ກົມມາດຕະຖານ ແລະ ວັດແທກ

ລົງເຄື່ອນໄຫວວຽກ

ຂ່າວສານ & ກິດຈະກຳ, ລົງເຄື່ອນໄຫວວຽກ

ກົມມາດຕະຖານ ແລະ ວັດແທກ ຮ່ວມກັບ ພະແນກການຄ້າ ແຂວງ ຄຳມ່ວນ ແລະ ແຂວງສະຫວັນນະເຂດ ໄດ້ລົງກວດຊິງຊັ່ງລົດບັນທຸກຢູ່ບໍລິສັດ ຄຳມ່ວນຊີມັງ, ຫວຽດ-ລາວ (ວີລາໂກ້) ແລະ ໂຮງງານນ້ຳຕານມິດລາວ.

ກົມມາດຕະຖານ ແລະ ວັດແທກ ຮ່ວມກັບ ພະແນກການຄ້າ ແຂວງ ຄຳມ່ວນ ແລະ ແຂວງສະຫວັນນະເຂດ ໄດ້ລົງກວດຊິງຊັ່ງລົດບັນທຸກຢູ່ບໍລິສັດ ຄຳມ່ວນຊີມັງ, ຫວຽດ-ລາວ (ວີລາໂກ້) ແລະ ໂຮງງານນ້ຳຕານມິດລາວ. ໃນລະຫວ່າງວັນທີ 15-23 ກົມມາດຕະຖານ ແລະ ວັດແທກ ຮ່ວມກັບພະແນກການຄ້າ ແຂວງຄຳມ່ວນ ແລະ ແຂວງສະຫວັນນະເຂດ ໄດ້ລົງກວດຊິງຊັ່ງລົດບັນທຸກຢູ່ບໍລິສັດ ຄຳມ່ວນຊີມັງ, ຫວຽດ-ລາວ (ວີລາໂກ້) ແລະ ໂຮງງານ ນ້ຳຕານມິດລາວ ຈຳນວນ 20 ໜ່ວຍ ໃນນັ້ນມີຊິງ 120 ໂຕນ 5 ໜ່ວຍ, 80 ໂຕນ 6 ໜ່ວຍ, 40 ໂຕນ 2 ໜ່ວຍ, 30 ໂຕນ 5 ໜ່ວຍ ແລະ 50 kg 2 […]

ຂ່າວສານ & ກິດຈະກຳ, ລົງເຄື່ອນໄຫວວຽກ

ກົມມາດຕະຖານ ແລະ ວັດແທກ ຮ່ວມກັບ ພະແນກອຸດສາຫະກຳ ແລະ ການຄ້າແຂວງຄຳມ່ວນ ລົງກວດກາບໍລິມາດຫົວຈ່າຍປໍ້ານໍ້າມັນເຊື້ອໄຟ ແລະ ຊີງຊັ່ງ ຕາມທ້ອງຕະຫຼາດພາຍໃນເທດສະບານ ແຂວງຄໍາມ່ວນ. 

