ກົມມາດຕະຖານ ແລະ ວັດແທກ ລົງເກັບຕົວຢ່າງເຫຼັ້ກເສັ້ນຂອງບໍລິສັດເຫລັກເສັ້ນ ອຸດສະຫະກຳເຫລັກ ຈຳກັດ ເພື່ອກຽມອອກອະນຸຍາດນຳໃຊ້ກາໝາຍມາດຕະຖານແຫ່ງຊາດ

0
90

ເພື່ອເປັນການຊຸກຍູ້ຜະລິດຕະພັນເຫຼັກເສັ້ນທີ່ຜະລິດ ແລະ ຈຳໜ່າຍຢູ່ ສປປ ລາວ ໃຫ້ມີມາດຕະຖານ ແລະ ຄຸນນະພາບ ຖືກຕ້ອງຕາມລະບຽບການທີ່ກຳນົດ, ຮັບປະກັນໃຫ້ແກ່ສັງຄົມກໍ່ຄືຜູ້ຈຳໜ່າຍ ແລະ ຜູ້ຊົມໃຊ້ ໃຫ້ມີຄວາມປອດໄພໃນການຊົມໃຊ້ຜະລິດຕະພັນ ເພື່ອໃຫ້ສັງຄົມມີຄວາມຍຸດຕິທຳ ບໍ່ໃຫ້ມີການເອົາລັດເອົາປຽບກັນ, ທັງເປັນການຍົກສູງໃຫ້ແກ່ຜະລິດຕະພັນໃຫ້ສາມາດສົ່ງອອກ ເປັນທີ່ຍອມຮັບໃນລະດັບສາກົນ

ເຊີ່ງໃນຕອນເຊົ້າຂອງວັນທີ 12 ກັນຍາ 2019 ນີ້ ສູນຢັ້ງຢືນມາດຕະຖານ ແລະ ກວດກາຄຸນນະພາບແຫ່ງຊາດ ກົມມາດຕະຖານ ແລະ ວັດແທກ ຈື່ງໄດ້ລົງຕິດຕາມກວດກາຄຸນນະພາບ ຜະລິດຕະພັນເຫຼັກເສັ້ນ ຂອງບໍລິສັດ ເຫລັກເສັ້ນ ອຸດສະຫະກຳເຫລັກ ຈຳກັດ ຕັ້ງຢູ່ ບ້ານສະພັງຄະນົງ ເມືອງ ໄຊທານີ ນະຄອນຫລວງວຽງຈັນ

ໂດຍຄະນະກຳມະການນຳໂດຍທ່ານ  ສູນທອນ ຈັນທະເດດ ຮອງສູນຢັ້ງຢືນມາດຕະຖານ ແລະ ກວດກາຄຸນນະພາບແຫ່ງຊາດ ພ້ອມດ້ວຍວິຊາການພາຍໃນສູນດັ່ງກ່າວ ມີວິຊາການຈາກພະແນກມາດຕະຖານ ສົມທົບກັບ ລັດວິສາຫະກິດສຳຫຼວດ ແລະ ວິໃຈວັດສະດຸກໍ່ສ້າງ, ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດ, ມະຫາວິທະຍາໄລແຫ່ງຊາດ ແລະ  ພະແນກວິທະຍາສາດ ແລະ ເຕັກໂນໂລຊີນະຄອນຫລວງ

ໃນການລົງກວດກາເບື້ອງຕົ້ນແມ່ນໄດ້ກວດກາທາງດ້ານເອກະສານການໄດ້ຮັບອະນຸຍາດຕ່າງໆທີ່ກ່ຽວຂ້ອງຂອງໂຮງງານດັ່ງກ່າວ ແລະ ໄດ້ຮັບຟັງການລາຍງານສະພາບການເຄື່ອນໄຫວຂອງໂຮງງານໃນໄລຍະຜ່ານມາ ແລະ ລົງຕິດຕາມເບີ່ງຂັ້ນຕອນຂະບວນການຜະລິດຕົວຈິງ ແລະ ການທົດສອບດ້ານຄຸນະພາບເຫຼັກເສັ້ນຂອງໂຮງງານ ຫຼັງຈາກນັ້ນ ທາງຄະນະກຳມະການໄດ້ທຳການສຸ່ມເກັບຕົວຢ່າງເຫຼັກເສັ້ນແຕ່ລະຂະໜາດເພື່ອນຳກັບມາທົດສອບປຽບທຽບຕາມມາດຕະຖານແຫ່ງຊາດເພື່ອເປັນບ່ອນອິງໃນການຄົ້ນຄ້ວາພິຈາລະນາໃນການອອກອະນຸຍາດນຳໃຊ້ກາໝາຍມາດຕະຖານແຫ່ງຊາດໃຫ້ແກ່ໂຮງງານດັ່ງດ່າວ.

ຮູບພາບ ແລະ ບົດຂ່າວ: ນ ວິໄລລັກ ອ່ອນສີພັນລາ

LEAVE A REPLY

Please enter your comment!
Please enter your name here