ກົມມາດຕະຖານ ແລະ ວັດແທກ ຈັດກອງປະຊຸມ ຜ່ານ (ຮ່າງ) ຂໍ້ຕົກລົງ ວ່າດ້ວຍ ການຄຸ້ມຄອງ ຖັງບໍລິມາດບັນຈຸບໍລິມາດນໍ້າມັນເຊື້ອໄຟໃນສາງ ແລະ ປໍ້າຢູ່ ສປປລາວ

0
76

ໃນຕອນເຊົ້າຂອງ ວັນທີ 18 ພຶດສະພາ 2023, ກົມມາດຕະຖານ ແລະ ວັດແທກ  ໄດ້ຈັດກອງປະຊຸມຜ່ານ (ຮ່າງ) ຂໍ້ຕົກລົງວ່າດ້ວຍ ການຄຸ້ມຄອງ ຖັງບໍລິມາດບັນຈຸບໍລິມາດນໍ້າມັນເຊື້ອໄຟໃນສາງ ແລະ ປໍ້າຢູ່ ສປປ ລາວ, ໂດຍ ການເປັນ ປະທານຂອງ ທ່ານ ພວງມາລາ ຈູມພະຈັນ ຮອງຫົວໜ້າ ກົມມາດຕະຖານ ແລະ ວັດແທກ, ມີຫົວໜ້າພະ ແນກ, ຫົວໜ້າສູນ, ຮອງຫົວໜ້າພະແນກ, ຮອງຫົວໜ້າສູນ, ກົມຂົນສົ່ງກະຊວງໂຍທາທິການ ແລະ ຂົນສົ່ງ, ກົມນຳເຂົ້າ ແລະ ສົ່ງອອກ, ກົມການຄ້າພາຍໃນ, ຫ້ອງການ, ສະຖາບັນ ປິ່ນອອ້ມ ຢູ່ພາຍໃນກະຊວງມີ ລັດວິສະຫະກິດ ນໍ້າມັນເຊື້ອ ໄຟລາວ, ບັນດາພະແນກ, ສູນ ທີ່ກ່ຽວຂ້ອງ ພ້ອມ ດ້ວຍວິຊາການ ແຕ່ລະພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ ຈໍານວນ 35 ທ່ານ ຢູ່ທີ່ຫ້ອງປະຊຸມຊັ້ນ 1 ຂອງ ກະຊວງ ອຸດສາຫະກໍາ ແລະ ການຄ້າ.

ກອງປະຊຸມຈະໄດ້ພ້ອມກັນປຶກສາຫາລື ແລະ ຄົ້ນຄ້ວາປະກອບຄໍາເຫັນໃສ່ (ຮ່າງ)ຂໍ້ຕົກລົງວ່າດ້ວຍ ການຄຸ້ມ ຄອງ ຖັງບໍລິມາດບັນຈຸບໍລິມາດນໍ້າມັນເຊື້ອໄຟໃນສາງ ແລະ ປໍ້າຢູ່ ສປປລາວ, ໄດ້ມີການແລກປ່ຽນປະກອບ ຄໍາຄິດເຫັນ ຕ່າງໆ, ຈຸດປະສົງ ເພື່ອເຮັດໃຫ້ເນື້ອໃນຂອງຮ່າງຂໍ້ຕົກລົງດັ່ງກ່າວ ມີເນື້ອໃນຄົບຖ້ວນ, ສົມບູນ ແລະ ສາມາດນໍາໄປຈັດ ຕັ້ງປະຕິບັດໃຫ້ເກີດດອກອອກຜົນ ຢ່າງມີປະສິດທິພາບຮັບປະກັບຄວາມຖືກຕ້ອງ ແລະ ຊັດເຈນ ໃຫ້ແທດເໝາະ ແລະ ສອດຄ່ອງກັບ ສະພາບການຈັດຕັ້ງປະຕິບັດຕົວຈິງ ມີຄວາມໂປ່ງໃສ ແລະ ສາມາດກວດ ສອບປະລິມານນໍ້າມັນຢູ່ໃນສາງ ແລະ ປໍ້າ ຕົວຈິງໄດ້, ເຮັດໃຫ້ວຽກງານດັ່ງກ່າວຖືກຕ້ອງ ຕາມຫຼັກການ, ສອດຄ່ອງກັບ ກົດໝາຍ ແລະ ລະບຽບການ ສະພາບຕົວຈິງ ແນໃສ່ປົກປ້ອງສິດຜົນປະໂຫຍດຂອງ ຜູ້ດໍາເນີນທຸລະກິດ ແລະ ເປັນການ ປົກປ້ອງຜູ້ຊົມໃຊ້ , ແນໃສ່ຮັບ ປະກັນສິດ ຜົນປະໂຫຍດຂອງສັງຄົມ, ກອງປະຊຸມໄດ້ດໍາເນີນເປັນເວລາເຄິ່ງວັນ.

LEAVE A REPLY

Please enter your comment!
Please enter your name here