ລົງກວດກາ ຄຸນນະພາບ ແລະ ບໍລິມາດ ຫົວຈ່າຍນ້ຳມັນເຊື້ອໄຟ ຕາມປ້ຳຈຳໜ່າຍ ຢູ່ເຂດ ເມືອງປາກງື່ມ, ເມືອງທຸລະຄົມ, ເມືອງບໍລິຄັນ, ເມືອງປາກຊັນ, ແລະ ເມືອງປາກກະດິງ
ເພື່ອເປັນການພັນຂະຫຍາຍ ຄຳສັ່ງ ວ່າດ້ວຍການເພີ່ມທະວີແກ້ໄຂບັນຫາຜົນກະທົບ ຈາກລາຄານໍ້າມັນເຊື້ອໄຟ ເລກທີ 40/ນຍ, ລົງວັນທີ 13 ມີນາ 2026. ພ້ອມທັງເປັນການປົກປ້ອງສິດຂອງຜູ້ບໍລິໂພກ ແລະ ຜູ້ດໍາເນີນທຸລະກິດ, ຮັບປະກັນຄວາມຍຸດຕິທຳໃນການໃຫ້ບໍລິການ. ວັນທີ 06 ຫາ 08/ ເມສາ /2026 ກົມມາດຕະຖານ ແລະ ວັດແທກ, ກະຊວງອຸດສາຫະກໍາ ແລະ ການຄ້າ ໄດ້ລົງກວດກາ ຄຸນນະພາບ ແລະ ບໍລິມາດ ຫົວຈ່າຍນຳ້ມັນເຊື້ອໄຟ ຕາມປຳ້ຈຳໜ່າຍ ໄດ້ທັງໝົດ 20ປ້້ຳ ແລະ 1ສາງ. ຢູ່ເຂດເມືອງ ບໍລິຄັນ ຈຳນວນ 4 ປໍ້າ, ເມືອງ ປາກຊັນ ຈຳນວນ 6 ປໍ້າ,1 ສາງ, ເມືອງ ປາກກະດິງ 8 ປຳ້, ເມືອງປາກງື່ມ 1 ປໍ້າ ແລະ […]






