ພິທີຖະແຫຼງຂ່າວສະເຫຼີມສະຫຼອງ ວັນມາດຕະຖານໂລກ 14 ຕຸລາ 2022 ຄົບ 75 ປີ

0
315

ໃນຕອນບ່າຍຂອງວັນທີ 14 ຕຸລາ 2022 ທີ່ກະຊວງອຸດສາຫະກຳ ແລະ ການຄ້າ. ກົມມາດຕະຖານ ແລະ ວັດແທກ ກະຊວງອຸດສາຫະກຳ ແລະ ການຄ້າ ໄດ້ຈັດພິທີຖະແຫຼງຂ່າວສະເຫຼີມສະຫຼອງ ວັນມາດຕະຖານໂລກ 14 ຕຸລາ 2022 ຄົບ 75 ປີ. ໂດຍໃຫ້ກຽດເປັນປະທານ ແລະ ຖະແຫຼງຂ່າວໂດຍ ທ່ານ ນາງ ຈັນສຸກ ແສງພະຈັນ, ຮອງເລຂາຄະນະພັກ, ຮອງລັດຖະມົນຕີ ກະຊວງອຸດສາຫະກຳ ແລະ ການຄ້າ ແລະ ການຄ້າ ພ້ອມດ້ວຍບັນດາຫ້ອງການ, ກົມ, ສະຖາບັນພາຍໃນກະຊວງ.

 

ຈຸດປະສົງພິທີໃນຄັ້ງນີ້ ແມ່ນເພື່ອສ້າງຈິດສຳນຶກ ແລະ ຄວາມຮັບຮູ້ ໃຫ້ແກ່ທຸກຄົນໃນສັງຄົມ ເປັນຕົ້ນແມ່ນ ຜູ້ສ້າງລະບຽບການ ແລະ ຄຸ້ມຄອງມາດຕະຖານ, ຜູ້ປະກອບການລົງທຶນ,​ ນັກທຸລະກິດ, ຜູ້ຜະລິດ, ຜູ້ຄ້າຂາຍ ແລະ ຜູ້ຊົມໃຊ້ທັງໝົດ ໄດ້ເຂົ້າໃຈຢ່າງເລິກເຊິ່ງ ກ່ຽວກັບບົດບາດ ແລະ ຄວາມສຳຄັນຂອງວຽກງານມາດຕະຖານ ຕໍ່ການພັດທະນາເສດຖະກິດ-ສັງຄົມ ໃນລະດັບຊາດ, ພາກພື້ນ ແລະ ສາກົນ. ພ້ອມກັນນັ້ນ ກໍເພື່ອພັດທະນາວຽກງານມາດຕະຖານ ໃຫ້ຊຸກຍູ້ສົ່ງເສີມການຄ້າ, ການຜະລິດອຸດສາຫະກຳ, ລວມທັງການນໍາໃຊ້ ແລະ ການຖ່າຍທອດເຕັກໂນໂລຊີທີ່ກ້າວໜ້າຂອງໂລກໃນແຕ່ລະໄລຍະ ໃຫ້ກາຍເປັນການພັດທະນາແບບຍືນຍົງຢ່າງແທ້ຈິງ. ນອກນັ້ນ, ການຢັ້ງຢືນຮັບຮອງເອົາມາດຕະຖານ, ລະບົບການກວດສອບ, ການຢັ້ງຢືນຄຸນນະພາບຂອງຜະລິດຕະພັນ ແລະ ສິນຄ້າ, ຍັງຊ່ວຍຍົກສູງສະມັດຕະພາບການຜະລິດ ແລະ ສ້າງຄວາມເຊື່ອໝັ້ນໃຫ້ແກ່ຜູ້ຊົມໃຊ້ ແລະ ການສ້າງຄວາມຍຸດຕິທຳໃນສັງຄົມ.

