ກົມມາດຕະຖານ ແລະ ວັດແທກ

ຂ່າວສານ & ກິດຈະກຳ

ຂ່າວສານ & ກິດຈະກຳ

ກອງປະຊຸມເປີດກວ້າງຜ່ານຮ່າງເນື້ອໃນກົດໝາຍວ່າດ້ວຍການວັດແທກ (ສະບັບປັບປຸງ)

ໃນວັນທີ 21 ມັງກອນ 2026 ທີ່ ສຳນັກງານວ່າການແຂວງຈຳປາສັກ, ເມືອງ ປາກເຊ, ແຂວງຈຳປາສັກ. ກົມມາດຕະຖານ ແລະ ວັດແທກ ໄດ້ຈັດກອງປະຊຸມເປີດກວ້າງຜ່ານຮ່າງເນື້ອໃນກົດໝາຍວ່າດ້ວຍການວັດແທກ ໃຫ້ກຽດເປັນໂດຍປະທານ ໂດຍ ທ່ານ ສີສັງຄົມ ໂຄດໂຍທາ, ຫົວໜ້າກົມມາດຕະຖານ ແລະ ວັດແທກ, ຮອງຫົວຫນ້າຄະນະຮັບຜິດຊອບປັບປຸງກົດຫມາຍວ່າດ້ວຍການວັດແທກ. ພ້ອມດ້ວຍທ່ານຫົວໜ້າພະແນກອຸດສາຫະກຳ ແລະ ການຄ້າ ແຂວງຈຳປາສັກ ແລະ ບັນດາແຂວງພາກໃຕ້, ບັນດາທ່ານ ຕາງຫນ້າກົມ, ສະຖາບັນ, ຫ້ອງການສະພາແຫ່ງຊາດ, ຫ້ອງວ່າການສໍານັກງານນາຍົກ, ກະຊວງຍຸຕິທຳ, ຂະແຫນງການກ່ຽວຂ້ອງ ແລະ ພະນັກງານພາຍໃນກົມເຂົ້າຮ່ວມຢ່າງພ້ອມພຽງ. ຈຸດປະສົງຫຼັກຂອງການປັບປຸງກົດໝາຍວັດແທກ ໃນຄັ້ງນີ້ ມີດັ່ງນີ້: – ປັບປຸງເນື້ອໃນກົດໝາຍໃຫ້ສອດຄ່ອງກັບມາດຕະຖານສາກົນ ໂດຍສະເພາະ ມາດຕະຖານ ISO, IEC ແລະ ຂໍ້ ກຳນົດຂອງອົງການວັດແທກສາກົນ (BIPM, OIML). ນີ້ຈະຊ່ວຍເພີ່ມຄວາມເຊື່ອໝັ້ນໃນການຄ້າ ແລະ ອໍານວຍຄວາມສະດວກໃນການເຂົ້າສູ່ຕະຫຼາດສາກົນ. – […]

ຂ່າວສານ & ກິດຈະກຳ

ກົມມາດຕະຖານ ແລະ ວັດແທກ ເປີດກອງປະຊຸມປຶກສາຫາລື ປັບປຸງກົດໝາຍວ່າດ້ວຍການວັດແທກ ເພື່ອໃຫ້ສອດຄ່ອງກັບສາກົນ

