ສສຊ ຢ້ຽມຢາມກະຊວງວິທະຍາສາດ ແລະ ເຕັກໂນໂລຊີ

0
212

ວັນທີ 16 ພະຈິກ 2019 ນີ້້, ສະມາຊິກສະພາແຫ່ງຊາດ ຊຸດທີ 8 ຊຶ່ງນໍາພາຄະນະໂດຍທ່ານ ສັນຍາ ປຣະເສີດ, ຮອງປະທານກໍາມະທິການເສດຖະກິດ, ເຕັກໂນໂລຊີ ແລະ ສິ່ງແວດລ້ອມ, ສະພາແຫ່ງຊາດ ໄດ້ຢ້ຽມຢາມບັນດາພື້ນຖານໂຄງລ່າງ, ບັນດາຫ້ອງທົດລອງ, ສະຖາບັນການຄົ້ນຄວ້າ ແລະ ອື່ນໆ ພາຍໃນກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ແລະ ໄດ້ຮັບກຽດການຕ້ອນຮັບຂອງທ່ານ ບໍ່ວຽງຄໍາ ວົງດາລາ, ລັດຖະມົນຕີ ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ (ກວຕ) ພ້ອມດ້ວຍຄະນະນໍາ ແລະ ພະນັກງານພາກສ່ວນກ່ຽວຂ້ອງ.
ການຢ້ຽມຢາມດັ່ງກ່າວ, ສສຊ ໄດ້ຮັບຟັງການລາຍງານໂດຍຫຍໍ້ກ່ຽວກັບການພັດທະນາວິທະຍາສາດ ແລະ ເຕັກໂນໂລຊີຂອງພາກພື້ນ ແລະ ຂອງໂລກໃນປັດຈຸບັນ ຈາກທ່ານລັດຖະມົນຕີ. ທ່ານໄດ້ໃຫ້ຮູ້ວ່າ: ເລີ່ມແຕ່ປີ 2016 ເປັນຕົ້ນມາ, ກອງປະຊຸມເວທີເສດຖະກິດໂລກ ໄດ້ເປັນເອກະພາບກັນວ່າ ປັດຈຸບັນນີ້ ໂລກຂອງເຮົາກໍາລັງກ້າວເຂົ້າສູ່ຍຸກອຸດສາຫະກໍາຄັ້ງທີ 4 ຫຼື ເອີ້ນວ່າ ຍຸກອຸດສາຫະກໍາ 4.0 ຍ້ອນວ່າໃນສາມສະຕະວັດທີ່ຜ່ານມາ ໄດ້ມີການປະຕິວັດ ທາງດ້ານວິທະຍາສາດ-ເຕັກນິກ ທີ່ສົ່ງຜົນສະທ້ອນອັນໃຫຍ່ຫຼວງ ແບບກ້າວກະໂດດຕໍ່ການຂະຫຍາຍຕົວຂອງສັງຄົມມະນຸດເຖິງ 3 ຄັ້ງແລ້ວ ຄື: ຄັ້ງທີ 1 ໃນທ້າຍສະຕະວັດທີ 18 ປີ 1784, ຄັ້ງທີ 2 ໃນທ້າຍສະຕະວັດທີ 19 ປີ 1870, ຄັ້ງທີ 3 ໃນທ້າຍສະຕະວັດທີ 20 ປີ 1960 ແລະ ຄັ້ງທີ 4 ໃນສະຕະວັດທີ 21 ເປັນຕົ້ນມາ. ຜົນສະທ້ອນຂອງຍຸກອຸດສາຫະກໍາ 4.0 ຕໍ່ການພັດທະນາເສດຖະກິດ-ສັງຄົມຂອງໂລກ ແລະ ຂອງ ສປປ ລາວ ແລະ ປັດຈຸບັນນີ້, ການພັດທະນາວິທະຍາສາດ ແລະ ເຕັກໂນໂລຊີ ຂອງບັນດາປະເທດໃນໂລກ ໄດ້ແບ່ງອອກເປັນ 4 ໄລຍະຄື: ໄລຍະທີໜຶ່ງ ແມ່ນໄລຍະເລີ່ມຕົ້ນຂອງການພັດທະນາວິທະຍາສາດ ແລະ ເຕັກໂນໂລຊີ ປະກອບມີບັນດາປະເທດດ້ອຍພັດທະນາຫຼາຍປະເທດຊຶ່ງໃນກຸ່ມ ອາຊຽນ ມີ 4 ປະເທດຄື: ລາວ, ກໍາປູເຈຍ, ມຽນມາ ແລະ ບຣູໄນ. ໄລຍະທີສອງ ແມ່ນໄລຍະການພັດທະນາວິທະຍາສາດ ແລະ ເຕັກໂນໂລຊີ ໄດ້ມີການກໍ່ຮ່າງສ້າງຕົວແລ້ວ. ໃນໄລຍະນີ້, ມີຫຼາຍປະເທດທີ່ກໍາລັງພັດທະນາຊຶ່ງໃນກຸ່ມອາຊຽນ ກໍມີ 3 ປະເທດ ຄື: ສສ ຫວຽດນາມ, ອິນໂດເນເຊຍ ແລະ ຟີລິບປິນ. ໄລຍະທີສາມ ແມ່ນໄລຍະການຄົ້ນຄວ້າພັດທະນາວິທະຍາສາດເຕັກໂນໂລຊີ ໄດ້ຮັບການປັບປຸງ ແລະ ເປີດກວ້າງຢ່າງແຂງແຮງ ຊຶ່ງລວມມີບັນດາປະເທດທີ່ພັດທະນາຊຶ່ງໃນກຸ່ມອາຊຽນ ສອງປະເທດ ຄື: ໄທ ແລະ ມາເລເຊຍ. ໄລຍະທີສີ່ ແມ່ນໄລຍະການພັດທະນາວິທະຍາສາດ ແລະ ເຕັກໂນໂລຊີ ຫັນເປັນສາກົນ ແລະ ສາມາດເປັນເຈົ້າຕົນເອງໄດ້. ໄລຍະນີ້ ມີບັນດາປະເທດມະຫາອໍານາດ ແລະ ໃນກຸ່ມອາຊຽນ ມີແຕ່ປະເທດດຽວ ຄື ປະເທດ ສິງກາໂປ.
ທ່ານໃຫ້ຮູ້ອີກວ່າ: ສໍາລັບ ສປປ ລາວ, ການພັດທະນາວິທະຍາສາດ ແລະ ເຕັກໂນໂລຊີ ຍັງຢູ່ລະດັບອ່ອນນ້ອຍໃນເວທີສາກົນ ໂດຍອີງຕາມການລາຍງານກອງປະຊຸມເວທີເສດຖະກິດໂລກ ປີ 2017-2018 ເຫັນວ່າ ສປປ ລາວ ອັນດັບຕົວຊີ້ວັດເຕັກໂນໂລຊີແມ່ນ 110 ແລະ ຕົວຊີ້ວັດດ້ານນະວັດຕະກໍາ ໃນອັນດັບ 81 ຂອງໂລກ. ສະນັ້ນ, ເພື່ອຮັບຮອງການປະຕິວັດອຸດສາຫະກໍາຄັ້ງທີ 4 ຫຼື 4.0 ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ໄດ້ວາງແຜນຍຸດທະສາດການພັດທະນາ ວິທະຍາສາດ ແລະ ເຕັກໂນໂລຊີ ຂອງປະເທດລາວ ຮອດປີ 2025 ແລະ ວິໄສທັດເຖິງປີ 2030 ຊຶ່ງໃນນັ້ນ ເຫັນວ່າ ຈະຕ້ອງໄດ້ປະຕິບັດ 6 ມາດຕະການທີ່ຈໍາເປັນຄື: 1. ເອົາໃຈໃສ່ໂຄສະນາເຜີຍແຜ່ໃຫ້ທົ່ວສັງຄົມຮັບຮູ້ ແລະ ເຂົ້າໃຈຢ່າງເລິກເຊິ່ງເຖິງທາດແທ້ຂອງການປະຕິວັດອຸດສາຫະກຳຄັ້ງທີ 4 ແລະ ຜົນສຳເລັດຂອງການພັດທະນາວິທະຍາສາດ ແລະ ເຕັກໂນໂລຊີ ໃນໂລກ ທີ່ກຳລັງສົ່ງຜົນສະທ້ອນເຖິງການພັດທະນາເສດຖະກິດ-ສັງຄົມ ຂອງໂລກ ແລະ ຂອງປະເທດເຮົາ ເພື່ອເປັນເຈົ້າການກະກຽມຄວາມພ້ອມຮັບມືກັບການພັດທະນາດັ່ງກ່າວຢ່າງພາວະວິໄສ, 