ກົມມາດຕະຖານ ແລະ ວັດແທກ

ຂ່າວສານ & ກິດຈະກຳ

ຂ່າວສານ & ກິດຈະກຳ

ກອງປະຊຸມ ຄະນະກົມມາດຕະຖານ ແລະ ວັດແທກ ແລະ ບັນດາພະແນກ/ສູນ ຮ່ວມກັບ ພະນັກງານປະຈຳດ່ານ ທົ່ວປະເທດ ເພື່ອປຶກສາຫາລືວຽກກວດສອບຄຸນນະພາບນໍ້າມັນຢູ່ດ່ານ, 29/11/2025

ກອງປະຊຸມ ຄະນະກົມມາດຕະຖານ ແລະ ວັດແທກ ແລະ ບັນດາພະແນກ/ສູນ ຮ່ວມກັບ ພະນັກງານປະຈຳດ່ານ ທົ່ວປະເທດ ເພື່ອປຶກສາຫາລືວຽກກວດສອບຄຸນນະພາບນໍ້າມັນຢູ່ດ່ານ, 29/11/2025

ຂ່າວສານ & ກິດຈະກຳ

ສາມອົງການຈັດຕັ້ງມະຫາຊົນ ກມວ ສ້າງຂະບວນການອອກແຮງງານສາມັກຄີເພື່ອຕ້ອນຮັບກອງປະຊຸມໃຫຍ່ໜ່ວຍພັກຮາກຖານກົມມາດຕະຖານ ແລະ ວັດແທກ

ສາມອົງການຈັດຕັ້ງມະຫາຊົນ ກມວ ສ້າງຂະບວນການອອກແຮງງານສາມັກຄີເພື່ອຕ້ອນຮັບກອງປະຊຸມໃຫຍ່ໜ່ວຍພັກຮາກຖານກົມມາດຕະຖານ ແລະ ວັດແທກ

ຂ່າວສານ & ກິດຈະກຳ

ກອງປະຊຸມຜ່ານຮ່າງ ຂໍ້ຕົກລົງ ວ່າດ້ວຍການກວດສອບ ແລະ ຢັ້ງຢືນຄຸນະພາບຢາງພາລາ ຄັ້ງວັນທີ 07/11/2025 ທີ່ຫ້ອງປະຊຸມຊັ້ນ 3 ກະຊວງ ອຄ

ກອງປະຊຸມຜ່ານຮ່າງ ຂໍ້ຕົກລົງ ວ່າດ້ວຍການກວດສອບ ແລະ ຢັ້ງຢືນຄຸນະພາບຢາວພາລາ ຄັ້ງວັນທີ 07/11/2025 ທີ່ຫ້ອງປະຊຸມຊັ້ນ 3 ກະຊວງ ອຄ

ຂ່າວສານ & ກິດຈະກຳ

ກອງປະຊຸມປະກອບຄໍາເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການວັດແທກ(ສະບັບປັບປຸງ) ຄັ້ງວັນທີ 14-15 ສິງຫາ 2025 ທີ່ ເມືອງແກ້ວອຸດົມ, ແຂວງວຽງຈັນ.

