມໃຊ້ໄດ້ເຂົ້າໃຈຢ່າງເລິກເຊິ່ງ ກ່ຽວກັບບົດບາດ ແລະ ຄວາມສຳຄັນຂອງວຽກງານມາດຕະຖານ ຕໍ່ການພັດທະນາ ເສດຖະກິດ-ສັງຄົມ ໃນລະດັບຊາດ, ພາກພື້ນ ແລະ ສາກົນ. ພ້ອມກັນນັ້ນ ກໍເພື່ອພັດທະນາວຽກງານມາດຕະຖານຊຸກ ຍູ້ສົ່ງເສີມການຄ້າ, ການຜະລິດອຸດສາຫະກຳ ລວມທັງການນຳໃຊ້ ແລະ ການຖ່າຍທອດເຕັກໂນໂລຊີທີ່ກ້າວໜ້າຂອງໂລກໃນແຕ່ລະໄລຍະ ເພື່ອເປັນການພັດທະນາແບບຍືນຍົງ. ນອກນັ້ນ, ການຢັ້ງຢືນຮັບຮອງເອົາມາດຕະຖານຂອງຜະລິດຕະພັນ, ລະບົບການກວດສອບ, ການຢັ້ງຢືນຄຸນນະພາບຂອງຜະລິດຕະພັນ ແລະ ສິນຄ້າ, ຍັງຊ່ວຍຍົກສູງສະມັດຕະພາບການຜະລິດ ແລະ ສ້າງຄວາມເຊື່ອໝັ້ນໃຫ້ແກ່ຜູ້ຊົມໃຊ້ ແລະ ທັງເປັນການສ້າງຄວາມຍຸດຕິທຳໃນສັງຄົມອີກດ້ວຍ.

ຊຶ່ງອົງການມາດຕະຖານສາກົນ (The International Organization for Standardization – ISO)  ສ້າງຕັ້ງຂຶ້ນໃນປີ 1947 ແລະ ເລີ່ມແຕ່ປີ 1993 ເປັນຕົ້ນມາ ຢູ່ ສປປ ລາວ ໄດ້ເລີ່ມມີການເຄື່ອນໄຫວວຽກງານມາດຕະຖານຢ່າງເປັນທາງການ. ນັບແຕ່ ສປປ ລາວ ໄດ້ເຂົ້າເປັນສະມາຊິກຜູ້ສັງເກດການ ຂອງອົງການມາດຕະຖານສາກົນ ເລີ່ມແຕ່ເດືອນ ມັງກອນ 2007. ໃນປະຈຸບັນ ສປປ ລາວ ກໍໄດ້ຍົກລະດັບຈາກການເປັນສະມາຊິກຜູ້ສັງເກດການມາເປັນສະມາຊິກເຄິ່ງສົມບູນຂອງອົງການມາດຕະຖານສາກົນ ໃນເດືອນ ມັງກອນ ຕົ້ນປີ 2017 ທີ່ຜ່ານມາ ເຊິ່ງຄົບຮອບ 14 ປີ ຂອງການເປັນສະມາຊິກອົງການມາດຕະຖານສາກົນ ແລະ ໄດ້ເຂົ້າຮ່ວມຄະນະກໍາມະການທີ່ປຶກສາດ້ານມາດຕະຖານ ແລະ ຄຸນນະພາບຂອງອາຊຽນ (ASEAN consultative Committee for Standards and Quality – ACCSQ) ໃນປີ 1998. ນອກນັ້ນ, ຍັງໄດ້ສົ່ງບັນດາຄະນະກໍາມະການເຕັກນິກແຫ່ງຊາດເຂົ້າຮ່ວມເປັນ ຄະນະກໍາມະການສັງເກດການດ້ານເຕັກນິກຂອງອົງການມາດ ຕະຖານສາກົນໃນບາງຂົງເຂດ ເຊິ່ງຈະມີສະຖານະ ແລະ ພາລະບົດບາດຫຼາຍຂຶ້ນໃນການເຄື່ອນ ໄຫວວຽກງານມາດຕະຖານຮ່ວມກັບ ພາກພື້ນ ແລະ ສາກົນ.

