ກອງປະຊຸມສ້າງຮ່າງດໍາລັດ ວ່າດ້ວຍມາດຕະການຕໍ່ຜູ້ລະເມີດກົດໝາຍ ແລະ ລະບຽບການ ກ່ຽວກັບ ມາດ ຕະຖານ ແລະ ຮ່າງດໍາລັດວ່າດ້ວຍມາດຕະການຕໍ່ຜູ້ລະເມີດກົດໝາຍ ແລະ ລະບຽບ ການກ່ຽວກັບ ການວັດແທກ

0
326

ໃນວັນທີ 08 ເມສາ 2022 ກົມມາດຕະຖານ ແລະ ວັດແທກ, ກະຊວງອຸດສາຫະກໍາ ແລະ ການຄ້າ ໄດ້ຈັດກອງປະຊຸມຜ່ານຮ່າງດໍາລັດ ວ່າ​ດ້ວຍ​ມາດ​ຕະ​ການ​ຕໍ່​ຜູ້​ລະ​ເມີດ​ກົດ​ໝາຍ ແລະ ລະບຽບການ ກ່ຽວກັບ ມາດຕະ ຖານ ແລະ ຮ່າງດໍາລັດວ່າດ້ວຍມາດ​ຕະ​ການຕໍ່ຜູ້ລະເມີດກົດ​ໝາຍ ແລະ  ລະບຽບການກ່ຽວກັບ ການວັດແທກ ຢູ່ທີ່ ຫ້ອງປະຊຸມຂອງກະຊວງອຸດສາຫະກໍາ ແລະ ການຄ້າ. ໃຫ້ກຽດເປັນປະທານດຳເນີນກອງປະຊຸມ ໂດຍທ່ານ ບຸນເຖິງ ດວງສະຫວັນ, ຄະນະປະຈໍາພັກກະຊວງ, ຮອງລັດຖະມົນຕີກະຊວງອຸດສາຫະກໍາ ແລະ ການຄ້າ ທັງເປັນຫົວໜ້າຄະນະຮັບຜິດຊອບສ້າງຮ່າງດຳລັດ, ເຊິ່ງມີຜູ້ເຂົ້າຮ່ວມຈາກຫຼາຍຂະແໜງການ ທີ່ເປັນຄະນະຊີ້ນໍາ ລວມ ແລະ ຄະນະວິຊາການ ໂດຍໄດ້ຮັບການແຕ່ງຕັ້ງຈາກລັດຖະມົນຕີ ກະຊວງອຸດສາຫະກໍາ ແລະ ການຄ້າ. ໃນນັ້ນ, ລວມມີບັນດາຫ້ອງການ, ກົມ ແລະ ສະຖາບັນພາຍໃນກະຊວງອຸດສາຫະກໍາ ແລະ ການຄ້າ, ບັນດາ ກະຊວງ, ຂະແໜງການທີ່ກ່ຽວຂ້ອງ ພ້ອມດ້ວຍພະນັກງານຂອງກົມມາດຕະຖານ ແລະ ວັດແທກ ເຂົ້າຮ່ວມ ທັງໝົດ ຈໍານວນ 40 ທ່ານ

ຈຸດປະສົງຂອງກອງປະຊຸມໃນຄັ້ງນີ້ ເພື່ອປຶກສາຫາລື, ປະກອບຄໍາຄິດເຫັນ, ແລກປ່ຽນບົດຮຽນ ແລະ ເປັນເອກະພາບກັນທາງດ້ານເນື້ອໃນຂອງຮ່າງດໍາລັດດັ່ງກ່າວ ແນໃສ່ເປັນບ່ອນອີງ ກ່ຽວກັບການຄຸ້ມຄອງ ການຈັດຕັ້ງປະຕີບັດວຽກງານມາດຕະຖານ ແລະ ການວັດແທກ ​ເຮັດ​ໃຫ້​ໄດ້​ຮັບ​ຜົນ​ກະທົບ​ຈາ​ກການລະ​ເມີດ​ ຂອງບຸກຄົນ, ນິຕິບຸກຄົນ ​ແລະ ການຈັດຕັ້ງ ອັນໄດ້ສ້າງຜົນເສຍຫາຍຕໍ່ສັງຄົມ ແລະ ສິ່ງແວດລ້ອມເຊັນ: ຜະລິດຕະພັນ-ສິນຄ້າ ບໍ່ໄດ້ມາດຕະຖານ,ມີຄຸນນະພາບຕໍ່າ ແລະ ອື່ນໆ, ພ້ອມນີ້ກໍ່ຍັງມີການລະເມີດ ຫລາຍຮູບ ແບບທີ່ຜິດຕໍ່ລະບຽບຂອງວຽກງານດັ່ງກ່າວ,ເພື່ອເຮັດວຽກບໍລິການຮັບໃຊ້ສັງຄົມໃຫ້ຖືືກຕ້ອງ ແລະ ສອດຄ່ອງ ຕາມກົດໝາຍທີ່ກໍານົດໄວ້, ແນໃສ່ສ້າງຄວາມເຂັ້ມແຂງ ແລະ ສ້າງຄວາມເຂົ້າໃຈ ກ່ຽວກັບກົດໝາຍ, ມາດຕະການ ແລະ ລະບຽບການທີ່ກ່ຽວຂ້ອງຢ່າງເລິກເຊິ່ງ ເພື່ອພ້ອມກັນຈັດຕັ້ງປະຕິບັດ ແລະ ຜັນຂະຫຍາຍວຽກງານດັ່ງກ່າວ ໃຫ້ມີປະສິດທິພາບ ແລະ ປະສິດທິຜົນສູງຂື້ນ, ຊຸກຍູ້ວຽກງານດັ່ງກ່າວໃຫ້ ບັນລຸຕາມເປົ້າໝາຍ ແລະ ຈຸດປະສົງ ທີ່ກໍານົດໄວ້.

ສະນັ້ນ, ກົມມາດຕະຖານ ແລະ ວັດແທກ, ກະຊວງອຸດສາຫະກໍາ ແລະ ການຄ້າ ຈຶ່ງໄດ້ສ້າງສອງ ຮ່າງດໍາລັດສະບັບນີ້ຂື້ນມາເພື່ອຮັບປະກັນຄວາມປອດໄພ ແລະ ສິດຜົນປະໂຫຍດອັນຊອບທໍາຂອງຜູ້ຊົມໃຊ້, ເພື່ອ ຄຸ້ມຄອງຄຸນນະພາບຂອງຜະລິດຕະພັນ-ສິນຄ້າ ໃຫ້ສອດຄ່ອງລະບຽບກົດໝາຍ ແລະ ລະບຽບການ ທີ່ກ່ຽວ ຂ້ອງ. ກອງປະຊຸມໄດ້ຄົ້ນຄວ້າ, ປຶກສາຫາລື ແລະ ເປັນເອກະພາບກັນ ເພື່ອສ້າງຮ່າງດໍາລັດດັ່ງກ່າວໃນຄັ້ງນີ້ ດ້ວຍຄວາມ ຮັບຜິດຊອບຢ່າງສູງ ແລະ ໃຫ້ໄດ້ຮັບຜົນສຳເລັດຕາມຄາດໝາຍເປັນຢ່າງດີ.

LEAVE A REPLY

Please enter your comment!
Please enter your name here