ໃນລະຫວ່າງ ວັນທີ 14 – 17 ຕຸລາ 2026 ພະແນກຄຸ້ມຄອງ ແລະ ແກ້ໄຂຄໍາສະເໜີ ວຽກງານມາດຕະຖານ ແລະ ວັດແທກ ໄດ້ຮ່ວມກັບ ພະແນກອຸດສາຫະກຳ ແລະ ການຄ້າ ແຂວງຄໍາມ່ວນ ລົງກວດກາບໍລິມາດຫົວຈ່າຍປໍ້ານໍ້າມັນເຊື້ອໄຟ ແລະ ຊີງຊັ່ງ ຕາມທ້ອງຕະຫຼາດພາຍໃນເທດສະບານ ແຂວງຄໍາມ່ວນ, ໃນນີ້ກວດກາບໍລິມາດຫົວຈ່າຍໄດ້ຈໍານວນ 12 ປໍ້າ ແລະ ກວດກາຊີງຊັ່ງຕະຫຼາດໄດ້ຈໍານວນ 102 ຮ້ານ. ຜ່ານການກວດກາບໍລິມາດຫົວຈ່າຍປໍ້ານໍ້າມັນເຊື້ອໄຟຕົວຈິງ ເຫັນວ່າ: ນໍ້າມັນກາຊວນ ແລະ ນໍ້າມັນແອັດຊັງ ບາງປໍ້າຍັງມີຫົວຈ່າຍຈໍານວນໜຶ່ງແມ່ນບໍ່ນອນຢູ່ໃນເກນມາດຕະຖານທີ່ກໍານົດ ±25, ແຕ່ສະພາບຕູ້ຈ່າຍ ແລະ ກົ່ວໜີບຊິມລ໋ອກ ຢູ່ໃນສະພາບປົກກະຕິ, ເມື່ອມີການໃຊ້ງານເປັນປະຈໍາອາດເຮັດໃຫ້ຫົວຈ່າຍມີການອ່ານຄ່າຫຼຸດລົງ.       ດັ່ງນັ້ນ ທີມກວດກາຈຶ່ງໄດ້ປັບໃຫ້ຢູ່ໃນຄ່າອະນຸຍາດທີ່ກໍານົດ ພ້ອມທັງເຮັດບົດບັນທຶກກ່າວເຕືອນໄວ້, ສໍາຫຼັບຊິງຊັ່ງຕະຫຼາດ ແມ່ນຍຶດໄດ້ຊິງຊັ່ງທີ່ບໍ່ຖືກຕ້ອງຈໍານວນ 13 ໜ່ວຍເພື່ອເອົາມາທໍາລາຍ. ຖ້າຫາກພົບເຫັນຄວາມຜິດປົກກະຕິ ຫຼື ສົງໃສກ່ຽວກັບບໍລິມາດ ຫົວຈ່າຍນໍ້າມັນເຊື່ອໄຟ

ຂ່າວສານ & ກິດຈະກຳ, ລົງເຄື່ອນໄຫວວຽກ

ກົມມາດຕະຖານ ແລະ ວັດແທກ ລົງກວດສອບດ້ານປະລິມານສຸດທິຂອງຜະລິດຕະພັນສິນຄ້າຫຸ້ມຫໍ່ປະເພດກາເຟ ແລະ ຫົວອາຫານສັດ.

ກົມມາດຕະຖານ ແລະ ວັດແທກ ລົງກວດສອບດ້ານປະລິມານສຸດທິຂອງຜະລິດຕະພັນສິນຄ້າຫຸ້ມຫໍ່ປະເພດກາເຟ ແລະ ຫົວອາຫານສັດ. ໃນວັນທີ 13 ຕຸລາ 2026 ສູນວັດແທກແຫ່ງຊາດ ຮ່ວມກັບ ພະແນກຄຸ້ມຄອງ ແລະ ແກ້ໄຂຄຳສະເໜີວຽກງານມາດຕະຖານ ແລະ ວັດແທກ, ກົມມາດຕະຖານ ແລະ ວັດແທກ ໄດ້ດຳເນີນການກວດສອບດ້ານປະລິມານສຸດທິຂອງຜະລິດຕະພັນສິນຄ້າຫຸ້ມຫໍ່ປະເພດກາເຟ ລວມມີ 3 ຂະໜາດຄື 200g, 500g ແລະ 1kg ຈາກ ບໍລິສັດ ກາເຟສີໜຸກ ຈຳກັດ ແລະ ຫົວອາຫານໝູ, ເປັດ, ໄກ່, ນົກກະທາ ຂະໜາດ 30Kg ຈາກບໍລິສັດ ກຣິນຟິດລາວຈຳກັດ.ຜ່ານການກວດສອບເຫັນວ່ານ້ຳຫນັກທີ່ບັນຈຸໃນຖົງກາເຟ ແລະ ເປົາຫົວອາຫານ ເຫັນວ່າຖືກຕ້ອງ ແລະ ຂໍ້ມູນຄົບຖ້ວນຕາມມາດຕະຖານລະບຽບການທີ່ກຳນົດໄວ້.

ຂ່າວສານ & ກິດຈະກຳ, ລົງເຄື່ອນໄຫວວຽກ, ວຽກງານຄຸນນະພາບ

ກົມມາດຕະຖານ ແລະ ວັດແທກ ລົງຊຸກຍູ້ ແລະ ຕິດຕາມກວດກາຄຸນນະພາບຜະລິດຕະພັນ ແລະ ວຽກງານ ກົດລະຫັດສາກົນບາໂຄດ ໃຫ້ແກ່ຜະລິດຕະພັນ ນໍ້າຕານ, ຢາງພາລາ,ນໍ້າດື່ມ ແລະ ນໍ້າສີ ທີ່ແຂວງສະຫວັນນະເຂດ.