ໃນວັນທີ 19 ທັນວາ 2025 ທີ່ຫ້ອງປະຊຸມສູນກິດຈະກຳຊາວໜຸ່ມຄົບວົງຈອນ ບ້ານ ດົງໝາກຄາຍ, ເມືອງໄຊທານີ ນະຄອນຫຼວງວຽງຈັນ: ກົມມາດຕະຖານ ແລະ ວັດແທກ, ກະຊວງອຸດສາຫະກຳ ແລະ ການຄ້າ ໄດ້ຈັດກອງປະຊຸມປຶກ ສາຫາລືກ່ຽວກັບ ຮ່າງກົດໝາຍວ່າດ້ວຍການວັດແທກ (ສະບັບປັບປຸງ) ໂດຍການເປັນປະທານຂອງ ທ່ານ ສີສັງຄົມ ໂຄດໂຍທາ, ຫົວໜ້າກົມມາດຕະຖານ ແລະ ວັດແທກ. ກອງປະຊຸມຄັ້ງນີ້ມີຜູ້ຕາງໜ້າຈາກພະແນກອຸດສາຫະກຳ ແລະ ການຄ້າ ແຂວງພາກກາງ, ກະຊວງຍຸດຕິທຳ ແລະ ຂະແໜງການທີ່ກ່ຽວຂ້ອງເຂົ້າຮ່ວມ. ເຊີ່ິງກົດໝາຍວ່າດ້ວຍການວັດແທກສະບັບປະຈຸບັນແມ່ນນຳໃຊ້ມາແຕ່ປີ 2013 (ຫຼາຍກວ່າ 11 ປີແລ້ວ). ຍ້ອນການປ່ຽນແປງທາງເສດຖະກິດ, ເຕັກໂນໂລຊີທີ່ທັນສະໄໝ ແລະ ການຂະຫຍາຍຕົວຂອງການຄ້າລະຫວ່າງປະເທດ, ຈຶ່ງຈຳເປັນຕ້ອງມີການປັບປຸງເພື່ອ: • ຮັບປະກັນຄວາມຍຸຕິທຳໃນການຊື້-ຂາຍ ແລະ ການບໍລິການ. • ປົກປ້ອງສິດຜົນປະໂຫຍດຂອງຜູ້ບໍລິໂພກ ແລະ ຜູ້ດຳເນີນທຸລະກິດ. • ຍົກລະດັບວຽກງານວັດແທກໃຫ້ທັນສະໄໝ ແລະ ສອດຄ່ອງກັບມາດຕະຖານສາກົນ.

ຂ່າວສານ & ກິດຈະກຳ

ທ່ານຫົວຫນ້າກົມ, ຮອງກົມ ແລະ ພະແນກມາດຕະຖານ ຮັບຕ້ອນ ທ່ານ ນາງ Siglinde Kaiser, ສ່ຽວຊຽນຈາກ ອົງການມາດຕະຖານປະເທດເຢຍລະມັນ

ທ່ານຫົວຫນ້າກົມ, ຮອງກົມ ແລະ ພະແນກມາດຕະຖານ ຮັບຕ້ອນ ທ່ານ ນາງ Siglinde Kaiser, ສ່ຽວຊຽນຈາກ ອົງການມາດຕະຖານປະເທດເຢຍລະມັນ, ເພື່ອຈັດຝຶກອົບຮົມພາຍໄຕ້ ຫົວຂໍ້ ການຈັດຕັ້ງປະຕິບັດມາດຕະຖານທີ່ດີ ຈຳນວນ 3 ວັນ ທີ່ ຫ້ອງປະຊຸມຊັ້ນ 2 ຂອງ ກົມມາດຕະຖານ ແລະ ວັດແທກ 3-5/12/2025.

ຂ່າວສານ & ກິດຈະກຳ

ກອງປະຊຸມ ຄະນະກົມມາດຕະຖານ ແລະ ວັດແທກ ແລະ ບັນດາພະແນກ/ສູນ ຮ່ວມກັບ ພະນັກງານປະຈຳດ່ານ ທົ່ວປະເທດ ເພື່ອປຶກສາຫາລືວຽກກວດສອບຄຸນນະພາບນໍ້າມັນຢູ່ດ່ານ, 29/11/2025

ກອງປະຊຸມ ຄະນະກົມມາດຕະຖານ ແລະ ວັດແທກ ແລະ ບັນດາພະແນກ/ສູນ ຮ່ວມກັບ ພະນັກງານປະຈຳດ່ານ ທົ່ວປະເທດ ເພື່ອປຶກສາຫາລືວຽກກວດສອບຄຸນນະພາບນໍ້າມັນຢູ່ດ່ານ, 29/11/2025

ຂ່າວສານ & ກິດຈະກຳ

ສາມອົງການຈັດຕັ້ງມະຫາຊົນ ກມວ ສ້າງຂະບວນການອອກແຮງງານສາມັກຄີເພື່ອຕ້ອນຮັບກອງປະຊຸມໃຫຍ່ໜ່ວຍພັກຮາກຖານກົມມາດຕະຖານ ແລະ ວັດແທກ

ສາມອົງການຈັດຕັ້ງມະຫາຊົນ ກມວ ສ້າງຂະບວນການອອກແຮງງານສາມັກຄີເພື່ອຕ້ອນຮັບກອງປະຊຸມໃຫຍ່ໜ່ວຍພັກຮາກຖານກົມມາດຕະຖານ ແລະ ວັດແທກ

