ກອງປະຊຸມປຶກສາຫາລື ແລະ ປະກອບຄຳເຫັນແບບເຊິ່ງໜ້າ ຜ່ານຮ່າງດໍາລັດ ວ່າດ້ວຍ ການປັບໃໝ ແລະ ນຳໃຊ້ມາດຕະການອື່ນ ຕໍ່ຜູ້ລະເມີດກົດໝາຍ ແລະ ລະບຽບການ ກ່ຽວກັບວຽກງານມາດຕະຖານ ແລະ ການວັດແທກ

0
358

ໃນວັນທີ 13 ພຶດສະພາ 2022 ກົມມາດຕະຖານ ແລະ ວັດແທກ, ກະຊວງອຸດສາຫະກໍາ ແລະ ການຄ້າ ໄດ້ຈັດກອງປະຊຸມປຶກສາຫາລື ແລະ ປະກອບຄຳເຫັນແບບເຊິ່ງໜ້າ  ຜ່ານຮ່າງດໍາລັດ ວ່າດ້ວຍ ການປັບໃໝ ແລະ ນຳໃຊ້ມາດຕະການອື່ນ ຕໍ່ຜູ້ລະເມີດກົດໝາຍ ແລະ ລະບຽບການ​ ກ່ຽວກັບວຽກງານມາດຕະຖານ ແລະ ການວັດແທກ  ຂື້ນເປັນຄັ້ງທີ 3, ຢູ່ທີ່ຫ້ອງປະຊຸມ ໂຮງແຮມທະວີສຸກ ເມືອງວັງວຽງ ແຂວງວຽງຈັນ. ໃຫ້ກຽດເປັນປະທານດຳເນີນກອງປະຊຸມໂດຍ ທ່ານ ວຽງທອງ ວົງທະວິໄລ, ຫົວໜ້າກົມມາດຕະຖານ ແລະ ວັດແທກ, ຄະນະພັກກະຊວງ ແລະ ທັງເປັນຮອງຫົວໜ້າຄະນະຮັບຜິດຊອບສ້າງ 2 ຮ່າງດຳລັດດັ່ງກ່າວ. ເຊິ່ງມີຜູ້ເຂົ້າຮ່ວມຈາກບັນດາຫ້ອງການ, ກົມ, ສະຖາບັນ ແລະ ຜູ້ຕາງໜ້າຈາກຂະ ແໜງການທີ່ກຽ່ວຂ້ອງເຂົ້າຮ່ວມທັງໝົດ ຈໍານວນ 45 ທ່ານ ໃນຂອບເຂດທົ່ວປະເທດ.

ເປົ້າໝາຍການຈັດກອງປະຊຸມການສ້າງ 2 ດໍາລັດຄັ້ງນີ້ ເພື່ອເປັນບ່ອນອີງ ສຳລັບການ ຈັດຕັ້ງປະຕີບັດການຄຸ້ມຄອງວຽກງານ ໃນການຜັນຂະຫຍາຍມາເປັນນິຕິກຳລຸ່ມກົດໝາຍ ແລະ  ລະບຽບການ​​ທີ່​ກໍາ​ນົດສະ​ເພາະ ກ່ຽວກັບການປັບໃໝ ແລະ ນໍາໃຊ້ມາດຕະການອື່ນ ຕໍ່ຜູ້ລະເມີດກົດ​ໝາຍ ແລະ ລະບຽບການ​ ກ່ຽວກັບວຽກງານມາດຕະຖານ ແລະ ການວັດແທກ. ຕໍ່ກັບເງື່ອນໄຂສະພາບປະຈຸບັນ​ຈຶ່ງມີ​ຄວາມຈໍາ​ເປັນ​ຕ້ອງ​​ໄດ້ສ້າງ 2 ດຳລັດນີ້​ຂຶ້ນມາເພື່ອເປັນບ່ອນອີງ ໃຫ້ແກ່ການຈັດຕັ້ງປະຕີບັດການຄຸ້ມຄອງກຽ່ວກັບວຽກງານມາດຕະຖານ ແລະ ການວັດແທກ, ໃຫ້​ໄດ້​ປະສິດທິພາບ ​ແລະ ຖືກຕ້ອງ​ຕາມ​ລະບຽບຫຼັກການ​ທີ່​ກໍາ​ນົດ​ໄວ້, ເຊິ່ງຜ່ານ​ມາ​ແມ່ນ​ມີຫຼາຍບັນຫາ​ເກີດ​ຂຶ້ນໃນທົ່ວສັງຄົມ, ເຊິ່ງ​ເຮັດ​ໃຫ້​ໄດ້​ຮັບ​ຜົນ​ກະທົບ​ຈາ​ກການລະ​ເມີດ​ ຂອງບຸກຄົນ, ນິຕິບຸກຄົນ ​ແລະ ການຈັດຕັ້ງ ອັນໄດ້ສ້າງຜົນເສຍຫາຍຕໍ່ສັງຄົມ ແລະ ສິ່ງແວດລ້ອມເຊັ່ນ: ຜະລິດຕະພັນ ແລະ ສິນຄ້າ ບໍ່ໄດ້ມາດຕະຖານ, ມີຄຸນນະພາບຕໍ່າ, ເຄຶ່ອງມືອຸປະກອນການວັດແທກທີ່ບໍ່ມີຄວາມຖຶກຕ້ອງ, ຊັດເຈນ ແລະ  ມີພຶດຕິກໍາການລະເມີດຫລາຍຮູບແບບທີ່ຜິດຕໍ່ລະບຽບຂອງວຽກງານດັ່ງກ່າວ.

