ທ່ານ ຮອງເລຂາຄະນະພັກ ກວຕ ແລະ ທ່ານ ຮອງກຳມາທິການເສດຖະກິດ, ເຕັກໂນໂລຊີ ແລະ ສິ່ງແວດລ້ອມ ພ້ອມດ້ວຍຄະນະໄດ້ລົງຢ້ຽມຢາມ ກມວ

0
268

ໃນຕອນເຊົ້າວັນທີ 23 ກັນຍາ 2019 ທີ່ຜ່ານມາ ທ່ານ ບຸນຕີທະມິດ ຮອງເລຂາຄະນະພັກ ຮອງລັດຖະມົນຕີ ກະຊວງ ວິທະຍາສາດ ແລະ ເຕັກໂນໂລຊີ ແລະ ທ່ານ ສັນຍາ ປຣະເສີດ ຮອງກຳມາທິການເສດຖະກິດ ເຕັກໂນໂລຊີ ແລະ ສິ່ງແວດລ້ອມ ພ້ອມດ້ວຍຄະນະໄດ້ລົງຊຸກຍູ້ແລກປ່ຽນບົດຮຽນວຽກງານມາດຕະຖານ ແລະ ວັດແທກ

ຈຸດປະສົງລົງຊຸກຍູ້ແລກປ່ຽນບົດຮຽນການຈັດຕັ້ງປະຕິບັດວຽກງານມາດຕະຖານ ແລະ ວັດແທກໃນໄລຍະ ຜ່ານມາ ໂດຍໄດ້ຮັບການຕ້ອນຮັບຈາກທ່ານ ວຽງທອງ ວົງທະວິໄລ ເລຂາໜ່ວຍພັກ ຫົວໜ້າກົມມາດຕະຖານ ແລະ ວັດແທກ ທ່ານໄດ້ລາຍງານການຈັດຕັ້ງປະຕິບັດວຽກງານ ໃນໄລຍະຜ່ານມາໃຫ້ຄະນະຮັບຊາບໂດຍສະເພາະການກວດ ການັບໄຟຟ້າ (ກົງເຕີ້ໄຟຟ້າ), ການກວດກາເຄື່ອງໃຊ້ໄຟຟ້າ ແລະ ການກວດກາຄຸນນະພາບນ້ຳມັນເຊື້ອໄຟໃຫ້ ຄະນະຊາບ ແລະ ໄດ້ແລກປ່ຽນບົດຮຽນຢ່າງກົງໄປກົງມາ. ຕໍ່ຈາກນັ້ນຄະນະກໍ່ໄດ້ລົງຢ້ຽມຢາມເບີ່ງຫ້ອງທົດລອງການກວດກາຄຸນນະພາບວິສາວະກຳກໍ່ສ້າງ ແລະ ໄດ້ເບີ່ງຫ້ອງທົດລອງກວດກາຄຸນນະພາບນ້ຳມັນເຊື້ອໄຟປະຈຳດ່ານສາກົນຂົວມິດຕະພາບ I .

                                                                          ບົດຂ່າວ: ນ. ໄກສອນ ແກ້ວວິເສດ

ຮູບພາບ: ທ້າວ ອໍລະຊຸນ ມະນີ + ທ້າວ ພຸດທະຈັນ ຊັບທະວີ

 

 

 

 

 

 

 

 

 

 

 

 

 

 

 

 

 

 

LEAVE A REPLY

Please enter your comment!
Please enter your name here