ຂ່າວສານ & ກິດຈະກຳ

ກອງປະຊຸມຜ່ານຮ່າງ ຂໍ້ຕົກລົງ ວ່າດ້ວຍການກວດສອບ ແລະ ຢັ້ງຢືນຄຸນະພາບຢາງພາລາ ຄັ້ງວັນທີ 07/11/2025 ທີ່ຫ້ອງປະຊຸມຊັ້ນ 3 ກະຊວງ ອຄ

ກອງປະຊຸມຜ່ານຮ່າງ ຂໍ້ຕົກລົງ ວ່າດ້ວຍການກວດສອບ ແລະ ຢັ້ງຢືນຄຸນະພາບຢາວພາລາ ຄັ້ງວັນທີ 07/11/2025 ທີ່ຫ້ອງປະຊຸມຊັ້ນ 3 ກະຊວງ ອຄ

ຂ່າວສານ & ກິດຈະກຳ

ກອງປະຊຸມປະກອບຄໍາເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການວັດແທກ(ສະບັບປັບປຸງ) ຄັ້ງວັນທີ 14-15 ສິງຫາ 2025 ທີ່ ເມືອງແກ້ວອຸດົມ, ແຂວງວຽງຈັນ.

ໃນວັນທີ 14 ສິງຫາ 2025 ກົມມາດຕະຖານ ແລະ ວັດແທກ, ກະຊວງອຸດສາຫະກຳ ແລະ ການຄ້າ ໄດ້ຈັດກອງປະຊຸມປະກອບຄໍາເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການວັດແທກ(ສະບັບປັບປຸງ) ຄັ້ງວັນທີ 14-15 ສິງຫາ 2025 ທີ່ເມືອງແກ້ວອຸດົມ, ແຂວງວຽງຈັນ ໂດຍການເປັນປະທານຂອງ ທ່ານ ສີສັງຄົມ ໂຄດໂຍທາ ຫົວໜ້າກົມມາດຕະຖານ ແລະ ວັດແທກ. ເປົ້າໝາຍອັນສໍາຄັນໃນການຈັດກອງປະຊຸມຄະນະຮັບຜິດຊອບຄົ້ນຄວ້າປັບປຸງກົດໝາຍ ວ່າດ້ວຍການວັດແທກຄັ້ງນີ້ ເພື່ອປະຕິບັດຕາມແຜນການເຄື່ອນໄຫວປັບປຸງກົດໝາຍດັ່ງກ່າວ ໂດຍສະເພາະ ເພື່ອໃຫ້ບັນດາທ່ານຄະນະກໍາມະການ ໄດ້ຜ່ານດ້ານໂຄງປະກອບ, ເນື້ອໃນ ຂອງຮ່າງກົດໝາຍວ່າດ້ວຍການວັດແທກ ໃຫ້ສອດຄ່ອງກັບສະພາບປະຈຸບັນ ແລະ ທັງເປັນການສຶບຕໍ່ກອງປະຊຸມຜ່ານມາ ທີ່ໂຮງແຮມເດີ້ແກຮນລີເວີຊາຍ 2 ທີ່ເມືອງວັງວຽງ, ແຂວງວຽງຈັນ, ຄັ້ງວັນທີ 18-21 ມີນາ 2025 ກ່ຽວກັບ ການຄົ້ນຄວ້າ, ປືກສາຫາລື ແລະ ປະກອບຄຳເຫັນໃສ່ຮ່າງການເຄື່ອນໄຫວຈັດຕັ້ງປະຕິບັດປັບປຸງກົດໝາຍວ່າດ້ວຍການວັດແທກເພື່ອເປັນບ່ອນອີງໃຫ້ແກ່ການຈັດຕັ້ງປະຕີບັດການຄຸ້ມຄອງ ກ່ຽວກັບວຽກງານການວັດແທກໃຫ້ໄດ້ປະສິດທິພາບ ແລະ ຖືກຕ້ອງຕາມ ລະບຽບຫຼັກການທີ່ກໍານົດໄວ້. ສະນັ້ນ, ການຈັດຕັ້ງປະຕິບັດ