 

ໃນປີ 2022 ນີ້. ສປປ ລາວ ໃນນາມເປັນສະມາຊິກເຄິ່ງສົມບູນ (Corresspond Member) ຂອງອົງການມາດຕະຖານສາກົນ (ISO) ພ້ອມດ້ວຍບັນດາປະເທດທົ່ວໂລກ ພ້ອມກັນສະເຫຼີມສະຫຼອງວັນມາດຕະຖານໂລກ ໃນວັນທີ 14 ຕຸລາ ພາຍໃຕ້ຄຳຂວັນ ທີ່ວ່າ: “ວິໄສທັດຮ່ວມກັນ ເພື່ອໂລກທີ່ດີຂື້ນ(SHARED VISION FOR A BETTER WORLD), ເຊິ່ງມີີຄວາມໝາຍສໍາຄັນ ທີ່ເຮັດໃຫ້ພວກເຮົາຮູ້ວ່າ ການນໍາໃຊ້ມາດຕະຖານສາກົນ ກາຍເປັນສ່ວນປະກອບໜຶ່ງ ຂອງເປົ້າໝາຍການພັດທະນາແບບຍືນຍົງ (The Sustainable Development Goals – SDGs) ເພື່ອການແກ້ໄຂບັນຫາຄວາມບໍ່ເທົ່າທຽມທາງສັງຄົມ ເຂົ້າໃນການພັດທະນາເສດຖະກິິດແບບຍືນຍົງ ແລະ ຫຼຸດຜ່ອນການປ່ຽນແປງຂອງດິນຟ້າອາກາດ. ເພື່ອບັນລຸເປົ້າໝາຍດັ່ງກ່າວ ຕ້ອງມີການຮ່ວມມືກັບບັນດາພາກລັດ ແລະ ເອກະຊົນ, ການນຳໃຊ້ມາດຕະຖານສາກົນ ແລະ ລະບົບການປະເມີນຄວາມສອດຄ່ອງ ມາເປັນເຄື່ອງມືເພື່ອເປັນບ່ອນອີງອັນສຳຄັນໃຫ້ແກ່ການຜະລິດ, ການນໍາເຂົ້າ ແລະ ສົ່ງອອກຂອງຜະລິດຕະພັນ ແລະ ສິນຄ້າ ໃຫ້ໄດ້ຕາມມາດຕະຖານ ແລະ ຫຼັກການຂອງການປະເມີນຄວາມສອດຄ່ອງ, ຊ່ວຍຫລຸດຜ່ອນຜົນກະທົບຕໍ່ສິ່ງແວດລ້ອມ ຈາກຂະບວນການຜະລິດດ້ານອຸດສາຫະກຳ ແລະ ກະສິກໍາ, ທັງເປັນການນຳໃຊ້ຊັບພະຍາກອນ ທໍາມະຊາດຢ່າງປະຢັດ ແລະ ເປັນມິດກັບສິ່ງແວດລ້ອມ. ເຫັນໄດ້ວ່າ ວຽກງານມາດຕະຖານ ນັບມື້ນັບມີບົດບາດ ສໍາຄັນຢ່າງຍິ່ງ ແລະ ມີຂອບເຂດກວ້າງຂວາງ ເປັນທີ່ຮັບຮູ້ກັນໃນທົ່ວໂລກ.

 