ໃນລະຫວ່າງວັນທີ 5-9 ຕຸລາ 2026 ສູນຢັ້ງຢືນມາດຕະຖານ ແລະ ກວດກາຄຸນນະພາບແຫ່ງຊາດ ໄດ້ສົມທົບກັບຄະນະກໍາມະການເຕັກນິກແຫ່ງຊາດ ແລະ ພະແນກອຸດສາຫະກໍາແຂວງ ໄດ້ລົງຊຸກຍູ້ ແລະ ຕິດຕາມກວດກາຄຸນນະພາບຜະລິດຕະພັນ ແລະ ວຽກງານ ກົດລະຫັດສາກົນບາໂຄດ ໃຫ້ແກ່ຜະລິດຕະພັນ ນໍ້າຕານ, ຢາງພາລາ,ນໍ້າດື່ມ ແລະ ນໍ້າສີ ໃຫ້ໄດ້ຮັບການຢັ້ງມາດຕະຖານແຫ່ງຊາດໃຫ້ແກ່ ບໍລິສັດ ນໍ້າຕານອ້ອຍທີທີຊີ ອັດຕະປືຈຳກັດ, ບໍລິສັດ ລົງທຶນ ແລະ ພັດທະນາກະສິກຳພາກໃຕ້ລາວ ຈຳກັດ, ບໍລິສັດ ເບຍສະຫວັນ ຈຳກັດ ແລະ ບໍລິສັດ ເດັນໂຊ ອິນເຕີເນເຊິນແນວ ຈຳກັດ (ເຂດເສດຖະກິດພິເສດແຂວງສະຫວັນນະເຂດ) ທີ່ແຂວງອັດຕະປື ແລະ ສະຫວັນນະເຂດ.

ຂ່າວສານ & ກິດຈະກຳ, ລົງເຄື່ອນໄຫວວຽກ

ພະແນກມາດຕະຖານແຫ່ງຊາດ ລົງຕິດຕາມ ແລະ ເກັບກຳຂໍ້ມູນຢູ່ ໂຮງງານນ້ຳດື່ມໂລມາຄຳ ແລະ ໂຮງງານນ້ຳຕານຊາຍ ທີ່ແຂວງສະຫວັນນະເຂດ

ໃນລະຫວ່າງວັນທີ 17-18 ກັນຍາ 2026 ນໍາທີມໂດຍ ທ່ານ ນາງ ລັດດາວັນ ສີວົງໄຊ ຫົວໜ້າພະແນກມາດຕະຖານແຫ່ງຊາດ, ຫົວໜ້າໜ່ວຍງານຄະນະກຳມະການເຕັກນິກແຫ່ງຊາດ ດ້ານຜະລິດຕະພັນອາຫານ ແລະ ເຄື່ອງດື່ມ ແລະ ພ້ອມດ້ວຍພະນັກງານວິຊາການໄດ້ລົງຕິດຕາມ ແລະ ເກັບກຳຂໍ້ມູນຢູ່ ໂຮງງານນ້ຳດື່ມໂລມາຄຳ ແລະ ໂຮງງານນ້ຳຕານຊາຍ ທີ່ແຂວງສະຫວັນນະເຂດ ​ຈຸດປະສົງຕົ້ນຕໍຄື: ເພື່ອລົງໄປເກັບກຳຂໍ້ມູນ, ສຶກສາຂັ້ນຕອນການຜະລິດ, ການຄວບຄຸມຄຸນນະພາບ ແລະ ເຕັກໂນໂລຊີ ເພື່ອເປັນບ່ອນອີງໃນການດັດແກ້ມາດຕະຖານຜະລິດຕະພັນມາດຕະຖານນ້ຳດື່ມໃນພາຊະນະບັນຈຸປິດ ແລະ ມາດຕະຖານນ້ຳຕານຊາຍ ໃຫ້ສອດຄ່ອງກັບສະພາບຄວາມເປັນຈິງ ແລະ ຮັບປະກັນຄວາມປອດໄພໃຫ້ຜູ້ບໍລິໂພກ. ການປຶກສາຫາລື ແລະ ຊຸກຍູ້: ໄດ້ປຶກສາຫາລື ຂໍຄຳຄິດເຫັນຈາກຜູ້ບໍລິຫານໂຮງງານແລະ ທີມງານເຕັກນິກທັງສອງໂຮງງານ, ພ້ອມທັງຊຸກຍູ້ໃຫ້ໂຮງງານນຳໃຊ້ມາດຕະຖານແຫ່ງຊາດ ເຂົ້າໃນການຜະລິດໃຫ້ຫຼາຍຂຶ້ນ ເພື່ອຍົກລະດັບຄຸນນະພາບຜະລິດຕະພັນແບບຢ່າງຍືນຍົງ.

