ກົມມາດຕະຖານ ແລະ ວັດແທກ ສຳເລັດການລົງຕິດຕາມສອບທຽບ ຊິງຊັ່ງຂະໜາດ 3.000 ກິໂລກຣາມ ຂອງບໍລິສັດ ລ້ານຊ້າງ ມີເນໂຣນສ໌ ລິມີເຕັດ ທີ່ແຂວງສະຫວັນນາເຂດ
ຕອນເຊົ້າຂອງວັນທີ 16-18 ກໍລະກົດ 2024 ນີ້ກົມມາດຕະຖານ ແລະ ວັດແທກ(ກມວ), ກະຊວງອຸດສາຫະກໍາ ແລະ ການຄ້າ ໄດ້ດຳເນີນການລົງສອບທຽບ ເຄື່ອງມືວັດແທກ ປະເພດ ຊິງຊັ່ງ ຕັ້ງຢູ່ພາກສະໜາມຂອງ ບໍລິສັດ ລ້ານຊ້າງ ມີເນໂຣນສ໌ ລິມີເຕັດ ທີ່ແຂວງສະຫວັນນາເຂດ., ເຊີ່ງແມ່ນໜ້າທີ່ຮັບຜິດຊອບຂອງ ສູນວັດແທກ , ກມວ ໂດຍມີວິຊາການສະເພາະ ສອບທຽບ ຊິງຊັ່ງ ລົງຈັດຕັ້ງປະຕິບັດສອບທຽບ ຕົວຈິງ. ຜ່ານມານີ້ ກ່ຽວກັບວຽກງານການສອບທຽບ ຊິງຊັ່ງ ໂດຍອີງຕາມລະບຽບການສອບທຽບ ຂອງສາກົນ OIML R 76 ໂດຍມີພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມຄື ພະນັກງານວິຊາການຂອງສູນວັດແທກ,ກົມມາດຕະຖານ ແລະ ວັດແທກ ກະຊວງອຸສາຫະກໍາ ແລະ ການຄ້າ, ບໍລິສັດ ລ້ານຊ້າງ ມີເນໂຣນສ໌ ລິມີເຕັດ ທີ່ແຂວງສະຫວັນນາເຂດ., ເຂົ້າຮ່ວມ ເພື່ອ ເຮັດໃຫ້ວຽກງານດັ່ງກ່າວມີຄວາມຖືກຕ້ອງ ຊັດເຈນ ທາງດ້ານນໍ້າໜັກທີ່ກໍານົດໄວ້ ແລະ ອີກຢ່າງໜຶ່ກໍ່ສ້າງຄວາມເຊື່ອໝັ້ນໃຫ້ແກ້ຜູ້ […]