ປະຈຸບັນນີ້ ວຽກງານມາດຕະຖານ ຢູ່ ສປປ ລາວ ໄດ້ມີການເຄື່ອນໄຫວພາຍໃຕ້ຄວາມຮັບຜິດ ຊອບຂອງ ກົມມາດຕະຖານ ແລະ ວັດແທກ, ກະຊວງອຸດສາຫະກໍາ ແລະ ການຄ້າ. ໃນຊຸມປີທີ່ຜ່ານມາກົມດັ່ງກ່າວ ໄດ້ສ້າງນິຕິກຳ ໃນການຄຸ້ມຄອງ, ​ພັດທະນາ ແລະ ບໍລິການວຽກງານມາດຕະຖານເປັນຕົ້ນ ແມ່ນ: ສ້າງກົດໝາຍ, ດຳລັດ, ບັນດານິຕິກໍາ ລຸ່ມກົດໝາຍ ແລະ ບັນດາມາດຕະຖານແຫ່ງຊາດສຳລັບຜະລິດຕະພັນໃນແຕ່ລະຂົງເຂດຕ່າງໆ ເພື່ອໃຫ້ສອດຄ່ອງກັບລະ ບຽບການຂອງອົງການການຄ້າໂລກ ໄດ້ຮັບຮອງເອົາ ມາດຕະຖານເຄື່ອງໃຊ້ໄຟຟ້າ-ເອເລັກໂຕຣນິກສາກົນ (International Electrotechnical Commission – IEC) ແລະ ມາດຕະຖານສາກົນ (The International Organization for Standardization – ISO) ມາເປັນມາດຕະຖານແຫ່ງຊາດຈໍານວນ 454 ມາດຕະຖານ ແລະ ມາດຕະຖານທີ່ສ້າງເອງຈຳນວນ 42 ມາດຕະຖານ,​ ປັດຈຸບັນນີ້ ໄດ້ມີມາດຕະຖານແຫ່ງຊາດລາວທີ່ປະກາດໃຊ້ຢ່າງເປັນທາງການ ແລ້ວ 496 ມາດຕະຖານ ແລະ ຍັງໄດ້ປະກາດໃຊ້ມາດຕະຖານແບບບັງຄັບໃນ ຂົງເຂດໄຟຟ້າເອເລັກໂຕຼນິກ, ຂົງເຂດວັດສະດຸການກໍ່ສ້າງ ແລະ ຂົງເຂດນໍ້າມັນເຊື້ອໄຟ ແລະ ອາຍແກັດ ລວມຈໍານວນ 119 ມາດຕະຖານ. ໄດ້ອະນຸຍາດນໍາໃຊ້ກາ  ໝາຍມາດຕະຖານແຫ່ງຊາດ ໃຫ້ແກ່ 30 ຜະລິດຕະພັນ, ຢັ້ງຢືນຄຸນນະພາບອຸປະກອນພິເສດໃຫ້ 19 ບໍລິສັດ ແລະ ຢັ້ງຢືນລະບົບມາດຕະຖານສາກົນ ISO/IEC ໃຫ້ 25 ບໍລິສັດ, ຢັ້ງຢືນການ ຄຸ້ມຄອງບໍລິຫານຫ້ອງທົດລອງ (ISO/IEC 17025) ໃຫ້ແກ່ 03 ຫ້ອງທົດລອງ ເຊັ່ນ: ຫ້ອງທົດລອງໄຟຟ້າ, ຫ້ອງທົດລອງນໍ້າໜັກ ແລະ ຫ້ອງທົດລອງອຸນຫະພູມ. ນອກນັ້ນ ຍັງມີການຮ່ວມມືກັບພາກເອກະຊົນເພື່ອສ້າງຫ້ອງທົດລອງ,​ ສ້າງລະບົບ ການປະຕິບັດວຽກງານກວດກາ ແລະ ການຢັ້ງຢືນຄຸນນະພາບຜະລິດຕະພັນ ແລະ ສິນຄ້າ,​ ເປັນຕົ້ນແມ່ນອອກໃບຢັ້ງຢືນຄຸນນະພາບອຸປະກອນພິເສດຂອງໂຄງການທາງລົດໄຟ, ໄດ້ສ້າງຕັ້ງ ແລະ ປະຕິບັດການກວດກາຄຸນນະພາບນໍ້າມັນເຊື້ອໄຟ ແລະ ອາຍແກັດ ຢູ່ຕາມ ແຕ່ລະດ່ານຊາຍແດນສາກົນ ໄດ້ທັງໝົດ 18 ດ່ານໃນຂອບເຂດທົ່ວປະເທດ. 

ທັງໝົດທີ່ກ່າວມານີ້ ແມ່ນການສັງລວມເອົາບັນດາການເຄື່ອນໄຫວວຽກງານມາດຕະຖານ ແລະ ສະຖານະພາບຂອງ ສປປ ລາວ ໃນການເປັນສະມາຊິກອົງການມາດຕະຖານສາກົນ (The International Organization for Standardization – ISO)  ແລະ ເປັນການສະ ເຫຼີມສະຫຼອງວັນມາດຕະຖານໂລກ 14 ຕຸລາ ຄົບຮອບ 74 ປີ ອີກດ້ວຍ.

LEAVE A REPLY

Please enter your comment!
Please enter your name here