ຂ່າວສານ & ກິດຈະກຳ

ກອງປະຊຸມຜ່ານຮ່າງ ຂໍ້ຕົກລົງ ວ່າດ້ວຍການຄຸ້ມອງ, ກວດກາ ແລະ ຢັ້ງຢືນຄຸນນະພາບຂອງຍານພາຫະນະ ຄັ້ງທີ2

ໃນວັນທີ 20 ພຶດສະພາ 2025 ກົມມາດຕະຖານ ແລະ ວັດແທກ, ກະຊວງອຸດສາຫະກຳ ແລະ ການຄ້າ ໄດ້ຈັດກອງປະຊຸມຜ່ານຮ່າງ ຂໍ້ຕົກລົງ ວ່າດ້ວຍການຄຸ້ມອງ, ກວດກາ ແລະ ຢັ້ງຢືນຄຸນນະພາບຂອງຍານພາຫະນະ ຄັ້ງທີ2 ທີ່ຫ້ອງປະຊຸມກະຊວງອຸດສາຫະກຳ ແລະ ການຄ້າ ໂດຍການເປັນປະທານຂອງ ທ່ານ ພວງມາລາ ຈູມພະຈັນ ຮອງຫົວໜ້າກົມມາດຕະຖານ ແລະ ວັດແທກ. ເພື່ອສືບຕໍ່ການສ້າງຂໍ້ຕົກລົງວ່າດ້ວຍການກວດສອບ ແລະ ຢັ້ງຢືນຄຸນນະພາບ ຍານພາຫະນະທາງບົກ ໃຫ້ເປັນໄປຕາມລະບຽບການສ້າງນິຕິກຳຈຶ່ງຂໍສະເໜີຜ່ານໃນກອງປະຊຸມຄັ້ງນີ້ ເພື່ອ ລະດົມຄວາມຄິດ, ປືກສາຫາລື ແລະ ການປະກອບຄຳເຫັນຈາກບັນດາທ່ານຕ່າງໜ້າຫ້ອງການ, ກົມ ແລະ ສະຖາບັນ ພາຍໃນກະຊວງອຸດສະຫະກຳ ແລະ ພາກສ່ວນຜູ້ປະກອບການເພື່ອເຮັດໃຫ້ເນື້ອໃນຂອງຮ່າງຂໍ້ຕົກລົງດັ່ງກ່າວ ມີເນື້ອໃນຄົບຖ້ວນ, ສົມບູນ ແລະ ສາມາດນໍາໄປຈັດຕັ້ງປະຕິບັດໃຫ້ເກີດດອກອອກຜົນຢ່າງມີປະສິດທິພາບ

ຂ່າວສານ & ກິດຈະກຳ

ກອງປະຊຸມປະກອບຄໍາເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການວັດແທກ(ສະບັບປັບປຸງ) ຄັ້ງວັນທີ 19-21 ມີນາ 2025 ທີ່ໂຮງແຮມເດິແກຣນຣີເວີຊາຍ2, ເມືອງວັງວຽງ, ແຂວງວຽງຈັນ