ໃນວັນທີ 14 ສິງຫາ 2025 ກົມມາດຕະຖານ ແລະ ວັດແທກ, ກະຊວງອຸດສາຫະກຳ ແລະ ການຄ້າ ໄດ້ຈັດກອງປະຊຸມປະກອບຄໍາເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການວັດແທກ(ສະບັບປັບປຸງ) ຄັ້ງວັນທີ 14-15 ສິງຫາ 2025 ທີ່ເມືອງແກ້ວອຸດົມ, ແຂວງວຽງຈັນ ໂດຍການເປັນປະທານຂອງ ທ່ານ ສີສັງຄົມ ໂຄດໂຍທາ ຫົວໜ້າກົມມາດຕະຖານ ແລະ ວັດແທກ. ເປົ້າໝາຍອັນສໍາຄັນໃນການຈັດກອງປະຊຸມຄະນະຮັບຜິດຊອບຄົ້ນຄວ້າປັບປຸງກົດໝາຍ ວ່າດ້ວຍການວັດແທກຄັ້ງນີ້ ເພື່ອປະຕິບັດຕາມແຜນການເຄື່ອນໄຫວປັບປຸງກົດໝາຍດັ່ງກ່າວ ໂດຍສະເພາະ ເພື່ອໃຫ້ບັນດາທ່ານຄະນະກໍາມະການ ໄດ້ຜ່ານດ້ານໂຄງປະກອບ, ເນື້ອໃນ ຂອງຮ່າງກົດໝາຍວ່າດ້ວຍການວັດແທກ ໃຫ້ສອດຄ່ອງກັບສະພາບປະຈຸບັນ ແລະ ທັງເປັນການສຶບຕໍ່ກອງປະຊຸມຜ່ານມາ ທີ່ໂຮງແຮມເດີ້ແກຮນລີເວີຊາຍ 2 ທີ່ເມືອງວັງວຽງ, ແຂວງວຽງຈັນ, ຄັ້ງວັນທີ 18-21 ມີນາ 2025 ກ່ຽວກັບ ການຄົ້ນຄວ້າ, ປືກສາຫາລື ແລະ ປະກອບຄຳເຫັນໃສ່ຮ່າງການເຄື່ອນໄຫວຈັດຕັ້ງປະຕິບັດປັບປຸງກົດໝາຍວ່າດ້ວຍການວັດແທກເພື່ອເປັນບ່ອນອີງໃຫ້ແກ່ການຈັດຕັ້ງປະຕີບັດການຄຸ້ມຄອງ ກ່ຽວກັບວຽກງານການວັດແທກໃຫ້ໄດ້ປະສິດທິພາບ ແລະ ຖືກຕ້ອງຕາມ ລະບຽບຫຼັກການທີ່ກໍານົດໄວ້. ສະນັ້ນ, ການຈັດຕັ້ງປະຕິບັດ

ຂ່າວສານ & ກິດຈະກຳ

ກອງປະຊຸມຜ່ານຮ່າງ ຂໍ້ຕົກລົງ ວ່າດ້ວຍການຄຸ້ມອງ, ກວດກາ ແລະ ຢັ້ງຢືນຄຸນນະພາບຂອງຍານພາຫະນະ ຄັ້ງທີ2

ໃນວັນທີ 20 ພຶດສະພາ 2025 ກົມມາດຕະຖານ ແລະ ວັດແທກ, ກະຊວງອຸດສາຫະກຳ ແລະ ການຄ້າ ໄດ້ຈັດກອງປະຊຸມຜ່ານຮ່າງ ຂໍ້ຕົກລົງ ວ່າດ້ວຍການຄຸ້ມອງ, ກວດກາ ແລະ ຢັ້ງຢືນຄຸນນະພາບຂອງຍານພາຫະນະ ຄັ້ງທີ2 ທີ່ຫ້ອງປະຊຸມກະຊວງອຸດສາຫະກຳ ແລະ ການຄ້າ ໂດຍການເປັນປະທານຂອງ ທ່ານ ພວງມາລາ ຈູມພະຈັນ ຮອງຫົວໜ້າກົມມາດຕະຖານ ແລະ ວັດແທກ. ເພື່ອສືບຕໍ່ການສ້າງຂໍ້ຕົກລົງວ່າດ້ວຍການກວດສອບ ແລະ ຢັ້ງຢືນຄຸນນະພາບ ຍານພາຫະນະທາງບົກ ໃຫ້ເປັນໄປຕາມລະບຽບການສ້າງນິຕິກຳຈຶ່ງຂໍສະເໜີຜ່ານໃນກອງປະຊຸມຄັ້ງນີ້ ເພື່ອ ລະດົມຄວາມຄິດ, ປືກສາຫາລື ແລະ ການປະກອບຄຳເຫັນຈາກບັນດາທ່ານຕ່າງໜ້າຫ້ອງການ, ກົມ ແລະ ສະຖາບັນ ພາຍໃນກະຊວງອຸດສະຫະກຳ ແລະ ພາກສ່ວນຜູ້ປະກອບການເພື່ອເຮັດໃຫ້ເນື້ອໃນຂອງຮ່າງຂໍ້ຕົກລົງດັ່ງກ່າວ ມີເນື້ອໃນຄົບຖ້ວນ, ສົມບູນ ແລະ ສາມາດນໍາໄປຈັດຕັ້ງປະຕິບັດໃຫ້ເກີດດອກອອກຜົນຢ່າງມີປະສິດທິພາບ

ຂ່າວສານ & ກິດຈະກຳ

ກອງປະຊຸມປະກອບຄໍາເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການວັດແທກ(ສະບັບປັບປຸງ) ຄັ້ງວັນທີ 19-21 ມີນາ 2025 ທີ່ໂຮງແຮມເດິແກຣນຣີເວີຊາຍ2, ເມືອງວັງວຽງ, ແຂວງວຽງຈັນ