ຂ່າວສານ & ກິດຈະກຳ, ລົງເຄື່ອນໄຫວວຽກ

ລົງກວດກາ ຄຸນນະພາບ ແລະ ບໍລິມາດ ຫົວຈ່າຍນ້ຳມັນເຊື້ອໄຟ ຕາມປ້ຳຈຳໜ່າຍ ຢູ່ເຂດ ເມືອງປາກງື່ມ, ເມືອງທຸລະຄົມ, ເມືອງບໍລິຄັນ,​ ເມືອງປາກຊັນ, ແລະ ເມືອງປາກກະດິງ

ເພື່ອເປັນການພັນຂະຫຍາຍ ຄຳສັ່ງ ວ່າດ້ວຍການເພີ່ມທະວີແກ້ໄຂບັນຫາຜົນກະທົບ ຈາກລາຄານໍ້າມັນເຊື້ອໄຟ ເລກທີ 40/ນຍ, ລົງວັນທີ 13 ມີນາ 2026. ພ້ອມທັງເປັນການປົກປ້ອງສິດຂອງຜູ້ບໍລິໂພກ ແລະ ຜູ້ດໍາເນີນທຸລະກິດ, ຮັບປະກັນຄວາມຍຸດຕິທຳໃນການໃຫ້ບໍລິການ. ວັນທີ 06 ຫາ 08/ ເມສາ /2026 ກົມມາດຕະຖານ ແລະ ວັດແທກ, ກະຊວງອຸດສາຫະກໍາ ແລະ ການຄ້າ  ໄດ້ລົງກວດກາ ຄຸນນະພາບ ແລະ ບໍລິມາດ ຫົວຈ່າຍນຳ້ມັນເຊື້ອໄຟ ຕາມປຳ້ຈຳໜ່າຍ ໄດ້ທັງໝົດ 20ປ້້ຳ ແລະ 1ສາງ. ຢູ່ເຂດເມືອງ ບໍລິຄັນ ຈຳນວນ 4 ປໍ້າ, ເມືອງ ປາກຊັນ ຈຳນວນ 6 ປໍ້າ,1 ສາງ, ເມືອງ ປາກກະດິງ 8 ປຳ້, ເມືອງປາກງື່ມ 1 ປໍ້າ ແລະ

ຂ່າວສານ & ກິດຈະກຳ, ລົງເຄື່ອນໄຫວວຽກ, ວຽກງານຄຸນນະພາບ

ລົງກວດກາ ຄຸນນະພາບ ແລະ ບໍລິມາດ ຫົວຈ່າຍນ້ຳມັນເຊື້ອໄຟ ຕາມປ້ຳຈຳໜ່າຍ ຢູ່ເຂດ ເມືອງປາກງື່ມ, ນະຄອນຫຼວງວຽງຈັນ ແລະ ເມືອງທ່າພະບາດ, ແຂວງບໍລິຄຳໄຊ

