ກົມມາດຕະຖານແລະວັດແທກຮ່ວມສະເຫຼີມສະຫຼອງວັນຮັບຮອງສາກົນປະຈຳປີ2026 (World Accreditation Day 2026)
ໃນວັນທີ 9 ມິຖຸນາ 2026 ກົມມາດຕະຖານ ແລະ ວັດແທກ, ກະຊວງອຸດສາຫະກຳ ແລະ ການຄ້າ ໄດ້ຮ່ວມສະເຫຼີມສະຫຼອງ ” ວັນຮັບຮອງສາກົນ ປະຈຳປີ 2026 (World Accreditation Day 2026)” ເຊິ່ງເປັນວັນສຳຄັນລະດັບສາກົນ ທີ່ອົງການລະຫວ່າງປະເທດວ່າດ້ວຍການຮັບຮອງລະບົບວຽກງານຫ້ອງທົດລອງ (ILAC) ແລະ ຄະນະກຳມະທິການທີ່ປຶກສາດ້ານການຮັບຮອງສາກົນ (IAF) ກຳນົດຂຶ້ນໃນວັນທີ 9 ມິຖຸນາ ຂອງທຸກໆປີ. ສຳລັບປີນີ້, ວັນຮັບຮອງສາກົນ ໄດ້ຖືກຈັດຂຶ້ນພາຍໃຕ້ຫົວຂໍ້ຫຼັກ: “Innovation, Trust and Sustainability: The Power of Accreditation” (ນະວັດຕະກຳ, ຄວາມເຊື່ອໝັ້ນ ແລະ ຄວາມຍືນຍົງ: ພະລັງແຫ່ງການຮັບຮອງ) ເພື່ອສ່ອງແສງໃຫ້ເຫັນເຖິງບົດບາດອັນຊົງພະລັງຂອງວຽກງານການຮັບຮອງ ແລະ ປະເມີນຄວາມສອດຄ່ອງ (Accreditation) ໃນການເປັນຂົວຕໍ່ທີ່ຊ່ວຍຊຸກຍູ້ນະວັດຕະກຳໃໝ່ໆ, ສ້າງຄວາມເຊື່ອໝັ້ນໃນລະບົບເສດຖະກິດ ແລະ ນຳພາໄປສູ່ການພັດທະນາທີ່ຍືນຍົງ. ໃນປັດຈຸບັນ, ພາກທຸລະກິດລ້ວນແຕ່ປະເຊີນກັບສິ່ງທ້າທາຍໃນການເຂົ້າເຖິງຕະຫຼາດ, […]









