ກົມມາດຕະຖານ ແລະ ວັດແທກ ລົງກວດກາຄຸນນະພາບ ແລະ ບໍລິມາດຫົວຈ່າຍນໍ້າມັນເຊື້ອໄຟປະຈຳປີພາຍໃນແຂວງວຽງຈັນ ຈຳນວນ 165 ປໍ້າ

0
86

ໃນວັນທີ 06 ຫາ 20 ພະຈິກ ປີ 2019 ພະແນກ ປົກປ້ອງຜູ້ຊົມໃຊ້, ກົມມາດຕະຖານ ແລະ ວັດແທກ ໄດ້ຮ່ວມກັບ ພະແນກວິທະຍາສາດ ແລະ ເຕັກໂນໂລຊີ ແຂວງວຽງຈັນ ໂດຍສົມທົບກັບ ຫ້ອງການ ແລະ ໜ່ວຍງານ ວິທະຍາສາດເມືອງ ພາຍໃນແຂວງວຽງຈັນ ໄດ້ລົງກວດກາຄຸນນະພາບ ແລະ ບໍລິມາດຫົວຈ່າຍນໍ້າມັນເຊື້ອໄຟປະຈໍາປີ 2019 ຕາມປໍ້າຈໍາໜ່າຍນໍ້າມັນ  ພາຍໃນແຂວງດັ່ງກ່າວ ຊຶ່ງມີປໍ້ານໍ້າມັນເຊື້ອໄຟທັງໝົດ 165 ປໍ້າ ແລະ ມີ 652 ຫົວຈ່າຍນໍ້າມັນ. ຜ່ານການກວດກາຕົວຈິງເຫັນວ່າມີ 03 ປໍ້າ ທີ່ພົບຄ່າກົດໄຂມັນໃນນໍ້າມັນກາຊວນ ທີ່ບໍ່ສອດຄ່ອງຕາມຄ່າມາດຕະ ຖານແຫ່ງຊາດທີ່ກໍານົດໄວ້, ດັ່ງນັ້ນ ຈຶ່ງໄດ້ດຳເນີນການປັບໄໝ ຈຳນວນ 02 ປ້ຳ ແລະ ມອບໃຫ້ທາງພະແນກ ວິທະຍາສາດ ແລະ ເຕັກໂນໂລຊີ ແຂວງວຽງຈັນ ລົງແກ້ໄຂຕາມລະບຽບເພື່ອໃຫ້ເປິດໃຫ້ບໍລິການໄດ້ເປັນປົກກະຕິແລ້ວ. ສ່ວນອີກ 1 ປ້ຳແມ່ນ ໄດ້ຮັບການແກ້ໄຂໃຫ້ເປິດຈຳໜ່າຍນໍ້າມັນໄດ້ເປັນປົກກະຕິແລ້ວ ແຕ່ນ້ຳມັນທີ່ບໍ່ຜ່ານຕາມເກນມາດຕະຖານ ແມ່ນໄດ້ສົ່ງກັບໄປສາງຕົ້ນທາງເພື່ອດຳເນີນການແກ້ໄຂໃນຂັ້ນຕໍ່ໄປ. ພ້ອມດຽວກັນນີ້, ຍັງໄດ້ກວດພົບຫົວຈ່າຍນ້ຳມັນເຊື້ອໄຟທີ່ບໍລິມາດລຸດຄ່າອານຸຍາດມາດຕະຖານມີຈໍານວນ 45 ປໍ້າ ຊຶ່ງສາເຫດແມ່ນອາດເນື່ອງມາຈາກເປັນຫົວຈ່າຍນໍ້າມັນເກົ່າ ແລະ ເປັນຕູ້ຈ່າຍນໍ້າມັນມືສອງ. ນອກຈາກນີ້, ຍັງກວດພົບວ່າ ມີເຈົ້າຂອງປ້ຳຈຳໜ່າຍນ້ຳມັນຈຳນວນໜ້ອຍໜຶ່ງຍັງຖືເບົາໃນການຮັກສາກົດລະບຽບຄື ຕັດກົ່ວໜີບຕູ້ຈ່າຍນ້ຳມັນ ໂດຍບໍ່ໄດ້ແຈ້ງໃຫ້ໜ່ວຍງານຮັບຜິດຊອບ ກໍຄື ພະແນກວິທະຍາສາດ ແລະ ເຕັກໂນໂລຊີ ແຂວງວຽງຈັນ ຫຼື ຫ້ອງການ ແລະ ໜ່ວຍງານ ວິທະຍາສາດເມືອງ ຮັບຮູ້ກ່ອນ, ດັ່ງນັ້ນທາງໜ່ວຍງານກວດກາ ຈຶ່ງໄດ້ເຮັດບົດບັນທຶກ ແລະ ມອບໃຫ້ພະແນກວິທະຍາສາດ ແລະ ເຕັກໂນໂລຊີ ແຂວງວຽງຈັນ ດຳເນີນການແກ້ໄຂ.

ການກວດກາຄັ້ງນີ້ແມ່ນເປັນການຕິດຕາມກວດກາຄຸນນະພາບ ແລະ ບໍລິມາດຂອງນໍ້າມັນເຊື້ອໄຟຕາມແຜນປົກ ກະຕິ ເພື່ອເຮັດໃຫ້ສັງຄົມມີຄວາມເຊື່ອໝັ້ນ, ຍຸຕິທໍາ ແລະ ໂປ່ງໃສ ພ້ອມທັງເປັນການປົກປ້ອງຜູ້ຊົມໃຊ້ ກໍ່ຄືຜູ້ສະໜອງໃຫ້ໄດ້ຮັບຄວາມຍຸຕິທໍາ ໃນສັງຄົມ ທັງເປັນການປະກອບສ່ວນໃນການສ້າງສາ ແລະ ພັດທະນາປະເທດຊາດຂອງພວກເຮົາອີກດ້ວຍ.

 

ຮູບພາບ ແລະ ບົດຂ່າວ: ພະແນກປົກປ້ອງຜູ້ຊົມໃຊ້

LEAVE A REPLY

Please enter your comment!
Please enter your name here