ປະຈຸບັນນີ້ ວຽກງານມາດຕະຖານ ຂອງ ສປປ ລາວ ເຮົາໄດ້ມີການເຄື່ອນໄຫວຢ່າງຕັ້ງໜ້າພາຍໃຕ້ການມອບ ໝາຍໜ້າທີ່ ແລະ ຄວາມຮັບຜິດຊອບໃຫ້ແກ່ ກົມມາດຕະຖານ ແລະ ວັດແທກ ທີ່ຂຶ້ນກັບ ກະຊວງອຸດສາຫະກໍາ ແລະ ການຄ້າ. ໃນຊຸມປີຜ່ານມາ, ພາຍໃຕ້ຄວາມຮັບຜິດຊອບດັ່ງກ່າວ ສາມາດສ້າງໄດ້ບັນດານິຕິກຳໃນການຄຸ້ມຄອງ, ​ພັດທະນາ ແລະ ບໍລິການວຽກງານມາດຕະຖານ ກໍ່ຄື ການສ້າງກົດໝາຍ, ດຳລັດ, ບັນດານິຕິກໍາລຸ່ມກົດໝາຍ ແລະ ບັນດາມາດຕະຖານແຫ່ງຊາດ ສຳລັບຜະລິດຕະພັນໃນຂົງເຂດຕ່າງໆ ເພື່ອໃຫ້ສອດຄ່ອງກັບລະບຽບການ ຂອງອົງການການຄ້າໂລກ. ອັນພົ້ນເດັ່ນແມ່ນ ໄດ້ຮັບຮອງເອົາມາດຕະຖານ ເຄື່ອງໃຊ້ໄຟຟ້າ-ເອເລັກໂຕຣນິກ ສາກົນ (IEC) ແລະ ມາດຕະຖານສາກົນ (ISO) ມາເປັນມາດຕະຖານແຫ່ງຊາດໄດ້ ຈໍານວນ 454 ມາດຕະຖານ ແລະ ມາດຕະຖານທີ່ສ້າງເອງ ໄດ້ຈຳນວນ 42 ມາດຕະຖານ, ເຊິ່ງໄດ້ກາຍເປັນມາດຕະຖານແຫ່ງຊາດລາວ ທີ່ປະກາດໃຊ້ຢ່າງເປັນທາງການລວມ 496 ມາດຕະຖານ ແລະ ຍັງໄດ້ປະກາດໃຊ້ມາດຕະຖານແບບບັງຄັບໃນ ຂົງເຂດໄຟຟ້າເອເລັກໂຕຼນິກ, ຂົງເຂດວັດສະດຸການກໍ່ສ້າງ ແລະ ຂົງເຂດນໍ້າມັນເຊື້ອໄຟ ແລະ ອາຍແກັສ ລວມຈໍານວນ 119 ມາດຕະຖານ. ນອກຈາກນີ້, ໄດ້ອະນຸຍາດນໍາໃຊ້ກາໝາຍມາດຕະຖານແຫ່ງຊາດ ໃຫ້ແກ່ 10 ບໍລິສັດ, ຢັ້ງຢືນຄຸນນະພາບອຸປະກອນພິເສດໃຫ້ 30 ບໍລິສັດ ແລະ ຢັ້ງຢືນລະບົບມາດຕະຖານສາກົນ ISO/IEC ໃຫ້ແກ່ 25 ບໍລິສັດ, ຢັ້ງຢືນການ ຄຸ້ມຄອງບໍລິຫານຫ້ອງທົດລອງ (ISO/IEC 17025) ໃຫ້ແກ່ 3 ຫ້ອງທົດລອງ ຄື: ຫ້ອງທົດລອງ ໄຟຟ້າ, ຫ້ອງທົດລອງ ນໍ້າໜັກ ແລະ ຫ້ອງທົດລອງ ອຸນຫະພູມ. ພ້ອມນີ້, ຍັງໄດ້ມີການຮ່ວມມືກັບພາກເອກະຊົນ ເພື່ອສ້າງຫ້ອງທົດລອງ,​ ສ້າງລະບົບ ການປະຕິບັດວຽກງານກວດກາ ແລະ ການຢັ້ງຢືນຄຸນນະພາບ ຜະລິດຕະພັນ ແລະ ສິນຄ້າ,​ ເປັນຕົ້ນແມ່ນ: ການອອກໃບຢັ້ງຢືນຄຸນນະພາບ ອຸປະກອນພິເສດ ຈຳນວນ 137 ໃບ, ອອກໃບຢັ້ງຢືນຄຸນນະພາບກວດສອບແບບບໍ່ທຳລາຍ ຈຳນວນ 39 ໃບ, ສ້າງຕັ້ງ ແລະ ປະຕິບັດການກວດກາຄຸນນະພາບນໍ້າມັນເຊື້ອໄຟ ແລະ ອາຍແກັດ ຢູ່ຕາມ ແຕ່ລະດ່ານຊາຍແດນສາກົນ ໄດ້ທັງໝົດ 18 ດ່ານໃນຂອບເຂດທົ່ວປະເທດ.

