ພິທີມອບໃບຍັ້ງຢືນຄຸນນະພາບເຄື່ອງເອັກສະເລທາງການແພດ ໃຫ້ໂຮງໝໍຫຼັກໄຊ, ຫ້ອງກວດພະຍາດຄົບວົງຈອນວຽງຈັນ ແລະ ຄລີນິກ B-care

0
313

ວັນທີ 16 ມີຖຸນາ 2023 ຢູ່ທີ່ຫ້ອງປະຊຸມ ກົມມາດຕະຖານ ແລະ ວັດແທກ, ສູນກວດສອບຄຸນນະພາບແບບໍ່ທຳລາຍໄດ້ຈັດພິທີມອບໃບຍັ້ງຢືນຄຸນນະພາບເຄື່ອງເອັກສະເລທາງການແພດ ໃຫ້ໂຮງໝໍຫຼັກໄຊ, ຫ້ອງກວດພະຍາດຄົບວົງຈອນວຽງຈັນ ແລະ ຄລີນິກ B-care  ເຊີ່ງໃຫ້ກຽດມອບໂດຍ ທ່ານ ພວງມາລາ ຈູມພະຈັນ ຄະນະກົມ ແລະ ຮັບໂດຍຕາງໜ້າຈາກ 3 ໂຮງພາກສ່ວນຂ້າງເທີງ ພ້ອມທັງພະນັກງານສູນກວດສອບຄຸນນະພາບແບບບໍ່ທໍາລາຍເຂົ້າຮ່ວມ. ວຽກງານກວດສອບຄຸນນະພາບເຄື່ອງເອັກສະເລທາງການແພດ ແມ່ນເພື່ອເຮັດໃຫ້ມີຄວາມຖືກຕ້ອງ, ຊັດເຈນ, ມີຄຸນນະພາບຕາມມາດຕະຖານກໍານົດ ແລະ ຄວາມປອດໄພດ້ານລັງສີຕໍ່ພະນັກງານທີນໍາໃຊ້ເຄື່ອງເອັກສະເລ ແລະ ບັນດາຄົນເຈັບທີມາໃຊ້ບໍລິການ ພ້ອມທັງເປັນການຊຸກຍູ້ສົ່ງເສີມໃຫ້ພາກສວນໂຮງໝໍ ແລະ ຄຣີກ ຕ່າງໆ ໃຫ້ບໍລິການເຄື່ອງເອັກສະເລ ທີມີຄຸນນະພາບ ໄດ້ມາດຕະຖານ, ມີຄວາມປອດໄຟຕໍ່ຜູ້ຊົມໃຊ້ ແລະ ສິ່ງແວດລ້ອມ ພ້ອມນັ້ນຍັງເປັນການສ້າງຄວາມເຊື່ອໝັ້ນ ແລະ ຄວາມໄວ້ວາງໃຈຂອງຄົນເຈັບທີມາໃຊ້ບໍລິການ.

LEAVE A REPLY

Please enter your comment!
Please enter your name here