ໃນວັນທີ 19 ມີນາ 2025 ກົມມາດຕະຖານ ແລະ ວັດແທກ, ກະຊວງອຸດສາຫະກຳ ແລະ ການຄ້າ ໄດ້ຈັດກອງປະຊຸມປະກອບຄໍາເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການວັດແທກ(ສະບັບປັບປຸງ) ຄັ້ງວັນທີ 19-21 ມີນາ 2025 ທີ່ໂຮງແຮມເດິແກຣນຣີເວີຊາຍ2, ເມືອງວັງວຽງ, ແຂວງວຽງຈັນ ໂດຍການເປັນປະທານຂອງ ທ່ານ ວຽງທອງ ວົງທະວິໄລ ຫົວໜ້າກົມມາດຕະຖານ ແລະ ວັດແທກ. ເປົ້າໝາຍອັນສໍາຄັນໃນການຈັດກອງປະຊຸມຄະນະຮັບຜິດຊອບຄົ້ນຄວ້າປັບປຸງກົດໝາຍວ່າດ້ວຍການວັດແທກຄັ້ງນີ້ ເພື່ອປະຕິບັດຕາມແຜນການເຄື່ອນໄຫວປັບປຸງກົດໝາຍດັ່ງກ່າວ ໂດຍສະເພາະ ເພື່ອໃຫ້ບັນດາທ່ານຄະນະກໍາມະການໄດ້ຄົ້ນຄວ້າ ແລະ ປະກອບຄໍາເຫັນ ໃສ່ຮ່າງປັບປຸງກົດໝາຍວັດແທກ ໃຫ້ສອດຄ່ອງກັບສະພາບປະຈຸບັນເພື່ອເປັນບ່ອນອີງໃຫ້ແກ່ການຈັດຕັ້ງປະຕີບັດການຄຸ້ມຄອງກ່ຽວກັບວຽກງານການວັດແທກໃຫ້ໄດ້ປະສິດທິພາບ ແລະ ຖືກຕ້ອງຕາມລະບຽບຫຼັກການທີ່ກໍານົດໄວ້ ສະນັ້ນ, ການຈັດຕັ້ງປະຕິບັດ ຂອງຜູ້ປະກອບການທີ່ຜະລິດ, ນໍາເຂົ້າ, ສົ່ງອອກ ແລະ ຈໍາໜ່າຍຜະລິດຕະພັນ ແລະ ສິນຄ້າ, ໂດຍສະເພາະເຄື່ອງມືອຸປະກອນການວັດແທກ ຢູ່ ສປປ ລາວ ໃຫ້ມີປະສິດທິພາບ ແລະ ປະສິດທິຜົນສູງຂື້ນ ທັງຍົກສູງຄວາມຮັບຜິດຊອບຂອງຕົນຕໍ່ກັບສັງຄົມ ແລະ ຜູ້ຊົມໃຊ້

ຂ່າວສານ & ກິດຈະກຳ

ກອງປະຊຸມປຶກສາຫາລື ກ່ຽວກັບ ການຜ່ານຮ່າງຂໍ້ຕົກລົງວ່າດ້ວຍການກວດສອບ ແລະ ຢັ້ງຢືນ ຄຸນລັກສະນະສານລະລາຍປະເພດໄຮໂດຣຄາບ໋ອນ ແລະ ສານເປໂຕຣເຄມີ ຄັ້ງທີ່III

ໃນວັນທີ 14 ມີນາ 2025 ກົມມາດຕະຖານ ແລະ ວັດແທກ, ກະຊວງອຸດສາຫະກຳ ແລະ ການຄ້າ ໄດ້ຈັດກອງປະຊຸມປຶກສາຫາລື ກ່ຽວກັບ ການຜ່ານຮ່າງຂໍ້ຕົກລົງວ່າດ້ວຍການກວດສອບ ແລະ ຢັ້ງຢືນ ຄຸນລັກສະນະສານລະລາຍປະເພດໄຮໂດຣຄາບ໋ອນ ແລະ ສານເປໂຕຣເຄມີ ຄັ້ງທີ່III ຢູ່ທີ່ຫ້ອງປະຊຸມຊັ້ນ3 ຂອງກະຊວງອຸດສາຫະກຳ ແລະ ການຄ້າ ໂດຍການເປັນປະທານຂອງ ທ່ານ ວຽງທອງ ວົງທະວິໄລ ຫົວໜ້າກົມມາດຕະຖານ ແລະ ວັດແທກ. ກອງປະຊຸມຈະໄດ້ພ້ອມກັນປຶກສາຫາລື ແລະ ຄົ້ນຄ້ວາປະກອບຄໍາເຫັນໃສ່ຮ່າງຂໍ້ຕົກລົງວ່າດ້ວຍການກວດສອບ ແລະ ຢັ້ງຢືນ ຄຸນລັກສະນະສານລະລາຍປະເພດໄຮໂດຣຄາບ໋ອນ ແລະ ສານເປໂຕຣເຄມີ ສະບັບນີ້ແມ່ນເພື່ອກໍານົດຫຼັກການ ແລະ ລະບຽບການ ກ່ຽວກັບ ການຄຸ້ມຄອງວຽກງານກວດສອບ ແລະ ຢັ້ງຢືນຄຸນລັກສະນະສານລະລາຍປະເພດໄຮໂດຣຄາບອ໋ນ ແລະ ສານເຄມີປີໂຕຣລຽມ ທີ່ຜະລິດ, ປຸງ ແຕ່ງ, ນຳ ເຂົ້າ , ຈໍາໜ່າຍຢູ່ ສປປ

