ພິທີຖະແຫຼງຂ່າວເນື່ອງໃນໂອກາດສະເຫຼີມສະຫຼອງວັນຮັບຮອງສາກົນ 9 ມິຖຸນາ 2023 ຄົບຮອບ 16 ປີ.

0
454

ໃນຕອນເຊົ້້າຂອງວັນທີ 09 ມິຖຸນາ 2023 ທີ່ກະຊວງອຸດສາຫະກຳ ແລະ ການຄ້າ, ກົມມາດຕະຖານ ແລະ ວັດແທກ, ກະຊວງອຸດສາຫະກຳ ແລະ ການຄ້າ ໄດ້ຈັດພິທີຖະແຫຼງຂ່າວສະເຫຼີມສະຫຼອງວັນຮັບຮອງສາກົນ 09 ມິຖຸນາ 2023 ຄົບຮອບ 16ປີ. ໂດຍໃຫ້ກຽດເປັນປະທານ ແລະ ຖະແຫຼງຂ່າວໂດຍທ່ານນາງ ຈັນສຸກ ແສງພະຈັນ ຮອງເລຂາຄະນະພັກ, ລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ ພ້ອມດ້ວຍບັນດາຫ້ອງການ, ກົມ, ສະຖາບັນພາຍໃນກະຊວງ.

ໃນວັນທີ່ 09 ມິຖຸນາ ຂອງທຸກໆປີ ໄດ້ກຳນົດເປັນວັນຮັບຮອງສາກົນ ໂດຍລິເລີ່ມຈາກການຕົກລົງເຫັນດີ ຂອງອົງການຮັບຮອງຫ້ອງທົດລອງສາກົນ (ILAC) ຮ່ວມກັບ ຄະນະກຳມະທິການການຮັບຮອງສາກົນ (IAF) ນັບຕັ້ງແຕ່ປີ 2007 ເປັນຕົ້ນມາ, ເຊິ່ງ ສປປ ລາວ ຂອງພວກເຮົາກໍ່ໄດ້ເລີ່ມມີການເຄື່ອນໄຫວວຽກງານການຮັບຮອງນັບຕັ້ງແຕ່ປີ 2017 ແລະ ໃນປີນີ້ໄດ້ມີການສະເຫຼີມສະຫຼອງວັນຮັບຮອງສາກົນຄົບຮອບ 16 ປີ ພາຍໃຕ້ຄຳຂວັນ ທີ່ວ່າ: “ການຮັບຮອງແມ່ນການສົ່ງເສີມເສດຖະກິດການຄ້າໂລກ” (Accreditation: Supporting The Future of Global trade), ເຊິ່ງມີຈຸດປະສົງສະແດງໃຫ້ເຫັນເຖິງການພັດທະນາພື້ນຖານໂຄງລ່າງດ້ານຄຸນນະພາບແຫ່ງຊາດ ແລະ ສາກົນ ໂດຍການປັບຕົວໃຫ້ເຂົ້າກັບຄວາມກ້າວໜ້າທັນສະໄໝຂອງເຕັກໂນໂລຊີ, ການປ່ຽນແປງພຶດຕິກຳຂອງຜູ້ບໍລິໂພກ-ອຸປະໂພກ, ການປ່ຽນແປງສະພາບແວດລ້ອມ ແລະ ການປ່ຽນແປງຮູບແບບການດຳເນີນທຸລະກິດ, ການຮັບຮອງຍັງໄດ້ໃຫ້ການສະໜັບສະໜູນແກ່ອົງການການຄ້າໂລກ ແລະ ອົງກອນທີ່ອອກລະບຽບການຢ່າງຕໍ່ເນື່ອງ. ນອກນີ້ຍັງສະແດງໃຫ້ເຫັນເຖິງຄວາມສຳຄັນຂອງວຽກງານການຮັບຮອງ ແລະ ການປະເມີນຄວາມສອດຄ່ອງ ໃນການເປັນອົງປະກອບໜຶ່ງໃນເປົ້າໝາຍການພັດທະນາແບບຍືນຍົງຂອງອົງການສະຫະປະຊາຊາດ (The Sustainable Development Goals-SDGs) ທີ່ວາງເປົ້າໝາຍໃຫ້ສຳເລັດພາຍໃນປີ 2030 ນີ້ອີກດ້ວຍ.

