ສູນວັດແທກ ລົງຕິດຕາມກວດກາບໍລິມາດສຸດທິທີ່ບັນຈຸໃນສິນຄ້າຫຸ້ມຫໍ່ ປະເພດ ແກ໊ສຫຸງຕົ້ມ, ຫົວອາຫານສັດ ແລະ ເຂົ້າສານ ຂອງ 04 ບໍລິສັດ-ໂຮງງານ ໃນຂອບເຂດນະຄອນຫຼວງ

0
91

ໃນວັນທີ 27-28 ພະຈິກ 2019 ທີ່ຜ່ານມານີ້ ສູນວັດແທກ ເຊີ່ງຕາງໜ້າຈາກ ກົມມາດຕະຖານ ແລະ ວັດແທກ ໃນນາມຜູ້ຮັບຜິດຊອບວຽກງານກວດສອບປະລິມານສຸດທິ ທີ່ບັນຈຸໃນສິນຄ້າຫຸ້ມຫໍ່ ໄດ້ລົງຕິດຕາມກວດກາ ບໍລິມາດບັນຈຸປະເພດ ແກ໊ສຫຸງຕົ້ມ ຂອງບໍລິສັດ ເອເຊຍແກ໊ສ ຢູ່ບ້ານ ນາພອກ ເມືອງໄຊທານີ ນະຄອນຫຼວງວຽງຈັນ ແລະ ບໍລິສັດ ເອັສບີແກ໊ສ ຈຳກັດ ຕັ້ງຢູ່ບ້ານ ດຸງ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ, ປະເພດເຂົ້າສານ ຂອງໂຮງສີເຂົ້າວຽງມະນີ ເກັບຊື້ເຂົ້າ-ຂາຍເຂົ້າ ສ່ວນບຸກຄົນ ຕັ້ງຢູ່ບ້ານ ໄຊ ເມືອງໄຊທານີ ແຂວງນະຄອນຫຼວງວຽງຈັນ ແລະ ຫົວອາຫານສັດ ຂອງ ບໍລິສັດ ຄວາມຫວັງໃໝ່ ຈຳກັດ ຕັ້ງຢູ່ບ້ານ ນາໂນ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ ເຊີ່ງນໍາພາໂດຍ ທ່ານ ນາງ ທັດສະພອນ ຄຳພູວັນ ວິຊາການ ສູນວັດແທກ ພ້ອມດ້ວຍພະນັກງານວິຊາການພາຍໃນສູນ 02 ທ່ານ.

ໃນການກວດກາແມ່ນທາງຄະນະກຳມະການຜູ້ຮັບຜິດຊອບໄດ້ທຳການສຸ່ມເອົາສິນຄ້າແຕ່ລະປະເພດມາຊັ່ງນ້ຳໜັກຄື: ແກ໊ສຫຸງຕົ້ມແມ່ນໄດ້ກວດສອບ 03 ຂະໜາດຄື: ຂະໜາດ 4 ກິໂລ, 15 ກິໂລ, 48 ກິໂລ, ຫົວອາຫານ 02 ຂະໜາດຄື: 20ກິໂລ, 30 ກິໂລ ແລະ ເຂົ້າສານ 02 ຂະໜາດຄື: 12 ກິໂລ ແລະ 48 ກິໂລ ເຊີ່ງຜ່ານການກວດສອບເຫັນວ່າບໍລິມາດທີ່ບັນຈຸແມ່ນຖືກຕ້ອງຕາມບໍລິມາດສຸດທິທີ່ກຳນົດໄວ້.

ທ່ານ ນາງ ທັດສະພອນ ຄຳພູວັນ ໄດ້ໃຫ້ຮູ້ວ່າ ການລົງກວດສອບຄັ້ງນີ້ ແມ່ນເພື່ອປະຕິບັດຕາມ ລະບຽບການ, ຫຼັກການກວດສອບສິນຄ້າຫຸ້ມຫໍ່ ແລະ ມາດຕະການກ່ຽວກັບການຄຸ້ມຄອງ, ກວດສອບຜະລິດຕະພັນ ແລະ ສິນຄ້າຫຸ້ມຫໍ່ທີ່ຜະລິດ, ນຳເຂົ້າ, ສົ່ງອອກ ແລະ ຈຳໜ່າຍຢູ່ ສປປ ລາວ ໃຫ້ຖືກຕ້ອງຕາມລະບຽບການທີ່ກຳນົດໃວ້ ຢູ່ ສປປ ລາວ ແລະ ສາກົນເພື່ອສ້າງເງື່ອນໄຂອັນສະດວກໃນການຊື້-ຂາຍ, ແນໃສ່ເຮັດໃຫ້ສັງຄົມມີຄວາມຍຸດຕິທຳ, ປອດໄພ ແລະ  ມີຄວາມເປັນເອກະພາບໃນການຈັດຕັ້ງປະຕິບັດ ໃນຂອບເຂດທົ່ວປະເທດ ແລະ ເຊື່ອມໂຍງກັບຫຼັກການກວດສອບຂອງພາກພື້ນ ແລະ ສາກົນ, ເພື່ອບໍ່ໃຫ້ເອົາປຽບລະຫວ່າງຜູ້ຊື້ ແລະ ຜູ້ຂາຍ ແລະ ລະຫວ່າງໂຮງງານກັບໂຮງງານ.

ເພື່ອໃຫ້ວຽກງານກວດສອບໃນຄັ້ງຕໍ່ໄປ ດຳເນີນໄປຢ່າງເປັນລະບຽບ ແລະ ຖືກຕ້ອງສອດຄ່ອງກັບລະບຽບກົດໝາຍທາງພະນັກງານວິຊາການ ໄດ້ມີຄໍາແນະນໍາໃຫ້ທາງໂຮງງານ ຕ້ອງມີການກວດສອບໃນທຸກໆປີ ແລະ ໃຫ້ປັບປຸງສະຫຼາກທີ່ຫຸ້ມຫໍ່ ໃຫ້ລະບຸທີ່ຢູ່ໂຮງງານໃຫ້ຊັດເຈນ ເພື່ອໃຫ້ສອດຄ່ອງກັບລະບຽບການ.

ຂຽນຂ່າວໂດຍ:  ນ. ຈັນສຸດາ ແກ້ວວົງກົດ

LEAVE A REPLY

Please enter your comment!
Please enter your name here