 

ໃນຕອນທ້າຍພິທີ ທ່ານປະທານ ຍັງໄດ້ຮຽກຮ້ອງມາຍັງ ບັນດາທ່ານ, ພໍ່ແມ່ປະຊາຊົນໃນທົ່ວສັງຄົມ ໃຫ້ຮັບຮູ້ ແລະ ເລັງເຫັນຄວາມສຳຄັນຂອງ ວຽກງານມາດຕະຖານ ເຊິ່ງແມ່ນວຽກທີ່ໄດ້ຕິດພັນກັບທຸກໆຂົງເຂດວຽກງານ ແລະ ຂະ         ແໜງການ ທັງພາກລັດ ແລະ ພາກເອກະຊົນ ເພື່ອຫັນການຜະລິດ ແລະ ການບໍລິການເຂົ້າສູ່ລວງເລິກ,​ ຍົກສູງ ສະມັດຕະພາບການຜະລິດ ແລະ ຄຸນນະພາບຂອງຜະລິດຕະພັນ, ຫັນເປັນທັນສະໄໝ. ສະນັ້ນ ວຽກງານມາດຕະຖານ ຈຶ່ງມີບົດບາດສຳຄັນ ໃນການຈັດຕັ້ງປະຕິບັັັດໜ້າທີ່ຈຸດສຸມ ຂອງຈັດຕັ້ງຜັນຂະຫຍາຍແຜນຍຸດທະສາດຂອງກະຊວງ ອຸດສາຫະກຳ ແລະ ການຄ້າ ແລະ ມະຕິກອງປະຊຸມໃຫ່ຍຄັ້ງທີ V ຂອງຄະນະບໍລິຫານງານພັກກະຊວງ.

ທ້າຍນີ້,​ ທ່ານປະທານ ໄດ້ຖືໂອກາດວັນສຳຄັນນີ້ ຂໍອວຍພອນໄຊອັນປະເສີດມາຍັງ ບັນດາທ່ານການນໍາພັກ-ລັດ ຈົ່ງມີພາລະນາໄມສົມບູນ,​ ມີຄວາມສຸກ ແລະ ປະສົບຜົນສໍາເລັດທຸກປະການ.

ຂໍອວຍພອນແກ່ບັນດາທ່ານ, ພະນັກງານ-ລັດຖະກອນ, ນັກປະດິດສ້າງ, ​ນັກວິທະຍາສາດ,​ ນັກຮຽນຮູ້ປັນຍາຊົນ ຕະຫຼອດເຖິງບັນດາຜູ້ປະກອບການທຸລະກິດ, ປະຊາຊົນລາວບັນດາເຜົ່າ,​ ພະນັກງານ,​ ທະຫານ ຈົ່ງມີສຸຂະພາບແຂງແຮງ ແລະ ສຸມທຸກເຫື່ອແຮງ ແລະ ສະຕິປັນຍາ ເຂົ້າໃນການປະຕິບັດ 2 ໜ້າທີ່ຍຸດທະສາດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ,​ ຊຸກຍູ້ສົ່ງເສີມການຄົ້ນຄ້ວາພັດທະນາວຽກງານມາດຕະຖານ ແລະ ວັດແທກ ຂອງກະຊວງອຸດສາຫະກໍາ ແລະ ການຄ້າ, ເຮັດໃຫ້ວຽກງານມາດຕະຖານ ຂອງ ສປປ ລາວ ໄດ້ຮັບການພັດທະນາ ແລະ ຍົກລະດັບຂຶ້ນຢ່າງບໍ່ຢຸດຢັ້ງ ເພື່ອການປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມແບບຍືນຍົງ ຕາມທິດສີຂຽວຍືນຍົງ ເຮັດໃຫ້ປະຊາຊົນມີຄວາມຮັ່ງມີຜາສຸກ, ປະເທດຊາດມັ່ງຄັ່ງເຂັ້ມແຂງ,​ ສັງຄົມມີຄວາມສາມັກຄີປອງດອງ, ປະຊາທິປະໄຕ, ​ຍຸດຕິທຳ ແລະ ສີວິໄລ.

ຂໍຂອບໃຈ.

LEAVE A REPLY

Please enter your comment!
Please enter your name here