ຂ່າວສານ & ກິດຈະກຳ

ກົມມາດຕະຖານ ແລະ ວັດແທກ ສຳເລັດການລົງຕິດຕາມສອບທຽບ ຊິງຊັ່ງຂະໜາດ 3.000 ກິໂລກຣາມ ຂອງບໍລິສັດ ລ້ານຊ້າງ ມີເນໂຣນສ໌ ລິມີເຕັດ ທີ່ແຂວງສະຫວັນນາເຂດ

ຕອນເຊົ້າຂອງວັນທີ 16-18 ກໍລະກົດ 2024 ນີ້ກົມມາດຕະຖານ ແລະ ວັດແທກ(ກມວ), ກະຊວງອຸດສາຫະກໍາ ແລະ ການຄ້າ ໄດ້ດຳເນີນການລົງສອບທຽບ  ເຄື່ອງມືວັດແທກ ປະເພດ ຊິງຊັ່ງ  ຕັ້ງຢູ່ພາກສະໜາມຂອງ ບໍລິສັດ ລ້ານຊ້າງ ມີເນໂຣນສ໌ ລິມີເຕັດ ທີ່ແຂວງສະຫວັນນາເຂດ., ເຊີ່ງແມ່ນໜ້າທີ່ຮັບຜິດຊອບຂອງ ສູນວັດແທກ , ກມວ ໂດຍມີວິຊາການສະເພາະ ສອບທຽບ ຊິງຊັ່ງ  ລົງຈັດຕັ້ງປະຕິບັດສອບທຽບ ຕົວຈິງ. ຜ່ານມານີ້ ກ່ຽວກັບວຽກງານການສອບທຽບ ຊິງຊັ່ງ ໂດຍອີງຕາມລະບຽບການສອບທຽບ ຂອງສາກົນ OIML R 76 ໂດຍມີພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມຄື ພະນັກງານວິຊາການຂອງສູນວັດແທກ,ກົມມາດຕະຖານ ແລະ ວັດແທກ ກະຊວງອຸສາຫະກໍາ ແລະ ການຄ້າ, ບໍລິສັດ ລ້ານຊ້າງ ມີເນໂຣນສ໌ ລິມີເຕັດ ທີ່ແຂວງສະຫວັນນາເຂດ., ເຂົ້າຮ່ວມ ເພື່ອ ເຮັດໃຫ້ວຽກງານດັ່ງກ່າວມີຄວາມຖືກຕ້ອງ ຊັດເຈນ ທາງດ້ານນໍ້າໜັກທີ່ກໍານົດໄວ້  ແລະ ອີກຢ່າງໜຶ່ກໍ່ສ້າງຄວາມເຊື່ອໝັ້ນໃຫ້ແກ້ຜູ້

ຂ່າວສານ & ກິດຈະກຳ

ກອງປະຊຸມຝຶກອົບຮົມ ກ່ຽວກັບການກວດສອບຫົວຈ່າຍປໍ້ານໍ້າມັນເຊື້ອໄຟ ໃນລະຫວ່າງວັນທີ 24-25 ມິຖຸນາ 2024 ທີ່ ນະຄອນຫຼວງວຽງຈັນ

