ກົມມາດຕະຖານ ແລະ ວັດແທກ ກະຊວງອຸດສາຫະກໍາ ແລະ ການຄ້າ ລົງຊຸກຍູ້ ແລະ ສົ່ງເສີມ ແລະ ລົງຕິດຕາມກວດກາຄຸນນະພາບ ຜະລິດຕະພັນ ເພື່ອ ອອກໃບຢັ້ງຢືນຄຸນນະພາບ ແລະ ໃບຢັ້ງຢືນການນໍາໃຊ້ກາໝາຍມາດຕະຖານແຫ່ງຊາດ ຂອງບໍລິສັດສະແກນເນີ ເອເລັກທຣິກອິນເຕີເນຊັນແນວ 2004 ຈໍາກັດ ແລະ ບໍລິສັດ ຄາລະວາດຣາກອນ ຈໍາກັດ ໃນວັນທີ 6-8 ທັນວາ 2022 ທີ່ແຂວງບໍລິຄໍາໄຊ

0
287

ກົມມາດຕະຖານ ແລະ ວັດແທກ ກະຊວງອຸດສາຫະກໍາ ແລະ ການຄ້າ ລົງຊຸກຍູ້ ແລະ ສົ່ງເສີມ ແລະ ລົງຕິດຕາມກວດກາຄຸນນະພາບ ຜະລິດຕະພັນ ເພື່ອ ອອກໃບຢັ້ງຢືນຄຸນນະພາບ ແລະ ໃບຢັ້ງຢືນການນໍາໃຊ້ກາໝາຍມາດຕະຖານແຫ່ງຊາດ ຂອງບໍລິສັດສະແກນເນີ ເອເລັກທຣິກອິນເຕີເນຊັນແນວ 2004 ຈໍາກັດ ແລະ ບໍລິສັດ ຄາລະວາດຣາກອນ ຈໍາກັດ ໃນວັນທີ 6-8 ທັນວາ2022 ທີ່ແຂວງບໍລິຄໍາໄຊ , ຊຶ່ງນໍາໂດຍ ທ່ານ ວຽງທອງ ວົງທະວິໄລ ຫົວໜ້າກົມມາດຕະຖານ ແລະ ວັດແທກ.

      ຈຸດປະສົງ ໃນການການລົງມາເຮັດວຽກຮ່ວມກັບບໍລິສັດໃນຄັ້ງນີ້ ຕາມການສະເໜີຂອງບໍລິສັດ, ເພື່ອຈັດຕັ້ງປະຕິບັດຕາມຂັ້ນຕອນ ໃນການຂໍຕໍ່ໃບຢັ້ງຢືນຄຸນນະພາບ ແລະ ການຂໍອະນຸຍາດນໍາໃຊ້ກາໝາຍມາດຕະຖານແຫ່ງຊາດລາວ (ມລ) ການຜະລິດສິນຄ້າ, ໃຫ້ຖືກຕ້ອງ ແລະ ຊັດເຈນ, ເພື່ອເກັບກໍາສະພາບການ ແລະ ຊຸກຍູ້, ປັບປຸງຄຸນນະພາບຜະລິດຕະພັນໝໍ້ຫຸ່ງເຂົ້າ ແລະເຄື່ອງປັ່ນໝາກໄມ້ ຂອງບໍລິສັດສະແກນເນີ ເອເລັກທຣິກອິນເຕີເນຊັນແນວ 2004 ຈໍາກັດ ທີ່ ເມືອງຄໍາເກີດ ແຂວບໍລິຄໍາໄຊ ແລະຜະລິດຕະພັນ ແປ້ງມັນຕົ້ນ ຂອງ ບໍລິສັດ ຄາລະວາດຣາກອນ ຈໍາກັດ ທີ່ເມືອງ ວຽງທອງ ແຂວບໍລິຄໍາໄຊ ເພື່ອຍົກສູງໃຫ້ສິນຄ້າທີ່ຜະລິດ, ສົ່ງອອກ ແລະ ຈໍາໜ່າຍຢູ່ໃນ ສປປລາວ ເປັນສິນຄ້າທີໄດ້ມາດຕະຖານ ຮັບປະກັນດ້ານຄຸນນະພາບ ກ້າວໄປທຽບເທົ່າລະດັບສາກົນ ໃຫ້ເປັນທີ່ຍອມຮັບທົ່ວສັງຄົມ.

ໃນການເຮັດວຽກຕົວຈິງເບື້ອງຕົ້ນທາງຄະນະກຳມະການກໍ່ໄດ້ກວດກາທາງດ້ານເອກະສານທີ່ກ່ຽວຂ້ອງ ພ້ອມທັງປະເມີນຕາມແບບຟອມ ແລະ ໄດ້ລົງຕິດຕາມກວດກາເບີ່ງຂະບວນການຜະລິດຕົວຈີງທຸກຂັ້ນຕອນ ຫຼັ້ງຈາກນັ້ນ ກໍ່ໄດ້ທຳການສຸ່ມເກັບເອົາຕົວຢ່າງແຕ່ລະປະເພດມາກວດສອບຢູ່ຫ້ອງທົດລອງເພື່ອປະເມີນຜົນດ້ານຄຸນນະພາບໂດຍທຽບໃສ່ກັບມາດຕະຖານແຫ່ງຊາດ, ເພື່ອເປັນບ່ອນອິງໃສ່ການຄົ້ນຄວ້າ ແລະ ພິຈາລະນາໃນການຕໍ່ໃບຢັ້ງຢືນຄຸນນະພາບ ແລະ ໃບອະນຸຍາດນໍາໃຊ້ກາໝາຍມາດຕະຖານແຫ່ງຊາດໃຫ້ແກ່ບໍລິສັດດັ່ງກ່າວ.

LEAVE A REPLY

Please enter your comment!
Please enter your name here