ກົມມາດຕະຖານ ແລະ ວັດແທກ

ກິດຈະກຳ

ກິດຈະກຳ, ຂ່າວສານ & ກິດຈະກຳ

ກອງປະຊຸມຄະນະກຳມະການສະພາມາດຕະຖານແຫ່ງຊາດ ເພື່ອຮັບຮອງມາດຕະຖານແຫ່ງຊາດ ໃນວັນທີ 03 ເມສາ 2026

ໃນວັນທີ 03 ເມສາ 2026, ກົມມາດຕະຖານ ແລະ ວັດແທກ, ກະຊວງອຸດສາຫະກຳ ແລະ ການຄ້າ ໄດ້ຈັດກອງປະຊຸມຮັບຮອງຮ່າງມາດຕະຖານແຫ່ງຊາດ ດ້ານຜະລິດຕະພັນເຊື້ອໄຟ ແລະ ອາຍແກັສ 02 ສະບັບ ແລະ ດ້ານຜະລິດຕະພັນກະສິກຳ ຈຳນວນ 04 ສະບັບ. ກອງປະຊຸມໄດ້ໄຂຂຶ້ນທີ່ໂຮງແຮມຄຣາວພາຊ່າ ໂດຍການເປັນປະທານຂອງ ທ່ານ ປອ ມະໂນທອງ ວົງໄຊ ຮອງລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ, ປະທານສະພາມາດຕະຖານແຫ່ງຊາດ ເຊິ່ງມີຄະນະກຳມະການສະພາມາດຕະຖານແຫ່ງຊາດ, ຫົວໜ້າກົມ, ຮອງກົມ, ຫົວໜ້າພະແນກ, ຮອງພະແນກ ແລະ ວິຊາການ ລວມທັງໝົດ 40 ເຂົ້າຮ່ວມ. ກອງປະຊຸມໄດ້ມີການລາຍງານກ່ຽວກັບສະພາບລວມຂອງການຈັດຕັ້ງປະຕິບັດວຽກງານສ້າງມາດຕະຖານ ແລະ ຜ່ານຮ່າງມາດຕະຖານ ທັງໝົດ 06 ສະບັບ ເຊິ່ງປະກອບມີມາດຕະຖານ ດັດແກ້ 01 ສະບັບ ແລະ ສ້າງໃໝ່ 05 ສະບັບ […]

ກິດຈະກຳ, ຂ່າວສານ & ກິດຈະກຳ

ກອງປະຊຸມທາງໄກ ລະຫວ່າງ ກົມມາດຕະຖານ ແລະ ວັດແທກ ກັບ ສະຖາບັນຄົ້ນຄວ້າມາດຕະຖານ ແລະ ເຕັກໂນໂລຊີ ແຂວງກວາງຊີ ສປ. ຈີນ ຄັ້ງວັນທີ 24 ມີນາ 2026

ໃນຕອນເຊົ້າວັນທີ 24 ມີນາ 2026, ກົມມາດຕະຖານ ແລະ ວັດແທກ, ກະຊວງອຸດສາຫະກຳ ແລະ ການຄ້າ ໄດ້ເຂົ້າຮ່ວມກອງປະຊຸມທາງໄກ ເພື່ອປຶກສາຫາລື ກັບ ສະຖາບັນຄົ້ນຄວ້າມາດຕະຖານ ແລະ ເຕັກໂນໂລຊີ ແຂວງກວາງຊີ ສປ. ຈີນ. ກອງປະຊຸມໄດ້ໃຫ້ກຽດເປັນປະທານໂດຍ ທ່ານ ສຸກອາລົມ ໂສສຸພັນ, ຮອງຫົວໜ້າກົມມາດຕະຖານ ແລະ ວັດແທກ ພ້ອມດ້ວຍ ຫົວໜ້າພະແນກ, ຮອງພະແນກ ແລະ ວິຊາການ ພະແນກມາດຕະຖານແຫ່ງຊາດ ໄດ້ຮ່ວມປະຊຸມ. ຈຸດປະສົງກອງປະຊຸມ ແມ່ນ ເພື່ອປຶກສາຫາລື ກ່ຽວກັບ ແຜນການຮ່ວມມື ວຽກງານມາດຕະຖານ ຂອງ ສ ປປ ລາວ ກັບ ສະຖານບັນຄົ້ນຄວ້າມາດຕະຖານ ແລະ ເຕັກໂນໂລຊີ ແຂວງກວາງຊີ. ກອງປະຊຸມໄດ້ປຶກສາຫາລື ກ່ຽວກັບ ຂອບເຂດການຮ່ວມມື ສຶກສາ, ຄົ້ນຄວ້າ, ທຳຄວາມເຂົ້າໃຈ ແລະ

