ສູນກວດກາມາດຕະຖານ ແລະ ຢັ້ງຢືນຄຸນນະພາບແຫ່ງຊາດ ລົງກວດຜະລິດຕະພັນເຫຼັກເສັ້ນຂອງບໍລິສັດ ຄູນຄຳ ສະຕຣີອິນດັສທຣີ ຈຳກັດຜູ້ດຽວ ເພື່ອຂໍອານຸຍາດນຳໃຊ້ກາໝາຍມາດຕະຖານແຫ່ງຊາດ

0
480

ເມື່ອວັນທີ 21-23 ພະຈິກ 2019 ທີ່ຜ່ານມາ ສູນຢັ້ງຢືນມາດຕະຖານ ແລະ ກວດກາຄຸນນະພາບ ແຫ່ງຊາດ ໄດ້ສົມທົບກັບຄະນະກຳມະການເຕັກນິກແຫ່ງຊາດດ້ານວັດສະດຸກໍ່ສ້າງ ແລະ ພະແນກວິທະຍາສາດ ແລະ ເຕັກໂນໂລຊີ ແຂວງສະຫວັນນະເຂດ ໄດ້ລົງຕິດຕາມກວດກາຄຸນນະພາບຜະລິດຕະພັນປະເພດເຫຼັກເສັ້ນ ທີ່ຜະລິດໂດຍບໍລິສັດ ຄູນຄຳ ສະຕຣີອິນດັສທຣີ ຈຳກັດຜູ້ດຽວ, ຕັ້ງຢູ່ບ້ານ ອຸດົມວິໄລ, ເມືອງ ໄກສອນພົມວິຫານ, ແຂວງສະຫວັນນະເຂດ. ນໍາພາໂດຍ ທ່ານ ສູນທອນ ຈັນທະເດດ ຮອງຫົວໜ້າສູນຢັ້ງຢືນມາດຕະຖານ ແລະ ກວດກາຄຸນນະພາບ ແຫ່ງຊາດ.

ເພື່ອລົງຊຸກຍູ້ການຜະລິດໃຫ້ຖືກຕ້ອງຕາມຂັ້ນຕອນໃນການອອກອະນຸຍາດນໍາໃຊ້ກາໝາຍມາດຕະຖານແຫ່ງຊາດກັບຜະລິດຕະພັນເຫຼັກເສັ້ນ 01 ປະເພດຂອງບໍລິສັດດັ່ງກ່າວຄື:

ປະເພດ(Class): ເຫຼັກເສັ້ນເສີມເບຕົງ.

ຊະນິດ ປະເພດ(Type): ເຫຼັກເສັ້ນປ້ອງອ້ອຍ.

ຂະໜາດ(Size): ø10mm, ø12mm, ø14mm, ø16mm, ø20mm, ø25mm.

ຊັ້ນ (Grade): SD40.

ໃນການຈັດຕັ້ງປະຕິບັດເບື້ອງຕົ້ນແມ່ນໄດ້ລົງກວດກາຕົວຈິງຢູ່ໂຮງງານ, ໂດຍສະເພາະແມ່ນການກວດກາທາງດ້ານເອກະສານ, ກວດກາເບີ່ງຂະບວນການຜະລິດຕົວຈີງ ແລະ ສຸ່ມເກັບເອົາຕົວຢ່າງມາກວດສອບຢູ່ຫ້ອງທົດລອງເພື່ອສົມທຽບໃສ່ກັບມາດຕະຖານແຫ່ງຊາດ ເພື່ອເປັນບ່ອນອີງໃນການຄົ້ນຄວ້າ ແລະ ພິຈາລະນາກ່ອນການອອກອະນຸຍາດນໍາໃຊ້ກາໝາຍມາດຕະຖານແຫ່ງຊາດ ໃຫ້ແກ່ຜະລິດຕະພັນຂອງບໍລິສັດດັ່ງກ່າວ.

ຮູບພາບ ແລະ ບົດຂ່າວ: ອໍລະຊຸນ ມະນີ

 



 

LEAVE A REPLY

Please enter your comment!
Please enter your name here