ກົມມາດຕະຖານ ແລະ ວັດແທກ ລົງຕິດຕາມກວດສອບ ແລະ ຢັ້ງຢືນຄຸນນະພາບອຸປະກອນພິເສດ ປະເພດເຄນຍົກ ທີ່ ເຂື່ອນໄຟຟ້ານ້ຳເທີນ 1 ຈຳກັດ

0
361

ໃນຕອນເຊົ້າຂອງວັນທີ 16 ພະຈິກ 2021 ທີ່ຜ່ານມານີ້ ທາງຫ້ອງກວດສອບ ແລະ ຢັ້ງຢືນຄຸນນະພາບອຸປະກອນພິເສດ, ກົມມາດຕະຖານ ແລະ ວັດແທກ, ກະຊວງອຸດສາຫະກຳ ແລະ ການຄ້າ ໄດ້ມີການລົງຕິດຕາມກວດສອບຄຸນນະພາບອຸປະກອນພິເສດ ປະເພດເຄນຍົກ ຈຳນວນ 2 ເຄື່ອງ ຂອງເຂື່ອນໄຟຟ້ານ້ຳເທີນ 1 ຈຳກັດ ເຊິ່ງຕັ້ງຢູ່ບ້ານໂພນງາມ, ເມືອງ ປາກກະດິງ ແຂວງ ບໍລິຄຳໄຊ.

ໃນການລົງຕິດຕາມກວດສອບຄຸນນະພາບອຸປະກອນພິເສດ ປະເພດເຄນຍົກ ໃນຄັ້ງນີ້ແມ່ນອີງຕາມລະບຽບ ກ່ຽວກັບການຄຸ້ມຄອງຄຸນນະພາບ ແລະ ຄວາມປອດໄພ ອຸປະກອນພິເສດ ທີ່ຜະລິດ, ນໍາເຂົ້າ, ນຳໃຊ້, ດໍາເນີນການຕິດຕັ້ງ, ປັບແກ້ ແລະ ສ້ອມແປງ ອຸປະກອນພິເສດ ຢູ່ ສປປ ລາວ ບົນພື້ນຖານຄວາມຖືກຕ້ອງຕາມລະບຽບຫຼັກການ, ກົດໝາຍ ແລະ ມາດຕະຖານ​​ແຫ່ງ​ຊາດ ​ໂດຍສອດຄ່ອງກັບລະບຽບ​ການຂອງພາກພື້ນ ​ແລະ ສາກົນ ແນໃສ່ໃນການຕິດຕາມ, ຊຸກຍູ້, ສົ່ງເສີມ ໃຫ້ອຸປະກອນພິເສດມີຄຸນ​ນະພາບ ເພື່ອຮັບ​ປະກັນ​ຄວາມ​ປອດ​ໄພຕໍ່ຜູ້ຊົມໃຊ້, ປົກປັກຮັກສາຊີວິດ, ຊັບສິນ ແລະ ສິ່ງແວດລ້ອມ ປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ພາຍຫຼັງໄດ້ກວດສອບທາງດ້ານເຕັກນິກສຳເລັດ ທີ່ຖືກຕ້ອງ ແລະ ສອດຄ່ອງຕາມມາດຕະຖານ ທາງກົມມາດຕະຖານ ແລະ ວັດແທກ ຈະໄດ້ອອກໃບຢັ້ງຢືນຄຸນນະພາບ ແລະ ເຄື່ອງໝາຍນໍາໃຊ້ ໃຫ້ແກ່ອຸປະກອນດັ່ງກ່າວ.

LEAVE A REPLY

Please enter your comment!
Please enter your name here