ເພື່ອເປັນການພັນຂະຫຍາຍ ຄຳສັ່ງ ວ່າດ້ວຍການເພີ່ມທະວີແກ້ໄຂບັນຫາຜົນກະທົບ ຈາກລາຄານໍ້າມັນເຊື້ອໄຟ ເລກທີ 40/ນຍ, ລົງວັນທີ 13 ມີນາ 2026. ພ້ອມທັງເປັນການປົກປ້ອງສິດຂອງຜູ້ບໍລິໂພກ ແລະ ຜູ້ດໍາເນີນທຸລະກິດ, ຮັບປະກັນຄວາມຍຸດຕິທຳໃນການໃຫ້ບໍລິການ. ວັນທີ 05/ ເມສາ /2026 ກົມມາດຕະຖານ ແລະ ວັດແທກ, ກະຊວງອຸດສາຫະກຳ ແລະ ການຄ້າ ໄດ້ລົງກວດກາ ຄຸນນະພາບ ແລະ ບໍລິມາດ ຫົວຈ່າຍນຳ້ມັນເຊື້ອໄຟ ຕາມປຳ້ຈຳໜ່າຍ ຢູ່ເຂດ ເມືອງ ປາກງື່ມ, ນະຄອນຫຼວງວຽງຈັນ ຈຳນວນ 2 ປຳ້ ແລະ ເມືອງ ທ່າພະບາດ ຈຳນວນ 6 ປຳ້ ດັ່ງນີ້: ຜ່ານການກວດກາຄຸນນະພາບຕົວຈິງ ເຫັນວ່າ ນໍ້າມັນກະຊວນ ແລະ ແອັດຊັງ ແມ່ນຢູ່ໃນເກນຄ່າມາດຕະຖານແຫ່ງຊາດ ທີ່ກຳນົດໄວ້.           ຜ່ານການກວດກາ ບໍລິມາດ ຫົວຈ່າຍນໍ້າມັນເຊື້ອໄຟຕົວຈິງ

ຂ່າວສານ & ກິດຈະກຳ, ລົງເຄື່ອນໄຫວວຽກ

ກວດສອບ ແລະ ຢັ້ງຢືນ ເຄື່ອງກຳເນີດລັງສີ ໃນພາກພື້ນພາກກາງ-ໃຕ້

ໃນລະຫ່ວາງວັນທີ 9-17 ມີນາ 2026, ສູນກວດສອບຄຸນນະພາບແບບບໍ່ທຳລາຍ, ກົມມາດຕະຖານ ແລະ ວັດແທກ ຮ່ວມກັບ ພະແນກອຸດສາຫະກຳ ແລະ ການຄ້າ ແຂວງໄດ້ດຳເນີນການລົງເຜີຍແຜ່, ເກັບກຳຂໍ້ມູນ ພ້ອມທັງ ກວດສອບ ແລະ ຢັ້ງຢືນ ເຄື່ອງກຳເນີດລັງສີ ທາງດ້ານການແພດ ແລະ ເຄື່ອງກຳເນີດລັງສີວິເຄາະວັດຖຸມີຄ່າ ຢູ່ 4 ແຂວງ ຄື: ແຂວງ ບໍລິຄຳໄຊ, ແຂວງ ຄຳມ່ວນ, ແຂວງ ສະຫວັນນະເຂດ ແລະ ແຂວງ ຈຳປາສັກ ໃນການລົງໃນຄັ້ງນີ້ ໂດຍອິງຕາມ ຂໍ້ລົງວ່າດ້ວຍການຂຶ້ນທະບຽນ, ກວດສອບ ແລະ ຢັ້ງຢືນເຄືອງກຳເນີດລັງສີ ໂດຍສະເພາະ ເຄື່ອງກຳເນີດລັງສີທາງດ້ານການແພດ ແລະ ເຄື່ອງກຳເນີດລັງສີວິເຄາະຄຳ  ເພື່ອໃຫ້ການດຳເນີນການຢ່າງຖືກຕ້ອງ ປອດໄພ ແລະ ໂປ່ງໃສ ພ້ອມທັງ ສອດຄ່ອງກັບລະບຽບການ  ແລະ ມາດຕະຖານກຳນົດ ໃນການລົງຄັ້ງນີ້ໄດ້ເນັ້ນໃສ່ ການປະເມີນສະພາບການນຳໃຊ້ເຄື່ອງມືໃຫ້ມີຄວາມຖືກຕ້ອງຊັດເຈນ,

ຂ່າວສານ & ກິດຈະກຳ, ລົງເຄື່ອນໄຫວວຽກ

​ກອງປະຊຸມ​ຝຶກອົບຮົມວຽກງານມາດຕະຖານ ແລະ ວັດແທກ​ ໃຫ້ແກ່​ພະແນກອຸດສາຫະກຳ ແລະ ການຄ້າ ແຂວງຈຳປາສັກ

