ກົມມາດຕະຖານ ແລະ ວັດແທກ ໄດ້ເປີດ​ກອງ​ປະຊຸມ​ຝຶກອົບຮົມ​ກ່ຽວ​ກັບການສ້າງຄວາມອາດສາມາດໃຫ້ແກ່ຫ້ອງທົດລອງ, ຫ້ອງກວດສອບ ແລະ ຫ້ອງສອບທຽບເພື່ອໃຫ້ສອດຄ່ອງກັບມາດຕະຖານສາກົນ ISO/IEC17025:2017 (ສະບັບປັບປຸງໃໝ່)

0
233

​          ໃນ​ວັນ​ທີ 12-14 ​ພະຈິກ ປີ 2019 ທີ່​ຫ້ອງປະຊຸມໂຮງແຮມ ດອນຈັນພາເລດ, ສູນຮັບຮອງແຫ່ງຊາດ, ກົມ​ມາດຕະຖາ​ນ ​ແລະ ວັດ​ແທກ, ກະຊວງ​ວິທະຍາສາດ ​ແລະ ​ເຕັກ​ໂນ​ໂລ​ຊີໄດ້​ຈັດ​ກອງ​ປະຊຸມ​ຝຶກອົບຮົມ​ກ່ຽວ​ກັບການສ້າງຄວາມອາດສາມາດໃຫ້ແກ່ຫ້ອງທົດລອງ, ຫ້ອງກວດສອບ ແລະ ຫ້ອງສອບທຽບເພື່ອໃຫ້ສອດຄ່ອງກັບມາດຕະຖານສາກົນ ISO/IEC17025:2017 (ສະບັບປັບປຸງໃໝ່), ປະ​ທານກ່າວ​ເປີດ​ງານ​ຄັ້ງ​ນີ້ໂດຍ ທ່ານ ວຽງຄຳ ສິງສອນໄຊ ຮອງຫົວໜ້າກົມມາດຕະຖານ ແລະ ວັດແທກ.

ກອງ​ປະຊຸມຝຶກອົບຮົມຄັ້ງນີ້ຈະດຳເນີນເປັນເວລາ 3 ວັນ​ ເຊິ່ງມີ​ຜູ້​ເຂົ້າ​ຮ່ວມ​ທັງ​ໝົດ​ຈຳນວນ 30 ທ່ານ ຈາກບັນດາຜູ້ມີສ່ວນຮ່ວມທັງພາກລັດ ແລະ ເອກະຊົນໂດຍໄດ້ມີຈຸດປະສົງເພື່ອສ້າງຄວາມເຂັ້ມແຂງທາງດ້ານວິຊາການ, ຍົກລະດັບຄວາມຮູ້ຄວາມສາມາດໃຫ້ແກ່ພະນັກງານພາກລັດ ແລະ ພາກເອກະຊົນທີ່ກ່ຽວຂ້ອງກັບຫ້ອງທົດລອງ, ຫ້ອງກວດສອບ, ຫ້ອງສອບທຽບໃຫ້ມີປະສິດທິພາບ ແລະ ປະສິດທິຜົນໂດຍໃຫ້ສອດຄ່ອງກັບມາດຕະຖານສາກົນ ISO/IEC 17025:2017 ເຊິ່ງມີຊ່ຽວຊານຈາກໂຄງການສ້າງຄວາມເຂັ້ມແຂງທາງດ້ານວິຊາການ (PTB) ແຫ່ງປະເທດເຢຍລະມັນ, ສຳລັບການດຳເນີນການປະເມີນຄວາມສອດຄ່ອງເພື່ອແນ່ໃສການໃຫ້ບໍລິການທີ່ມີຄວາມໂປ່ງໃສ, ເປັນກາງ, ຊັດເຈນ ແລະ ໄດ້ມາດຕະຖານ, ມີຂັ້ນຕອນການຈັດຕັ້ງປະຕິບັດ, ມີຄວາມສາມາດໃນວິຊາສະເພາະທີ່ແນ່ນອນ ແລະ ປະຕິບັດຕາມຂັ້ນຕອນທີ່ໄດ້ກຳນົດຕາມມາດຕະຖານສາກົນ ທັງນີ້ກໍ່ເພື່ອເປັນການປົກປ້ອງສິດຜົນປະໂຫຍດອັນຊອບທຳຂອງຜູ້ຊົມໃຊ້, ຮັບປະກັນຄວາມປອດໄພຕໍ່ຊິວິດ, ສັງຄົມ, ສິ່ງແວດລ້ອມ, ສ້າງຄວາມເຊື່ອໝັ້ນໃຫ້ແກ່ອົງກອນຕ່າງໆທາງພາຍໃນ ແລະ ສາກົນ.

ເວົ້າລວມແລ້ວວຽກງານດັ່ງກ່າວກໍ່ເປັນອີກໜຶ່ງວຽກງານທີ່ມີບົດບາດສຳຄັນຕໍ່ການພັດທະນາບຸກຄະລາກອນ, ຕໍ່ການຮັບຮອງຄວາມສາມາດຫ້ອງທົດລອງ, ຫ້ອງກວດສອບ, ຫ້ອງສອບທຽບທາງດ້ານເຕັກນິກໃນຂອບເຂດທີ່ໄດ້ຮັບການຮັບຮອງ ແລະ ດ້ານຄຸນນະພາບເພື່ອໃຫ້ລູກຄ້າມີຄວາມໝັ້ນໃຈໃນຄວາມສາມາດຂອງຫ້ອງທົດລອງ, ຫ້ອງກວດສອບ, ຫ້ອງສອບທຽບ, ການບໍລິການ ແລະ ການຍອມຮັບໃນລະດັບດຽວກັບຫ້ອງທົດລອງອື່ນໆທົ່ວໂລກ, ທີ່ໄດ້ຮັບການຮັບຮອງໃນມາດຕະຖານດຽວກັນໂດຍໜ່ວຍງານຮັບຮອງມາດຕະຖານທີ່ໄດ້ລົງນາມເຂົ້າເປັນສະມາຊິກໃນກຸ່ມປະເທດຕ່າງໆໃນພາກພື້ນ ແລະ ສາກົນ.

ຮູບພາບ ແລະ ບົດຂ່າວ: ທ ອໍລະຊຸນ ມະນີ

 

 

 

LEAVE A REPLY

Please enter your comment!
Please enter your name here