ກອງປະຊຸມກອງປະຊຸມ ເຜີຍແຜ່ ກ່ຽວກັບວຽກງານການກວດສອບມາດຕະຖານຄວາມປອດໄພ ອຸປະກອນພິເສດໃຫ້ແກ່ຜູ້ປະກອບການຢູ່ເຂດເສດຖະກິດພິເສດ ກວມລວມໄຊເສດຖາ

0
354

ໃນເວລາ 14: 00 ໂມງ ຂອງ ວັນທີ 26 ພຶດສະພາ 2022 ກົມມາດຕະຖານ ແລະ ວັດແທກ, ກະຊວງອຸດສາຫະກຳ ແລະ ການຄ້າ ໄດ້ຈັດກອງປະຊຸມກອງປະຊຸມ ເຜີຍແຜ່

ກ່ຽວກັບວຽກງານການກວດສອບມາດຕະຖານຄວາມປອດໄພ ອຸປະກອນພິເສດໃຫ້ແກ່ຜູ້ປະກອບການ ຢູ່ເຂດເສດຖະກິດພິເສດ ກວມລວມໄຊເສດຖາ   ໂດຍການເປັນປະທານ ຂອງ ທ່ານ ວຽງຄໍາ ສິງສອນໄຊ  ຮອງຫົວໜ້າກົມມາດຕະຖານ ແລະ ວັດແທກ.

ດັ່ງທີ່ພວກເຮົາຮູ້ນໍາກັນແລ້ວວ່າໃນຊຸມປີທີ່ຜ່ານມາ, ວຽກງານກວດສອບມາດຕະ ຖານຄວາມປອດໄພອຸປະກອນພິເສດ  ເປັນວຽກງານໜຶ່ງທີ່ມີຄວາມຈໍາເປັນໃນສະພາບປະຈຸບັນ, ບັນດາປະເທດໃນອາຊຽນ, ພາກພື້ນ ກໍຄື ສາກົນ  ໄດ້ຖືຄວາມສຳຄັນ ແລະ ເອົາໃຈໃສ່ການຈັດຕັ້ງປະຕິບັດ ວຽກງານດັ່ງກ່າວເປັນທີ່ຍອມຮັບ ແລະ ຮັບຮູ້ຕັ້ງແຕ່ໃດມາ ຍ້ອນຜະລິດຕະພັນ (ສິນຄ້າ) ທີ່ໄດ້ຄຸນນະພາບ ແລະ ການບໍລິການທີ່ໄດ້ມາດຕະຖານ ຈະຊ່ວຍປົກປ້ອງຊີວິດ, ຊັບສິນ, ປົກປ້ອງສິດຜົນປະ ໂຫຍດ ຂອງພາກລັດ, ພາກທຸລະກິດ ແລະ ຜູ້ຊົມໃຊ້ທົ່ວໄປ; ພ້ອມນີ້, ຍັງປະກອບ ສ່ວນສຳຄັນ ຕໍ່ການຊຸກຍູ້ສົ່ງເສີມການພັດທະນາເສດຖະກິດຂອງຊາດ.

ຈຸດປະສົງໃນການຈັດກອງປະຊຸມເຜີຍແຜ່ໃນຄັ້ງນີ້ : ເພື່ອສ້າງຄວາມຮູ້, ຄວາມເຂົ້າໃຈ ກ່ຽວກັບວຽກງານການກວດສອບມາດຕະຖານ ຄວາມປອດໄພອຸປະກອນພິເສດ ໃນ ສປປ ລາວ ໃຫ້ແກ່ຜູ້ປະກອບການ ຕ່າງຝ່າຍຕ່າງມີຜົນປະໂຫຍດຮ່ວມກັນ ໃນນາມອົງການທີ່ຄຸ້ມຄອງ, ກວດກາຄຸນນະພາບ, ມາດຕະຖານ ແລະ ວັດແທກ ຂ້າພະເຈົ້າ ຕາງໜ້າໃຫ້ກົມ ຈະຍົກສູງຄວາມຮັບຜິດຊອບ ດໍາເນີນວຽກງານດັ່ງກ່າວນີ້ດ້ວຍຄວາມໂປ່ງໃສ, ວ່ອງໄວ ແລະ ບໍລິການຮັບໃຊ້ສັງຄົມໃຫ້ມີປະສິດທິພາບສູງ ພ້ອມນີ້ ຂໍຮຽກ ຮ້ອງມາຍັງບັນດາຂະແໜງການພາກລັດ, ພາກເອກະຊົນ, ບັນດາຜູ້ປະກອບການ, ບໍລິສັດ  ແລະ ປະຊາຊົນຜູ້ຊົມໃຊ້ໃນຂອບເຂດທົ່ວປະເທດ ຈົ່ງໃຫ້ຄວາມຮ່ວມມື ແລະ ຊຸກຍູ້ການປະຕິບັດວຽກງານ ມາດຕະຖານ ແລະ ວັດແທກ ໃຫ້ມີໝາກຜົນ ເພື່ອປະກອບສ່ວນສ້າງສາ ແລະ ພັດທະນາເສດຖະກິດ-ສັງຄົມ ຂອງປະເທດເຮົາ, ເຮັດໃຫ້ປະເທດຊາດມັ່ງຄັ່ງເຂັ້ມແຂງ, ປະຊາຊົນຮັ່ງມີຜາສຸກ, ສັງຄົມສາມັກຄີປອງດອງ, ປະຊາ ທິປະໄຕ, ຍຸດຕິທໍາ ແລະ ສີວິໄລ.

LEAVE A REPLY

Please enter your comment!
Please enter your name here