ກົມມາດຕະຖານ ແລະ ວັດແທກ ໄດ້ລົງເຄື່ອນໄຫວ ກວດຄືນຊິງຊັ່ງລົດບັນທຸກ 07 ໜ່ວຍ (ນໍ້າໜັກຂະໜາດ 120 ໂຕນ)

0
229

ໃນວັນທີ 24-25 ກັນຍາ 2019 ສູນວັດແທກ ກົມມາດຕະຖານ ແລະ ວັດແທກ ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ໄດ້ລົງເຄື່ອນໄຫວ ກວດຄືນຊິງຊັ່ງລົດບັນທຸກ 07​ ໜ່ວຍ (ນໍ້າໜັກຂະໜາດ 120 ໂຕນ) ຂອງ ບໍລິສັດ ວຽງຈັນຫົງຊືໃສທິລາດ ຊີມັງ ຈຳກັດ ຕັ້ງຢູ່ ບ້ານ ນາພ້ອງ , ເມືອງ ຫີນເຫີບ, ແຂວງ ວຽງຈັນ ນໍາພາໂດຍ ທ່ານ ເຕຕຼ້າ ວົງພະຈັນ ຮອງຫົວໜ້າສູນວັດແທກ ພ້ອມດ້ວຍພະນັກງານວິຊາການພາຍໃນສູນ 02 ທ່ານ ແລະ ພະແນກວິທະຍາສາດ ແລະ ເຕັກໂນໂລຊີແຂວງ ວຽງຈັນ 1 ທ່ານ

ເຊີ່ງໄດ້ທຳການກວດຄືນ ດ້ວຍການຊັ່ງນ້ຳໜັກ ຂະໜາດ 120 ໂຕນ ຈຳນວນ 07 ໜ່ວຍ ເຫັນວ່ານໍ້າໜັກຂອງຊິງຊັ່ງລົດບັນທຸກແມ່ນໄດ້ຕາມມາດຕະຖານທີ່ກຳນົດໄວ້

ທ່ານ ເຕຕຼ້າ ວົງພະຈັນ ໄດ້ໃຫ້ຮູ້ວ່າ ການລົງກວດຄືນໃນຄັ້ງນີ້ ແມ່ນເພື່ອປະຕິບັດຕາມ ລະບຽບການ, ຫຼັກການ ແລະ ມາດຕະການກ່ຽວກັບການຄຸ້ມຄອງ, ການກວດທຽບ, ສອບທຽບ, ຈົດທະບຽນ ແລະ ກວດຄືນຊິງຊັ່ງທີ່ຜະລິດ, ນຳເຂົ້າ, ສົ່ງອອກ, ນຳໃຊ້ ແລະ ໃຫ້ການບໍລິການຢູ່ ສປປລາວ ໃຫ້ມີຄວາມເປັນເອກະພາບ, ບົນພື້ນຖານຄວາມຖືກຕ້ອງ, ຊັດເຈນ ຊຶ່ງສອດຄ່ອງກັບລະບຽບການຂອງພາກພື້ນ ແລະ ສາກົນ, ແນໃສ່ຊຸກຍູ້, ສົ່ງເສີມການບໍລິການທີ່ມີຄຸນນະພາບ ແລະ ແທດເໝາະກັບສະພາບຄວາມເປັນຈິງ, ປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມແຫ່ງຊາດ

ເພື່ອໃຫ້ວຽກງານກວດຄືນໃນຄັ້ງຕໍ່ໄປ ດຳເນີນໄປຢ່າງເປັນລະບຽບ ແລະ ຖືກຕ້ອງສອດຄ່ອງກັບລະບຽບກົດ ໝາຍທາງພະນັກງານວິຊາການ ໄດ້ມີຄໍາແນະນໍາໃຫ້ທາງບໍລິສັດ ເອົາໃຈໃສ່ຕື່ມໃນເລື່ອງຂອງການກວດສອບຊິງຊັ່ງລົດບັນທຸກໃນທຸກໆປີໃຫ້ສອດຄ່ອງກັບລະບຽບການຂື້ນຕື່ມ.

ຂຽນຂ່າວໂດຍ:  ນ. ຈັນສຸດາ ແກ້ວວົງກົດ

LEAVE A REPLY

Please enter your comment!
Please enter your name here