ຈຸດປະສົງຂອງການສະເຫຼີມສະຫຼອງ ວັນຮັບຮອງສາກົນ ແມ່ນເພື່ອສ້າງຈິດສຳນຶກ ແລະ ຄວາມຮັບຮູ້ ໃຫ້ແກ່ຂະແໜງການຂອງພາກລັດໃນທຸກຂັ້ນ, ຜູ້ປະກອບການ, ນັກລົງທຶນ,​ ນັກທຸລະກິດ, ຜູ້ຜະລິດ, ຜູ້ຈຳໜ່າຍ ແລະ ຜູ້ຊົມໃຊ້ໃນທົ່ວສັງຄົມ ໄດ້ເຂົ້າໃຈຢ່າງເລິກເຊິ່ງກ່ຽວກັບບົດບາດ ແລະ ຄວາມສຳຄັນຂອງວຽກງານການຮັບຮອງ ຕໍ່ການພັດທະນາເສດຖະກິດ-ສັງຄົມໃນລະດັບຊາດ, ພາກພື້ນ ແລະ ສາກົນ. ພ້ອມກັນນັ້ນ ກໍເພື່ອພັດທະນາວຽກງານການຮັບຮອງ ໃຫ້ກາຍເປັນປັດໄຈສຳຄັນໃນການຊຸກຍູ້ສົ່ງເສີມການຄ້າ, ການຜະລິດທີ່ເປັນອຸດສາຫະກຳແບບທັນສະໄໝ ຕາມນະໂຍບາຍການພັດທະນາແບບຍືນຍົງຂອງລັດຖະບານ. ນອກນັ້ນ ການຮັບຮອງລະບົບຄຸ້ມຄອງບໍລິຫານຄຸນນະພາບຂອງການຜະລິດ, ການກວດສອບ, ການຢັ້ງຢືນຄຸນນະພາບຜະລິດຕະພັນ ແລະ ສິນຄ້າ ແລະ ການບໍລິການ ເພື່ອຍົກສູງຄຸນນະພາບຂອງຜະລິດຕະພັນ ແລະ ສິນຄ້າ, ສ້າງຄວາມເຊື່ອໝັ້ນໃຫ້ແກ່ຜູ້ຊົມໃຊ້, ຮັບປະກັນຄວາມຍຸດຕິທຳໃນສັງຄົມ ແລະ ພ້ອມທັງເປັນການປະຕິບັດພັນທະຂອງການເຂົ້າເປັນສະມາຊິກຂອງອົງການການຄ້າໂລກ.

ປັດຈຸບັນນີ້ ວຽກງານຮັບຮອງ ຂອງ ສປປ ລາວ ໄດ້ມີການເຄື່ອນໄຫວຢ່າງຕັ້ງໜ້າພາຍໃຕ້ການມອບໝາຍໜ້າທີ່ ແລະ ຄວາມຮັບຜິດຊອບໃຫ້ແກ່ ກົມມາດຕະຖານ ແລະ ວັດແທກ ທີ່ຂຶ້ນກັບ ກະຊວງອຸດສາຫະກໍາ ແລະ ການຄ້າ. ໃນຊຸມປີຜ່ານມາ ສາມາດຮ່ວມມືປະສານງານກັບອົງການຮັບຮອງສາກົນ ໃນການດຳເນີນການຮັບຮອງລະບົບການຄຸ້ມຄອງບໍລິຫານຫ້ອງທົດລອງພາຍໃຕ້ຂໍ້ກຳນົດຂອງມາດຕະຖານສາກົນ (ISO/IEC 17025) ຢູ່ໃນ ສປປ ລາວ ໄດ້ຈຳນວນ 13 ຫ້ອງທົດລອງ ເປັນຕົ້ນ: ຂົງເຂດຫ້ອງທົດລອງສອບທຽບ ຈຳນວນ 3 ຫ້ອງທົດລອງ, ຂົງເຂດຫ້ອງທົດລອງທົດສອບ-ກວດສອບ ຈຳນວນ 10 ຫ້ອງທົດລອງ, ໂດຍການຮັບຮອງຫ້ອງທົດລອງດັ່ງກ່າວແມ່ນເປັນທີ່ຍອມຮັບ ແລະ ຮັບຮູ້ຈາກອົງການຈັດຕັ້ງສາກົນ, ພ້ອມດຽວກັນນີ້ຍັງໄດ້ມີການຮ່ວມມືກັບບັນດາປະເທດສະມາຊິກອາຊຽນເຊັ່ນ ໄດ້ມີການເຊັນສັນຍາການຮ່ວມມືດ້ານວຽກງານການຮັບຮອງຮ່ວມກັບອົງການຮັບຮອງແຫ່ງ ສສ ຫວຽດນາມ (BOA), ຮ່ວມມືກັບອົງການຈັດຕັ້ງສາກົນອົງການສ້າງຄວາມເຂັ້ມແຂງດ້ານວິຊາການແຫ່ງປະເທດເຢຍລະມັນ (PTB) ເພື່ອສ້າງຄວາມເຂັ້ມແຂງໃຫ້ແກ່ພະນັກງານ, ຫົວໜ້າທີມປະເມີນ ແລະ ຜູ້ກວດປະເມີນທຸກຂັ້ນ. ພ້ອມທັງສ້າງລະບົບການຮັບຮອງໃຫ້ສອດຄ່ອງຕາມການກຳນົດຂອງມາດຕະຖານສາກົນ (ISO/IEC 17011) ແລະ ກະກຽມການເຂົ້າຮ່ວມເປັນພາຄີກັບອົງການຮັບຮອງປະຈຳອາຊີປາຊີຟິກ (APAC) ແລະ ຄະນະກຳມະທິການການຮັບຮອງສາກົນ (IAF).

LEAVE A REPLY

Please enter your comment!
Please enter your name here