2. ສ້າງ ແລະ ປັບປຸງບັນດາກົດໝາຍ, ນິຕິກຳລຸ່ມກົດໝາຍ, ກົນໄກປະສານງານ ແລະ ຄຸ້ມຄອງລັດ, ຄຸ້ມຄອງເສດຖະກິດ-ສັງຄົມ ຕາມແນວທາງນະໂຍບາຍຂອງພັກ-ລັດ ໃນຍຸກ 4.0 ເພື່ອຮັບຮອງການພັດທະນາເສດຖະກິດແຫ່ງພູມປັນຍາ ແລະ ສັງຄົມແຫ່ງໂລກດິຈິຕ໋ອນ. 3. ບຸກທະລຸໃນການພັດທະນາຊັບພະຍາກອນມະນຸດໃຫ້ມີບາດກ້າວກະໂດດໃໝ່ ເຊັ່ນ: ການປະຕິຮູບລະບົບການສຶກສາ ແລະ ກໍ່ສ້າງນັກວິຊາການ ໃນຂະແໜງການໃໝ່ ຊຶ່ງປະກອບດ້ວຍ: ວິສະວະກຳເຕັກໂນໂລຊີຂໍ້ມູນຂ່າວສານ, ອິນເຕີເນັດແຫ່ງຊັບພະສິ່ງ, ວິສະວະກຳຫຸ່ນຍົນ, ປັນຍາປະດິດ, ເຕັກໂນໂລຊີນາໂນ, ພັນທຸກຳ ແລະ ອື່ນໆ. 4. ຄົ້ນຄວ້ານຳໃຊ້ວິທະຍາສາດ ແລະ ເຕັກໂນໂລຊີທີ່ທັນສະໄໝ ເພື່ອລົບລ້າງຄວາມທຸກຍາກຂອງປະຊາຊົນ ແລະ ຜະລິດສິນຄ້າທີ່ມີຄຸນນະພາບໄດ້ມາດຕະຖານສາກົນ. 5. ເອົາໃຈໃສ່ເປີດກວ້າງການບໍລິການວິທະຍາສາດ ແລະ ເຕັກໂນໂລຊີ ໃຫ້ແກ່ສັງຄົມ ເພື່ອຊຸກຍູ້ສົ່ງເສີມ ວິສາຫະກິດຂະໜາດນ້ອຍ ແລະ ຂະໜາດກາງ. 6. ສືບຕໍ່ເປີດກວ້າງການຮ່ວມມືກັບຕ່າງປະເທດ ຕາມແນວທາງນະໂຍບາຍການຕ່າງປະເທດຂອງພັກເຮົາ ເພື່ອການຮ່ວມມືການສຶກສາ, ການຖ່າຍທອດບົດຮຽນ ແລະ ດຶງດູດການຊ່ວຍເຫຼືອທາງດ້ານວິທະຍາສາດ, ເຕັກໂນໂລຊີ ແລະ ນະວັດຕະກຳ ຈາກບັນດາປະເທດທີ່ພັດທະນາ.
ຫຼັງຈາກນັ້ນ, ຄະນະຜູ້ແທນ ສສຊ ໄດ້ແລກປ່ຽນຄໍາຄິດຄໍາເຫັນຢ່າງກົງໄປກົງມາ. ຈາກນັ້ນ, ຄະນະ ໄດ້ໄປຢ້ຽມຊົມສະຖາບັນນິເວດວິທະຍາ ແລະ ເຕັກໂນໂລຊີ ຊີວະພາບ, ສູນຂໍ້ມູນ DATA CENTER, ສະຖາບັນພະລັງງານທົດແທນ ແລະ ວັດສະດຸໃໝ່, ກົມມາດຕະຖານ ແລະ ວັດແທກ, ຫ້ອງທົດລອງກວດສອບວັດສະດຸກໍ່ສ້າງ, ສູນບໍລິການນໍາໃຊ້ຂໍ້ມູນອະວະກາດສັງເກດພາກພື້ນດິນ ແຫ່ງຊາດ ແລະ ຢ້ຽມຊົມສະຖານທີ່ອື່ນໆຕື່ມອີກ.



ພາບ-ຂ່າວ: ພະແນກຂ່າວສານ ແລະ ປະຊາສຳພັນ

LEAVE A REPLY

Please enter your comment!
Please enter your name here