ໃນລະຫວ່າງວັນທີ 24-25 ມິຖຸນາ 2024 ທີ່ໂຮງແຮມ ລາວເທວ, ນະຄອນຫຼວງວຽງຈັນ. ກົມມາດຕະຖານ ແລະ ວັດແທກ, ກະຊວງອຸດສາຫະຫະກຳ ແລະ ການຄ້າ ໄດ້ຈັດການຝຶກອົບຮົມກ່ຽວກັບການກວດສອບຫົວຈ່າຍປ້ຳນໍ້າມັນຂື້ນໃນທົ່ວປະເທດ ໂດຍເປັນປະທານ ທ່ານ ພວງມາລາ ຈູມພະຈັນ ຮອງຫົວໜ້າກົມມາດຕະຖານ ແລະ ວັດແທກ ກະຊວງອຸດສາຫະກໍາ ແລະ ການຄ້າ ພ້ອມດ້ວຍພະນັກງານວິຊາການຈາກບັນດາພະແນກອຸດສາຫະກຳ ແລະ ການຄ້າ 8 ແຂວງຄື: ແຂວງວຽງຈັນ, ໄຊສົມບູນ, ບໍລິຄຳໄຊ, ຄຳມ່ວນ, ສະຫວັນນະເຂດ, ຈຳປາສັກ, ສາລະວັນ, ເຊກອງ, ອັດຕະປື ແລະ ນະຄອນຫຼວງ ຊຶ່ງມີເນື້ອໃນ ແລະ ຄໍາເຫັນຕໍ່ການຝຶກອັບຮົມດັ່ງກ່າວດັ່ງນີ້: ການຝຶກອົບຮົມກ່ຽວກັບການກວດສອບຫົວຈ່າຍປໍ້ານໍ້າມັນເຊື້ອໄຟເຊິ່ງມີຄວາມສໍາຄັນ ທີ່ເຮັດໃຫ້ພວກເຮົາຮັບຮູ້ການກວດສອບ ແລະ ການຢັ້ງຢືນກ່ຽວກັບ ວຽກງານການກວດສອບຫົວຈ່າຍປໍ້ານໍ້າມັນເຊື້ອໄຟ ໃຫ້ໄດ້ຕາມຕະຖານ ແລະ ບໍລິມາດທີ່ໄດ້ກໍານົດໄວ້ ຊຶ່ງເປັນສ່ວນໜຶ່ງ ໃນການພັດທະນາແບບຍືນຍົງ ເພື່ອຮັບປະກັນຄວາມຖືກຕ້ອງ, ໃຫ້ຄວາມເປັນທຳໃນການແລກປ່ຽນຊື້-ຂາຍ

ຂ່າວສານ & ກິດຈະກຳ

ກອງປະຊຸມເຜີຍແຜ່ດໍາລັດ ກ່ຽວກັບວຽກງານມາດຕະຖານ ແລວັດແທກ ໃຫ້ແກ່ພະແນກ ອຸດສາຫະກຳ ແລະ ການຄ້າ ແຂວງ ໄຊສົມບູນ

ໃນວັນທີ 28 ພຶດສະພາ 2024 ຢູ່ທີ່ຫ້ອງປະຊຸມຂອງຫ້ອງ ວ່າການ ແຂວງ ໄຊສົມບູນ.      ກົມມາດຕະຖານ ແລະ ວັດແທກ ຮ່ວມກັບພະແນກອຸດສາຫະກໍາ ແລະ ການຄ້າ ແຂວງ ໄຊສົມບູນ ຈັດກອງປະຊຸມເຜີຍແຜ່ດໍາລັດ ກ່ຽວກັບວຽກງານມາດຕະຖານ ແລະ ວັດແທກ ໃຫ້ກຽດ ເປັນຄະນະ ປະທານ  ຂອງທ່ານ ນ. ຈັນສຸກ ແສງພະຈັນ ຮອງລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ ແລະ ທ່ານ ສຸກສະຫວາດ ວົງພູມເຫຼັກ ຄະນະປະຈຳພັກແຂວງ ຮອງເຈົ້າແຂວງ,  ແຂວງ ໄຊສົມບູນ, ມີຫົວໜ້າກົມ, ຫົວໜ້າພະແນກ, ຫົວໜ້າຫ້ອງການ, ພະແນກການອ້ອມຂ້າງ ແລະ ຜູ້ປະກອບການທາງພາກລັດ ແລະ ເອກະຊົນ ພ້ອມດ້ວຍພະນັກງານວິຊາການມີຜູ້ເຂົ້າຮ່ວມທັງໝົດຈໍານວນ 60 ທ່ານ. ຈຸດປະສົງຂອງກອງປະຊຸມເຜີຍແຜ່ດໍາລັດ ກ່ຽວກັບວຽກງານມາດຕະຖານ ແລະ ວັດແທກ

Scroll to Top