ກອງປະຊຸມສາມັນ, ສະຫຼຸບການຈັດຕັ້ງເຄື່ອນໄຫວສະພາມາດຕະຖານແຫ່ງຊາດ, ແຕ່ງຕັ້ງ ແລະ ປັບປຸງຄະນະກຳມະການສະພາມາດຕະຖານແຫ່ງຊາດ (ຊຸດທີ III)

0
294

ໃນຕອນບ່າຍວັນທີ່ 04 ພະຈິກ 2022 ທີ່ກະຊວງອຸດສາຫະກຳ ແລະ ການຄ້າ. ສະພາມາດຕະຖານແຫ່ງຊາດ,  ກະຊວງອຸດສາຫະກຳ ແລະ ການຄ້າ ໄດ້ຈັດກອງປະຊຸມສາມັນ, ສະຫຼຸບການຈັດຕັ້ງເຄື່ອນໄຫວສະພາມາດຕະຖານແຫ່ງຊາດ, ແຕ່ງຕັ້ງ ແລະ ປັບປຸງຄະນະກຳມະການສະພາມາດຕະຖານແຫ່ງຊາດ (ຊຸດທີ III). ໂດຍໃຫ້ກຽດເປັນປະທານກອງປະຊຸມຂອງ ທ່ານ ມະໄລທອງ ກົມມະສິດ ກຳມະການສຳຮອງສູນກາງພັກ, ເລຂາຄະນະບໍລິຫານງານພັກກະຊວງ, ລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ. ພ້ອມດ້ວຍ ທ່ານ ຮອງລັດຖະມົນຕີ ກະຊວງອຸດສາຫະກຳ ແລະ ການຄ້າ ຜູ້ຊີ້ນຳວຽກງານດັ່ງກ່າວ, ປະທານສະພາມາດຕະຖານແຫ່ງຊາດ (ຊຸດທີ II) ແລະ ບັນດາຄະນະກຳມະການສະພາມາດຕະຖານແຫ່ງຊາດ ທີ່ມາຈາກຂະແໜງການພາກລັດ ແລະ ເອກະຊົນທີ່ກ່ຽວຂ້ອງ ຈຳນວນ 35 ທ່ານ.

ຈຸດປະສົງຂອງການຈັດກອງປະຊຸມໃນຄັ້ງນີ້ ແມ່ນເພື່ອຄັດເລືອກປະທານ, ຮອງປະທານ ແລະ ຄະນະກຳມະການສະພາມາດຕະຖານແຫ່ງຊາດ (ຊຸດທີ III) ເນື່ອງຈາກມາເຖິງປັດຈຸບັນຄະນະສະພາມາດຕະຖານແຫ່ງຊາດ ຊຸດເກົ່າ (ຊຸດທີ II) ໄດ້ສິ້ນສຸດວາລະໃນການປະຕິບັດໜ້າທີ່ ແລະ ໄດ້ມີການປ່ຽນແປງ ເຊັ່ນ: ປະທານສະພາມາດຕະຖານແຫ່ງຊາດຜູ້ເກົ່າ  (ອະດີດຮອງລັດຖະມົນຕີ) ໄດ້ເຂົ້າຮັບອຸດໜູນບຳນານ ຊຶ່ງໄດ້ໝົດໜ້າທີ່ ໃນການເປັນປະທານບໍລິຫານຊີ້ນຳວຽກງານການເຄື່ອນໄຫວຂອງສະພາມາດຕະຖານແຫ່ງຊາດ ແລະ ບັນດາຄະນະກຳມະການດັ່ງກ່າວໄດ້ມີການເລື່ອນຊັ້ນຕຳແໜ່ງ ແລະ ຖືກແຕ່ງຕັ້ງຊັບຊ້ອນໄປປະຕິບັດໜ້າທີ່ໃໝ່ ແລະ ເພື່ອເຮັດໃຫ້ວຽກງານດັ່ງກ່າວໄດ້ສືບຕໍ່ມີການເຄື່ອນໄຫວຕາມພາລະບົດບາດຂອງຕົນ ໃນໄລຍະ 3 ປີ ຕໍ່ໜ້າ.

ກອງປະຊຸມຄັ້ງນີ້ໄດ້ຕົກລົງເຫັນດີ ເປັນເອກະພາບກັນແຕ່ງຕັ້ງຄະນະກຳມະການສະພາມາດຕະຖານແຫ່ງຊາດ (ຊຸດທີ III) ເຊິ່ງປະກອບມີ ປະທານ 1 ທ່ານ, ຮອງປະທານສະພາ 04 ທ່ານ, ຄະນະກຳມະການ 20 ທ່ານ ເຊິ່ງມີລາຍລະອຽດດັ່ງນີ້:

  • ແຕ່ງຕັ້ງ ທ່ານ . ຈັນສຸກ ແສງພະຈັນ           ຮອງລັດຖະມົນຕີ ກະຊວງອຸດສາຫະກຳ ແລະ ການຄ້າ,

ເປັນປະທານສະພາມາດຕະຖານແຫ່ງຊາດ

  • ແຕ່ງຕັ້ງ ທ່ານ ວຽງທອງ ວົງທະວິໄລ           ຫົວໜ້າກົມມາດຕະຖານ  ແລະ  ວັດແທກ,

ເປັນຮອງປະທານ ແລະ ເປັນຜູ້ປະຈຳການ

  • ແຕ່ງຕັ້ງ ທ່ານ ດຣ. ບຸນຊູ ແກ້ວຫາວົງ       ຫົວໜ້າກົມອາຫານ ແລະ ຢາ, ກະຊວງສາ ທາລະນະສຸກ,

ເປັນຮອງປະທານ.

  • ແຕ່ງຕັ້ງ ທ່ານ ວຽງນາມ ດວງພະຈັນ         ຫົວໜ້າກົມເຄຫາ ແລະ ຜັງເມືອງ, ກະຊວງໂຍທາທິການ ແລະ ຂົນສົ່ງ,

ເປັນຮອງປະທານ.

  • ແຕ່ງຕັ້ງ ທ່ານ ວັນທອງ ສິດທິກຸນ             ຮອງປະທານສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ,

ເປັນຮອງປະທານ.

  • ແຕ່ງຕັ້ງຜູ້ຕາງໜ້າຈາກບັນດາຂະແໜງການພາກລັດ ແລະ ເອກະຊົນ ຈຳນວນ 20 ທ່ານ ເປັນຄະນະກຳມະການ.

ຕອນທ້າຍກອງປະຊຸມ ທ່ານ ປະທານ ໄດ້ມີຄຳເຫັນໂອ້ລົມ ຕໍ່ກອງປະຊຸມ ແລະ ສະເໜີໃຫ້ຄະນະກຳມະການສະພາມາດຕະຖານ ຊຸດນີ້ ສືບຕໍ່ເອົາໃຈໃສ່ພັດທະນະວຽກງານມາດຕະຖານແຫ່ງຊາດ ໃຫ້ທຽບເທົ່າພາກພື້ນ ແລະ ສາກົນ.

LEAVE A REPLY

Please enter your comment!
Please enter your name here