ໃນວັນທີ 12-13 ມີນາ 2026,​ ກົມມາດຕະຖານ ແລະ ວັດແທກກະຊວງອຸດສາຫະກຳ ແລະ ການຄ້າ​ ໄດ້ຈັດ​ກອງປະຊຸມ​ຝຶກອົບຮົມວຽກງານມາດຕະຖານ ແລະ ວັດແທກ​ ໃຫ້ແກ່​ພະນັກງານ​ພະແນກອຸດສາຫະກຳ ແລະ ການຄ້າ ແຂວງ, ພະແນກການອ້ອມຂ້າງ ແລະ ຜູ້ປະກອບການທີ່ກ່ຽວຂ້ອງພາຍໃນແຂວງຈຳປາສັກ, ຢູ່ທີ່ຫ້ອງປະຊຸມຂອງ ພະແນກ​ອຸດສາຫະກຳ​ ແລະ​ ການຄ້າ​ແຂວງຈຳປາສັກ ໂດຍການ​ເປັນປະທານ​ຮ່ວມຂອງ ທ່ານ​ ວຽງ​ຄໍາ​ ສິງ​ສອນໄຊ​ ຮອງຫົວໜ້າກົມມາດຕະຖານ ແລະ ວັດແທກ​ ກະຊວງ​ອຸດສາຫະກຳ​ ແລະ​ ການຄ້າ ແລະ ທ່ານ ອະພິວັດ ສົມບູນ​ຂັນ​ ຮອງຫົວໜ້າ​ ພະແນກ​ອຸດສາຫະກຳ​ ແລະ​ ການຄ້າ​ ແຂວງຈຳປາສັກ.       ກອງປະຊຸມໃນຄັ້ງນີ້ ມີວິທະຍາກອນ ຈາກກົມມາດຕະຖານ ແລະ​ ວັດແທກ,​ ພະນັກງານ​ວິຊາການ​ຂະແໜງ​ມາດຕະການ​ ແລະ​ ວັດແທກ​ ພະແນກອຸດສາຫະກຳ ແລະ ການຄ້າ ແຂວງຈຳປາສັກ,

ກິດຈະກຳ, ລົງເຄື່ອນໄຫວວຽກ

ກອງປະຊຸມຄະນະກຳມະການສະພາມາດຕະຖານແຫ່ງຊາດ ຜ່ານຮ່າງ ແລະ ຮັບຮອງມາດຕະຖານແຫ່ງຊາດ ດ້ານຜະລິດຕະພັນວັດສະດຸກໍ່ສ້າງ

ໃນວັນທີ 03-04 ມີນາ 2026 ທີ່ ເມືອງ ວັງວຽງ, ແຂວງ ວຽງຈັນ, ກົມມາດຕະຖານ ແລະ ວັດແທກ, ກະຊວງອຸດສາຫະກຳ ແລະ ການຄ້າ ໄດ້ຈັດກອງປະຊຸມ ຜ່ານຮ່າງ ແລະ ຮັບຮອງ ມາດຕະຖານແຫ່ງຊາດ ດ້ານຜະລິດຕະພັນວັດສະດຸກໍ່ສ້າງ ຈຳນວນ 12 ສະບັບ. ກອງປະຊຸມໄດ້ໄຂຂຶ້ນໂດຍການເປັນປະທານຂອງ ທ່ານ ປອ ມະໂນທອງ ວົງໄຊ ຮອງລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ, ປະທານສະພາມາດຕະຖານແຫ່ງຊາດ ເຊິ່ງມີຄະນະກຳມະການສະພາມາດຕະຖານແຫ່ງຊາດ, ຫົວໜ້າກົມ, ຮອງກົມ, ຫົວໜ້າພະແນກ, ຮອງພະແນກ ແລະ ວິຊາການ ຈາກຂະແໜງການພາກລັດ ແລະ ເອກະຊົນ ທີ່ກ່ຽວຂ້ອງ ລວມທັງໝົດ 40 ທ່ານ ເຂົ້າຮ່ວມ. ກອງປະຊຸມໄດ້ມີການລາຍງານກ່ຽວກັບສະພາບລວມຂອງການຈັດຕັ້ງປະຕິບັດວຽກງານສ້າງມາດຕະຖານ ແລະ ຜ່ານຮ່າງມາດຕະຖານ ທັງໝົດ 12 ສະບັບ ເຊິ່ງປະກອບມີມາດຕະຖານ

Scroll to Top