ກິດຈະກຳ, ລົງເຄື່ອນໄຫວວຽກ

ກອງປະຊຸມຄະນະກຳມະການສະພາມາດຕະຖານແຫ່ງຊາດ ຜ່ານຮ່າງ ແລະ ຮັບຮອງມາດຕະຖານແຫ່ງຊາດ ດ້ານຜະລິດຕະພັນວັດສະດຸກໍ່ສ້າງ

ໃນວັນທີ 03-04 ມີນາ 2026 ທີ່ ເມືອງ ວັງວຽງ, ແຂວງ ວຽງຈັນ, ກົມມາດຕະຖານ ແລະ ວັດແທກ, ກະຊວງອຸດສາຫະກຳ ແລະ ການຄ້າ ໄດ້ຈັດກອງປະຊຸມ ຜ່ານຮ່າງ ແລະ ຮັບຮອງ ມາດຕະຖານແຫ່ງຊາດ ດ້ານຜະລິດຕະພັນວັດສະດຸກໍ່ສ້າງ ຈຳນວນ 12 ສະບັບ. ກອງປະຊຸມໄດ້ໄຂຂຶ້ນໂດຍການເປັນປະທານຂອງ ທ່ານ ປອ ມະໂນທອງ ວົງໄຊ ຮອງລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ, ປະທານສະພາມາດຕະຖານແຫ່ງຊາດ ເຊິ່ງມີຄະນະກຳມະການສະພາມາດຕະຖານແຫ່ງຊາດ, ຫົວໜ້າກົມ, ຮອງກົມ, ຫົວໜ້າພະແນກ, ຮອງພະແນກ ແລະ ວິຊາການ ຈາກຂະແໜງການພາກລັດ ແລະ ເອກະຊົນ ທີ່ກ່ຽວຂ້ອງ ລວມທັງໝົດ 40 ທ່ານ ເຂົ້າຮ່ວມ. ກອງປະຊຸມໄດ້ມີການລາຍງານກ່ຽວກັບສະພາບລວມຂອງການຈັດຕັ້ງປະຕິບັດວຽກງານສ້າງມາດຕະຖານ ແລະ ຜ່ານຮ່າງມາດຕະຖານ ທັງໝົດ 12 ສະບັບ ເຊິ່ງປະກອບມີມາດຕະຖານ

ກິດຈະກຳ, ຂ່າວສານ & ກິດຈະກຳ

ກອງປະຊຸມລະຫວ່າງ ຄະນະກົມມາດຕະຖານ ແລະ ວັດແທກ ແລະ ຄະນະຄຸ້ມຄອງດ່ານ ນ້ຳເຫືອງ

ໃນວັນທີ 5 ກຸມພາ 2026, ທ່ານ ວຽງຄຳ​ ສິງສອນໄຊ ຮອງຫົວໜ້າກົມ ມວ ພ້ອມຄະນະ ໄດ້ມີກອງປະຊຸມພົບປະກັບ ຫົວໜ້າຄະນະຄຸ້ມຄອງດ່ານ​ ນໍ້າເຫືອງ ພ້ອມຄະນະປະກອບມີ: ຫົວໜ້າດ່ານພາສີ, ຮອງຫົວໜ້າ ຕມ ຈຸດປະສົງໃນການລົງເຮັດວຽກໃນຄັ້ງນີ້: – ເພື່ອປຶກສາຫາລືວຽກງານກວດສອບຄຸນນະພາບນ້ຳມັນເຊື້ອໄຟ ແລະ ສະເໜີນຳສົ່ງພະນັກງານທີ່ມາປະຈຳການໃຫ່ມ ຢູ່ດ່ານນໍ້າເຫືອງຄື:ທ້າວ​ ທະນູເພັດ ກິດພົມທອງ – ຕິດຕາມການເຮັດວຽກຂອງພະນັກງານ ນອກຈາກນັ້ນ ກໍຍັງໄດ້ ແລກປ່ຽນການເຮັດວຽກ ແນໃສ່ການຮ່ວມກັນແກ້ໄຂ ແລະ ປັບປຸງໃຫ້ດີຂື້ນ

Scroll to Top