ສູນກວດສອບຄຸນນະພາບແບບບໍ່ທຳລາຍໄດ້ລົງກວດສອບ ແລະ ຢັ້ງຢືນຄຸນນະພາບເຄື່ອງເອັກສະເລທາງການແພດ

0
406

ວັນທີ 23 ພຶດສະພາ 2022 ກົມມາດຕະຖານ ແລະ ວັດແທກ, ສູນກວດສອບຄຸນນະພາບແບບບໍ່ທຳລາຍໄດ້ລົງກວດສອບ ແລະ ຢັ້ງຢືນຄຸນນະພາບເຄື່ອງສາຍລັງສີເອັກສະເລຢູ່ຫ້ອງກວດພະຍາດຄົບວົງຈອນວຽງຈັນ ເພື່ອໃຫ້ມີຄວາມຖືກຕ້ອງ, ຊັດເຈນ, ມີຄຸນນະພາບ, ມີຄວາມປອດໄຟຈາກລັງສີທີ່ແຜ່ອອກໃຫ້ເໝາະສົມ ແລະ ບໍ່ເກີນຕາມມາດຕະຖານກຳນົດ ແລະ ມີຄວາມປອດໄພຕໍ່ພະນັກງານເຮົາທີ່ນຳໃຊ້ເຄື່ອງເອັກສະເລ ແລະ ຄົນເຈັບທີ່ມາໃຊ້ບໍລິການ ໃຫ້ໝັ້ນໃຈວ່າເຄື່ອງເອັກສະເລທີ່ເຮົາໃຊ້ມີຄວາມປອດໄພ ແລະ ໃຫ້ສອດຄ່ອງກັບລະບຽບການ ແລະ ມາດຕະຖານທີ່ກຳນົດພ້ອມທັງເປັນການຊຸກຍູ້ສົ່ງເສີມໃຫ້ພາກສວນໂຮງໝໍ ແລະ ຄຣີນິກຕ່າງໆ ນຳໃຊ້ເຄື່ອງເອັກສະເລ ທີ່ມີຄຸນນະພາບ ໄດ້ມາດຕະຖານ ແລະ ມີຄວາມປອດໄຟຕໍ່ຜູ້ຊົມໃຊ້, ປົກປັກຮັກສາຊີວິດ, ຊັບສິນ ແລະ ສິ່ງແວດລ້ອມ ພ້ອມນັ້ນຍັງສ້າງຄວາມເຊື່ອໝັ້ນ ແລະ ຄວາມໄວ້ວ່າງໃຈຂອງຄົນເຈັບທີ່ມາໃຊ້ບໍລິການ ທີ່ນຳໃຊ້ຢູ່ໂຮງໝໍ ແລະ ຄຣິນິກດັ່ງກວ່າ ເມື່ອຜ່ານກວດສອບແລ້ວທາງກົມມາດຕະຖານ ແລະ ວັດແທກ ຈະໄດ້ອອກໃບຢັ້ງຢືນກອດສອບຄຸນນະພາບໃຫ້ແກ່ອຸປະກອນດັ່ງກ່າວ

LEAVE A REPLY

Please enter your comment!
Please enter your name here