ສະນັ້ນ, ການຈັດຕັ້ງ ປະຕິບັດ ຂອງຜູ້ປະກອບການທີ່ຜະລິດ, ນໍາເຂົ້າ, ສົ່ງອອກ ແລະ ຈໍາໜ່າຍຜະລິດຕະພັນ ແລະ ສິນຄ້າ, ເຄຶ່ອງມືອຸປະກອນການວັດແທກ ຢູ່ ສປປ ລາວ ໃຫ້ມີປະສິດທິພາບ ແລະ ປະສິດທິຜົນສູງຂື້ນ ທັງຍົກສູງຄວາມຮັບຜິດຊອບຂອງຕົນຕໍ່ກັບສັງຄົມ ແລະ ຜູ້ຊົມໃຊ້ ຕ່າງຝ່າຍຕ່າງ ມີຜົນປະໂຫຍດຮ່ວມກັນ, ກົມມາດຕະຖານ ແລະ ວັດແທກ, ກະຊວງອຸດສາຫະກໍາ ແລະ ການຄ້າ ຈຶ່ງໄດ້ສ້າງ 2 ຮ່າງດໍາລັດສະບັບນີ້ຂື້ນມາ ເພື່ອຮັບປະກັນຄວາມປອດໄພ, ຄວາມຍຸຕິທຳ ແລະ ສິດຜົນປະໂຫຍດອັນຊອບທໍາຂອງຜູ້ປະກອບການ ແລະ ຜູ້ຊົມໃຊ້, ເພື່ອຄຸ້ມຄອງຄຸນນະພາບຂອງຜະລິດຕະພັນ ແລະ ສິນຄ້າ ໃຫ້ສອດຄ່ອງລະບຽບກົດໝາຍ ແລະ ລະບຽບການທີ່ກ່ຽວຂ້ອງ. ກອງປະຊຸມໄດ້ຄົ້ນຄວ້າ, ປຶກສາຫາລື ແລະ ເປັນເອກະພາບກັນ ເພື່ອສ້າງຮ່າງດໍາລັດດັ່ງກ່າວໃນຄັ້ງນີ້ ດ້ວຍຄວາມຮັບຜິດຊອບຢ່າງສູງ ແລະ ໄດ້ພ້ອມກັນສຸມໃສ່ປະກອບຄຳຄິດເຫັນເພື່ອເຮັດໃຫ້ຮ່າງດໍາລັດ 2 ສະບັບນີ້ ສົມບູນ ແລະ ກອງປະຊຸມແມ່ນໄດ້ຮັບຜົນສຳເລັດຕາມຄາດໝາຍທີ່ວາງໄວ້.

LEAVE A REPLY

Please enter your comment!
Please enter your name here