ກອງປະຊຸມຝຶກອົບຮົມພາຍໃຕ້ຫົວຂໍ້: ການສ້າງຄວາມເຂັ້ມແຂງກ່ຽວກັບມາດຕະຖານສາກົນ ISO/IEC 17065:2012 ກ່ຽວກັບຂໍ້ກຳນົດທົ່ວໄປໃນການຮັບຮອງໜ່ວຍງານຢັ້ງຢືນຜະລິດຕະພັນໃນລະຫວ່າງວັນທີ 7-11 ມີນາ 2022 ທີ່ໂຮງແຮມເມືອງແທັງ, ນະຄອນຫຼວງວຽງຈັນ.

0
525

ໃນ​ວັນ​ທີ 7-11 ມີ​ນາ 2022 ກົມ​ມາດຕະຖານ ​ແລະ ວັດ​​ແທກ, ກະຊວງອຸດສະຫະກຳ ແລະ ການຄ້າ ໄດ້ມີການຈັດກອງປະຊຸມຝຶກອົບຮົມກ່ຽວກັບການສ້າງຄວາມເຂັ້ມແຂງມາດຕະຖານສາກົນ ISO/IEC 17065:2012 ກ່ຽວກັບຂໍ້ກຳນົດທົ່ວໄປໃນການຮັບຮອງໜ່ວຍງານຢັ້ງຢືນຜະລິດຕະພັນ: General Requirement 17065:2012 ໃຫ້​ແກ່​ພະ​ນັກ​ງານ​ງານ​ພາຍ​ໃນ​ກົມ ແລະ ພາກ​ສ່ວນ​ທີ່​ກ່ຽວ​ຂ້ອງ ຢູ່ທີ່ໂຮງແຮມເມືອງແທັງ, ນະຄອນຫຼວງວຽງຈັນ.ໂດຍ​ໃຫ້​ກຽດ​ເປີ​ດພິທີກອງ​ປະຊຸມ​ຝຶກອົບຮົມໂດຍ ທ່ານວຽງທອງ ວົງທະວິໄລ​ ຫົວໜ້າກົ​ມມາດຕະຖານ ​ແລະ ວັດ​ແທກ, ກະຊວງອຸດສະຫະກຳ ແລະ ການຄ້າ, ພ້ອມ​ດຽວກັນນັ້ນກໍຍັງໄດ້ຮັບກຽດເຂົ້າຮ່ວມໂດຍ ທ່ານ ອິ​ຊິ ເຮັນ​ສ໌​ປີ​ເຕີ ,ຊ່ຽວ​ຊານ​ປະ​ຈຳ​ໂຄງ​ການ PTB ແຫ່ງ​ປະ​ເທດ​ເຢຍ​ລະ​ມັນ, ພ້ອມດ້ວຍພະນັກງານ​ວິຊາ​ການ​ຈາກ​ກົມ​ມາດຕະຖານ ​ແລະ ວັດ​ແທກ ແລະ ພາກ​ສ່ວນ​ທີ່​ກ່ຽວ​ຂ້ອງ​ທັງ​ພາກ​ລັດ ແລະ ເອ​ກະ​ຊົນເຂົ້າ​ຮ່ວມນຳ.

ຈຸດປະສົງຂອງການຈັດ​ກອງ​ປະຊຸມຝຶກອົບຮົມ​ໃນ​ຄັ້ງ​ນີ້​​ເພື່ອສ້າງ​ຄວາມ​ເຂັ້ມ​ແຂງ, ຍົກ​ລະ​ດັບ​ຄວາມ​ຮູ້​ຄວາມ​ສາ​ມາດ ແລະ ຄວາມ​ເຂົ້າ​ໃຈກ່ຽວກັບ​ມາດຕະຖານສາກົນ ISO/IEC 17065:2012, ພ້ອມດຽວກັນ​ນັ້ນ​ກໍເພື່ອເປັນການສ້າງພະນັກງານພາຍໃນກົມ ແລະ ພາກ​ສ່ວນ​ທີ່​ກ່ຽວ​ຂ້ອງໃຫ້ກາຍເປັນຫົວ​ໜ້າ​ທີມ ແລະ ນັກປະ​ເມີນທີ່​ດີ, ມີ​ຄວາມ​ສຳ​ນານ​ໃນ​ລະ​ບົບ​ການຢັ້ງ​ຢືນ ແລະ ສາ​ມາດ​ໃຫ້​ການ​ບໍ​ລິ​ການຢັ້ງ​ຢືນ​ຜະ​ລິດ​ຕະ​ພັນ​ຕ່າງໆໃຫ້​​ພາກ​ສ່ວນ​ທີ່​ກ່ຽວ​ຂ້ອງ​ໄດ້​ຢ່າງ​ມີ​ປະ​ສິດ​ຕິ​ພາບ ແລະ ສອດ​ຄ່ອງ​ກັບ​ມາດ​ຕະ​ຖານ​ສາ​ກົນທັງເປັນຜົົນດີໃຫ້ແກ່ການຄຸ້ມຄອງວຽກງານມາດຕະຖານ ແລະ ວັດແທກອີກດ້ວຍ.

ກອງປະຊຸມຝຶກອົບຮົມແມ່ນຈະໄດ້ດຳເນີນໄປເປັນເວລາ 5ວັນຈື່ງຈະສຳເລັດລົງ.

 

LEAVE A REPLY

Please enter your comment!
Please enter your name here