ສູນວັດແທກ, ກົມມາດຕະຖານ ແລະ ວັດແທກ ລົງເຄື່ອນໄຫວກວດສອບ ປະລິມານສຸດທິ ແລະ ສະຫຼາກ ຂອງຜະລິດຕະພັນສິນຄ້າຫຸ້ມຫໍ່ເພື່ອໃຫ້ສອດຄ່ອງຕາມລະບຽບການຂອງມາດຕະຖານແຫ່ງຊາດ, ພາກພື້ນ ແລະ ສາກົນ

0
346

ໃນລະຫວ່າງວັນທີ 02-04/11/2022 ສູນວັດແທກ, ກົມມາດຕະຖານ ແລະ ວັດແທກ, ກະຊວງອຸດສາຫະກຳ ແລະ ການຄ້າ ໄດ້ຮ່ວມກັບພະແນກແຂວງ ລົງເຄື່ອນໄຫວກວດສອບ ປະລິມານສຸດທິ ແລະ ສະຫຼາກ ຂອງຜະລິດຕະພັນສິນຄ້າຫຸ້ມຫໍ່ເພື່ອໃຫ້ສອດຄ່ອງຕາມລະບຽບການຂອງມາດຕະຖານແຫ່ງຊາດ, ພາກພື້ນ ແລະ ສາກົນ, ດັ່ງມີລາຍຊື່ລຸ່ມນີ້:

ຜະລິດຕະພັນແປ້ງມັນຕົ້ນຂອງ ບໍລິສັດ ລາວທີທີແອວພັດທະນາກະສິກຳ ແລະ ອຸດສາຫະກຳ ຈຳກັດ ຕັ້ງຢູ່ທີ່ ບ້ານ ໂນນສົມບູນ, ເມືອງບໍລິຄັນ ແຂວງບໍລິຄຳໄຊ.
ຜະລິດຕະພັນເຂົ້ານາລາວ IDP ຂອງບໍລິສັດ ອິນດູຈີນຮ່ວມມືພັດທະນາລາວຈຳກັດຜູ້ດຽວ ຕັ້ງຢູ່ທີ່ບ້ານ ນາສອບ, ເມືອງ ໄຊບູລີ, ແຂວງສະຫວັນນະເຂດ.
ວິສາຫະກິດສ່ວນບຸກຄົນເພັດອຸໄທເກັບຊື້ ແລະ ຈຳໜ່າຍເຂົ້າກິນ (ເຂົ້າກາຍອດອ້ອຍ) ຕັ້ງຢູ່ທີ່ບ້ານ ຫຼັກເມືອງ,​ ເມືອງ ສອງຄອນ, ແຂວງສະຫວັນນະເຂດ.
ໂຮງສີເຂົ້າສາຍບົວສ່ວນບຸກຄົນ (ເຂົ້າກາສາຍບົວ) ຕັ້ງຢູ່ທີ່ບ້ານ ໜອງຫ້າງ, ເມືອງທ່າແຂກ, ແຂວງຄຳມ່ວນ.

ຂໍຂອບໃຈບັນດາຜູ້ປະກອບການທີ່ເຫັນໄດ້ຄວາມສຳຄັນຂອງວຽກງານການຂື້ນທະບຽນ, ກວດສອບ ແລະ ຢັ້ງ ຢືນຄວາມຖືກຕ້ອງຂອງຜະລິດຕະພັນສິນຄ້າຫຸ້ມຫໍ່ຂອງຜະລິດຕະພັນທີ່ຜະລິດພາຍໃນໃຫ້ສອດຄ່ອງຕາມາດຕະຖານໃນເທື່ອລະກ້າວ

LEAVE A REPLY

Please enter your comment!
Please enter your name here