ກົມມາດຕະຖານ ແລະ ວັດແທກ ລົງຕິດຕາມກວດສອບ ແລະ ຢັ້ງຢືນຄຸນນະພາບອຸປະກອນພິເສດປະເພດລິບ ແລະ ຂັ້ນໃດເລື່ອນ ທີ່ສະຖານີລົດໄຟ ນະຄອນຫຼວງວຽງຈັນ

0
861

ໃນຕອນເຊົ້າຂອງວັນທີ 19 ພະຈິກ 2021 ທີ່ຜ່ານມານີ້ ທາງຫ້ອງກວດສອບ ແລະ ຢັ້ງຢືນຄຸນນະພາບອຸປະກອນພິເສດ, ກົມມາດຕະຖານ ແລະ ວັດແທກ, ກະຊວງອຸດສາຫະກຳ ແລະ ການຄ້າ ໄດ້ມີການລົງຕິດຕາມກວດສອບຄຸນນະພາບອຸປະກອນພິເສດ ປະເພດລິບ ແລະ ຂັ້ນໃດເລື່ອນ ຈຳນວນ 09 ເຄື່ອງ ຂອງສະຖານີລົດໄຟ ເຊິ່ງຕັ້ງຢູ່ບ້ານໄຊ, ເມືອງໄຊທານີ, ນະຄອນຫຼວງວຽງຈັນ.

ໃນການລົງຕິດຕາມກວດສອບຄຸນນະພາບອຸປະກອນພິເສດ ປະເພດລິບ ແລະ ຂັ້ນໃດເລື່ອນ ໃນຄັ້ງນີ້ແມ່ນອີງຕາມລະບຽບ ກ່ຽວກັບການຄຸ້ມຄອງຄຸນນະພາບ ແລະ ຄວາມປອດໄພ ອຸປະກອນພິເສດ ທີ່ຜະລິດ, ນໍາເຂົ້າ, ນຳໃຊ້, ດໍາເນີນການຕິດຕັ້ງ, ປັບແກ້ ແລະ ສ້ອມແປງ ອຸປະກອນພິເສດ ຢູ່ ສປປ ລາວ ບົນພື້ນຖານຄວາມຖືກຕ້ອງຕາມລະບຽບຫຼັກການ, ກົດໝາຍ ແລະ ມາດຕະຖານ​​ແຫ່ງ​ຊາດ ​ໂດຍສອດຄ່ອງກັບລະບຽບ​ການຂອງພາກພື້ນ ​ແລະ ສາກົນ ແນໃສ່ໃນການຕິດຕາມ, ຊຸກຍູ້, ສົ່ງເສີມ ໃຫ້ອຸປະກອນພິເສດມີຄຸນ​ນະພາບ ເພື່ອຮັບ​ປະກັນ​ຄວາມ​ປອດ​ໄພຕໍ່ຜູ້ຊົມໃຊ້, ປົກປັກຮັກສາຊີວິດ, ຊັບສິນ ແລະ ສິ່ງແວດລ້ອມ ປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ແລະ ນອກຈາກນັ້ນ, ເພື່ອເປັນການສ້າງຄວາມເຊື່ອໝັ້ນ ແລະ ຄວາມໄວ້ວາງໃຈໃຫ້ຜູ້ຊົມໃຊ້ລິບ ແລະ ຂັ້ນໃດເລື່ອນ ທີ່ສະຖານີລົດໄຟດັ່ງກ່າວ ກ່ອນເປີດນຳໃຊ້ຢ່າງເປັນທາງການ  ພາຍຫຼັງໄດ້ກວດສອບທາງດ້ານເຕັກນິກສຳເລັດ ທີ່ຖືກຕ້ອງ ແລະ ສອດຄ່ອງຕາມມາດຕະຖານ ທາງກົມມາດຕະຖານ ແລະ ວັດແທກ ຈະໄດ້ອອກໃບຢັ້ງຢືນຄຸນນະພາບ ແລະ ເຄື່ອງໝາຍນໍາໃຊ້ ໃຫ້ແກ່ອຸປະກອນດັ່ງກ່າວ.

LEAVE A REPLY

Please enter your comment!
Please enter your name here