ໃນວັນທີ 19 ມີນາ 2025 ກົມມາດຕະຖານ ແລະ ວັດແທກ, ກະຊວງອຸດສາຫະກຳ ແລະ ການຄ້າ ໄດ້ຈັດກອງປະຊຸມປະກອບຄໍາເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການວັດແທກ(ສະບັບປັບປຸງ) ຄັ້ງວັນທີ 19-21 ມີນາ 2025 ທີ່ໂຮງແຮມເດິແກຣນຣີເວີຊາຍ2, ເມືອງວັງວຽງ, ແຂວງວຽງຈັນ ໂດຍການເປັນປະທານຂອງ ທ່ານ ວຽງທອງ ວົງທະວິໄລ ຫົວໜ້າກົມມາດຕະຖານ ແລະ ວັດແທກ. ເປົ້າໝາຍອັນສໍາຄັນໃນການຈັດກອງປະຊຸມຄະນະຮັບຜິດຊອບຄົ້ນຄວ້າປັບປຸງກົດໝາຍວ່າດ້ວຍການວັດແທກຄັ້ງນີ້ ເພື່ອປະຕິບັດຕາມແຜນການເຄື່ອນໄຫວປັບປຸງກົດໝາຍດັ່ງກ່າວ ໂດຍສະເພາະ ເພື່ອໃຫ້ບັນດາທ່ານຄະນະກໍາມະການໄດ້ຄົ້ນຄວ້າ ແລະ ປະກອບຄໍາເຫັນ ໃສ່ຮ່າງປັບປຸງກົດໝາຍວັດແທກ ໃຫ້ສອດຄ່ອງກັບສະພາບປະຈຸບັນເພື່ອເປັນບ່ອນອີງໃຫ້ແກ່ການຈັດຕັ້ງປະຕີບັດການຄຸ້ມຄອງກ່ຽວກັບວຽກງານການວັດແທກໃຫ້ໄດ້ປະສິດທິພາບ ແລະ ຖືກຕ້ອງຕາມລະບຽບຫຼັກການທີ່ກໍານົດໄວ້ ສະນັ້ນ, ການຈັດຕັ້ງປະຕິບັດ ຂອງຜູ້ປະກອບການທີ່ຜະລິດ, ນໍາເຂົ້າ, ສົ່ງອອກ ແລະ ຈໍາໜ່າຍຜະລິດຕະພັນ ແລະ ສິນຄ້າ, ໂດຍສະເພາະເຄື່ອງມືອຸປະກອນການວັດແທກ ຢູ່ ສປປ ລາວ ໃຫ້ມີປະສິດທິພາບ ແລະ ປະສິດທິຜົນສູງຂື້ນ ທັງຍົກສູງຄວາມຮັບຜິດຊອບຂອງຕົນຕໍ່ກັບສັງຄົມ ແລະ ຜູ້ຊົມໃຊ້

ຂ່າວສານ & ກິດຈະກຳ

ກອງປະຊຸມປຶກສາຫາລື ກ່ຽວກັບ ການຜ່ານຮ່າງຂໍ້ຕົກລົງວ່າດ້ວຍການກວດສອບ ແລະ ຢັ້ງຢືນ ຄຸນລັກສະນະສານລະລາຍປະເພດໄຮໂດຣຄາບ໋ອນ ແລະ ສານເປໂຕຣເຄມີ ຄັ້ງທີ່III

ໃນວັນທີ 14 ມີນາ 2025 ກົມມາດຕະຖານ ແລະ ວັດແທກ, ກະຊວງອຸດສາຫະກຳ ແລະ ການຄ້າ ໄດ້ຈັດກອງປະຊຸມປຶກສາຫາລື ກ່ຽວກັບ ການຜ່ານຮ່າງຂໍ້ຕົກລົງວ່າດ້ວຍການກວດສອບ ແລະ ຢັ້ງຢືນ ຄຸນລັກສະນະສານລະລາຍປະເພດໄຮໂດຣຄາບ໋ອນ ແລະ ສານເປໂຕຣເຄມີ ຄັ້ງທີ່III ຢູ່ທີ່ຫ້ອງປະຊຸມຊັ້ນ3 ຂອງກະຊວງອຸດສາຫະກຳ ແລະ ການຄ້າ ໂດຍການເປັນປະທານຂອງ ທ່ານ ວຽງທອງ ວົງທະວິໄລ ຫົວໜ້າກົມມາດຕະຖານ ແລະ ວັດແທກ. ກອງປະຊຸມຈະໄດ້ພ້ອມກັນປຶກສາຫາລື ແລະ ຄົ້ນຄ້ວາປະກອບຄໍາເຫັນໃສ່ຮ່າງຂໍ້ຕົກລົງວ່າດ້ວຍການກວດສອບ ແລະ ຢັ້ງຢືນ ຄຸນລັກສະນະສານລະລາຍປະເພດໄຮໂດຣຄາບ໋ອນ ແລະ ສານເປໂຕຣເຄມີ ສະບັບນີ້ແມ່ນເພື່ອກໍານົດຫຼັກການ ແລະ ລະບຽບການ ກ່ຽວກັບ ການຄຸ້ມຄອງວຽກງານກວດສອບ ແລະ ຢັ້ງຢືນຄຸນລັກສະນະສານລະລາຍປະເພດໄຮໂດຣຄາບອ໋ນ ແລະ ສານເຄມີປີໂຕຣລຽມ ທີ່ຜະລິດ, ປຸງ ແຕ່ງ, ນຳ ເຂົ້າ , ຈໍາໜ່າຍຢູ່ ສປປ

Scroll to Top