ກົມມາດຕະຖານ ແລະ ວັດແທກ, ກະຊວງອຸດສາຫະກຳ ແລະ ການຄ້າ ມອບໃບອະນຸຍາດດຳເນີນການຕິດຕັ້ງ ປັບແກ້ ສ້ອມແປງລິບ ໃບທຳອິດ

0
414

ໃນຕອນບ່າຍຂອງວັນທີ 05/12/2022, ທ່ານ ວຽງທອງ ວົງທະວິໄລ ຫົວໜ້າກົມມາດຕະຖານ ແລະ ວັດແທກ, ກະຊວງອຸດສາຫະກຳ ແລະ ການຄ້າ, ມອບໃບອະນຸຍາດດຳເນີນການຕິດຕັ້ງ ປັບແກ້ ສ້ອມແປງລິບ (ລະດັບB) ໃບທຳອິດ ໃຫ້ແກ່ ບໍລິສັດ ເບັນຊິ ມິແຄນນິໂຄ ເອັນຈີເນຍລິງ ຈຳກັດ, ຮັບໂດຍ ທ່ານ ນາງ ຈ່າງ ຫົງເຊຍ ຜູ້ຈັດການບໍລິສັດດັ່ງກ່າວ.

ເພື່ອຄຸ້ມຄອງວຽກງານການຕິດຕັ້ງ ປັບແກ້ ສ້ອມແປງລິບ ແລະ ຕິດຕາມຮັບຜິດຊອບຄວາມປອດໄພຂອງບໍລິສັດຕິດຕັ້ງ ປັບແກ້ສ້ອມແປງ, ໃນມໍ່ໆມານີ້ ກົມມາດຕະຖານ ແລະ ວັດແທກ, ກະຊວງອຸດສາຫະກຳ ແລະ ການຄ້າ ໂດຍອີງຕາມຂໍ້ຕົກລົງວ່າດ້ວຍການຄຸ້ມຄອງຄຸນນະພາບ ແລະ ຄວາມປອດໄພອຸປະກອນພິເສດ ແລະ ຄຸນນະສົມບັດໃນການຕິດຕັ້ງ ປັບແກ້ ສ້ອມແປງ ປະເພດກົນຈັກໄຟຟ້າ, ໄດ້ລົງຕິດຕາມປະເມີນຜົນຄຸນວຸດທິຄວາມສາມາດຂອງບໍລິສັດ ເບັນຊິ ມິແຄນນິໂຄ ເອັນຈີເນຍລິງ ຈຳກັດ, ຜ່ານການກວດກາເຫັນໄດ້ວ່າບໍລິສັດມີຄວາມສາມາດພຽງພໍໃນການດຳເນີນກິດຈະການດັ່ງກ່າວ ແລະ ໄດ້ຮັບໃບອະນຸຍາດດຳເນີນການຕິດຕັ້ງ ປັບແກ້ ສ້ອມແປງລິບ (ລະດັບB) ເປັນໃບທຳອິດ.

ອີງຕາມການແນະນຳຂອງຫ້ອງກວດສອບ ແລະ ຢັ້ງຢືນມາດຕະຖານອຸປະກອນພິເສດ, ກົມມາດຕະຖານ ແລະ ວັດແທກ, ກະຊວງອຸດສາຫະກຳ ແລະ ການຄ້າ, ວິສາຫະກິດທີ່ຈະສະເໜີຂໍໃບອະນຸຍາດດໍາເນີນການຕິດຕັ້ງ ປັບແກ້ ສ້ອມແປງລິບຕ້ອງປະກອບມີເອກະສານທີ່ກ່ຽວຂ້ອງເຊັ່ນ: ໃບທະບຽນວິສາຫະກິດ, ໃບທະບຽນມອບພັນທະອາກອນ, ບັດປະຈຳຕົວ ຫຼື ໜັງສືຜ່ານແດນນິຕິບຸກຄົນ, ໃບຢັ້ງຢືນທີ່ຕັ້ງບໍລິສັດ, ໃບແຕ່ງຕັ້ງພະນັກງານຄຸ້ມຄອງຄວາມປອດໄພ ແລະ ພະນັກງານກວດສອບ, ເອກະສານລະບົບຄຸນນະພາບຂອງຜູ້ຂໍອະນຸຍາດດຳເນີນການຕິດຕັ້ງ ປັບແກ້ ສ້ອມແປງ, ໃບຢັ້ງຢືນຜູ້ປະຕິບັດງານ, ໃບຢັ້ງຢືນຜູ້ຮັບຜິດຊອບຄຸ້ມຄອງຄວາມປອດໄພອຸປະກອນພິເສດ ແລະ ເອກະສານອື່ນໆ.

LEAVE A REPLY

Please enter your comment!
Please enter your name here