ກົມມາດຕະຖານ ແລະ ວັດແທກ ກະຊວງອຸດສາຫະກໍາ ແລະ ການຄ້າ ລົງຊຸກຍູ້ ແລະ ສົ່ງເສີມ ແລະ ລົງຕິດຕາມກວດກາຄຸນນະພາບ ຜະລິດຕະພັນ ໃນການນໍາໃຊ້ກາໝາຍມາດຕະຖານແຫ່ງຊາດ ຂອງບໍລິສັດ ບໍລິສັດ ຊີມັງລາວສະຫວັນນະເຂດ ຈຳກັດ

0
383

ກົມມາດຕະຖານ ແລະ ວັດແທກ ກະຊວງອຸດສາຫະກໍາ ແລະ ການຄ້າ ລົງຊຸກຍູ້ ແລະ ສົ່ງເສີມ ແລະ ລົງຕິດຕາມກວດກາຄຸນນະພາບ ຜະລິດຕະພັນ ໃນການນໍາໃຊ້ກາໝາຍມາດຕະຖານແຫ່ງຊາດ ຂອງບໍລິສັດ ບໍລິສັດ ຊີມັງລາວສະຫວັນນະເຂດ ຈຳກັດ, ໃນວັນທີ 28 ເມສາ 2023 ທີ່ບ້ານ ສະພັງແກ້ວ,  ເມືອງ ອາດສະພັງທອງ, ແຂວງສະຫວັນນະເຂດ, ຊຶ່ງນໍາໂດຍ ທ່ານ ວຽງທອງ ວົງທະວິໄລ, ຫົວໜ້າກົມມາດຕະຖານ ແລະ ວັດແທກ.

ຈຸດປະສົງ ໃນການການລົງມາເຮັດວຽກຮ່ວມກັບບໍລິສັດໃນຄັ້ງນີ້ ຕາມການສະເໜີຂອງບໍລິສັດ, ເພື່ອຈັດຕັ້ງປະຕິບັດຕາມຂັ້ນຕອນ ໃນການນໍາໃຊ້ກາໝາຍມາດຕະຖານແຫ່ງຊາດລາວ (ມລ) ການຜະລິດສິນຄ້າ, ໃຫ້ຖືກຕ້ອງ ແລະ ຊັດເຈນ, ເພື່ອເກັບກໍາສະພາບການ ແລະ ຊຸກຍູ້, ປັບປຸງຄຸນນະພາບ ຂອງຜະລິດຕະພັນຊີມັງ ທີ່ແຂວງ ສະຫວັນນະເຂດ ເພື່ອຍົກສູງໃຫ້ສິນຄ້າທີ່ຜະລິດ, ສົ່ງອອກ ແລະ ຈໍາ  ໜ່າຍຢູ່ໃນ ສປປລາວ ເປັນສິນຄ້າທີໄດ້ມາດຕະຖານ ຮັບປະກັນດ້ານຄຸນນະພາບ ກ້າວໄປທຽບເທົ່າລະດັບສາກົນ ໃຫ້ເປັນທີ່ຍອມຮັບທົ່ວສັງຄົມ.

ໃນການເຮັດວຽກຕົວຈິງເບື້ອງຕົ້ນທາງຄະນະກຳມະການກໍ່ໄດ້ກວດກາທາງດ້ານເອກະສານທີ່ກ່ຽວຂ້ອງ ພ້ອມທັງປະເມີນຕາມແບບຟອມ ແລະ ໄດ້ລົງຕິດຕາມກວດກາເບີ່ງຂະບວນການຜະລິດຕົວຈີງທຸກຂັ້ນຕອນ ຫຼັ້ງຈາກນັ້ນ ກໍ່ໄດ້ທຳການສຸ່ມເກັບເອົາຕົວຢ່າງແຕ່ລະປະເພດມາກວດສອບຢູ່ຫ້ອງທົດລອງເພື່ອປະເມີນຜົນດ້ານຄຸນນະພາບໂດຍທຽບໃສ່ກັບມາດຕະຖານແຫ່ງຊາດ, ເພື່ອເປັນບ່ອນອິງໃສ່ການຄົ້ນຄວ້າ ໃນການນໍາໃຊ້ກາໝາຍມາດຕະຖານແຫ່ງຊາດ ໃຫ້ແກ່ບໍລິສັດດັ່ງກ່າວ.

 

LEAVE A REPLY

Please enter your comment!
Please enter your name here