ກອງປະຊຸມຝຶກອົບຮົມພາຍໃຕ້ຫົວຂໍ້: ການ ສ້າງຄວາມຮັບຮູ້ ແລະ ເຂົ້າໃຈກ່ຽວກັບມາດຕະຖານສາກົນ ISO/IEC 17025 ແລະ ISO/IEC 17065 ວ່າດ້ວຍລະບົບຫ້ອງທົດລອງ ແລະ ລະບົບການຢັ້ງຢືນຄຸນນະພາບ

0
374

ໃນວັນທີ 2 ພະຈິກ 2023 ກົມມາດຕະຖານ ແລະ ວັດແທກ ໄດ້ຈັດກອງປະຊຸມຝຶກອົບຮົມພາຍໃຕ້ຫົວຂໍ້: ການ ສ້າງຄວາມຮັບຮູ້ແລະ ເຂົ້າໃຈກ່ຽວກັບມາດຕະຖານສາກົນ ISO/IEC 17025 ແລະ ISO/IEC 17065 ວ່າດ້ວຍລະບົບຫ້ອງທົດລອງ ແລະ ລະບົບການຢັ້ງຢືນຄຸນນະພາບ, ໂດຍ ການເປັນປະທານຂອງທ່ານ ປອ ສົມພອນໄຊ ວົງດາລາ ຮອງຫົວໜ້າກົມມາດຕະຖານ ແລະ ວັດແທກ, ມີພະນັກງານພາຍໃນກົມມາດຕະຖານ ແລະວັດແທກ, ກົມສົ່ງເສີມ ແລະ ປະຢັດພະລັງງານ, ສະຖາບັນຄົ້ນຄວ້າພະລັງງານ ແລະ ບໍ່ແຮ່ ກະຊວງພະລັງງານ ແລະ ບໍ່ແຮ່ ເຂົ້າຮ່ວມທັງໝົດ 25 ທ່ານ ຢູ່ທີ່ຫ້ອງປະຊຸມຊັ້ນ 2 ຂອງກົມມາດຕະຖານ ແລະ ວັດແທກ.

ກອງປະຊຸມຝຶກອົບຮົມດັ່ງກ່າວແມ່ນມີຊຽວຊານຈາກ ສ. ເກຼົາຫຼີເປັນຜູ້ຝຶກສອນ ຊຶ່ງມີຫຼາຍຫົວຂໍ້ທີສໍາຄັນທີ່ຈະໄດ້ນຳມາຝຶກອົບຮົມ ແລະ ສ້າງຄວາມເຂົ້າໃຈຢ່າງເລິກເຊິ່ງ ໃຫ້ແກ່ຜູ້ເຂົ້າຮ່ວມ ເພື່ອເປັນແນວທາງໃນການຈັດຕັ້ງປະຕິບັດວຽກງານ ດ້ານວຽກງານມາດຕະຖານ, ຄຸນນະພາບ ກ່ຽວກັບ ລະບົບຫ້ອງທົດລອງ ແລະ ລະບົບການຢັ້ງຢືນຄຸນນະພາບເຊິ່ງກອງປະຊຸມຝຶກອົບຮົມດັ່ງກ່າວແມ່ນ ກົມມາດຕະຖານ ແລະ ວັດແທກ, ກະຊວງອຸດສາຫະກໍາ ແລະ ການຄ້າ ຮ່ວມກັບ ສ. ເກົາຫຼີ.

 ກອງປະຊຸມຝຶກອົບຮົມດັ່ງກ່າວແມ່ນດຳເນີນເປັນເວລາ 2 ມື້ 2-3 ພະຈິກ 2023.

LEAVE A REPLY

Please enter your comment!
Please enter your name here